spot_img
Homeຂ່າວພາຍ​ໃນຕຳຫລວດໄທຄຸມຕົວ “ໄຊຊະນະ” ພໍ່ຄ້າຢາເສບຕິດລາຍໃຫຍ່ຊາວລາວຝາກຂັງ ແລະ ຄັດຄ້ານປະກັນຕົວ

ຕຳຫລວດໄທຄຸມຕົວ “ໄຊຊະນະ” ພໍ່ຄ້າຢາເສບຕິດລາຍໃຫຍ່ຊາວລາວຝາກຂັງ ແລະ ຄັດຄ້ານປະກັນຕົວ

Published on

ມື້ນີ້ (23 ມັງກອນ 2017) ເວລາ 10:30 ໂມງ ທີ່ສານອາຍາ ຣາຊະດາພິເສກ ປະເທດໄທ ເຈົ້າຫນ້າທີຕຳຫລວດປາບປາມຢາເສບຕິດ ໄດ້ຄຸມຕົວ ທ້າວ ໄຊຊະນະ ແກ້ວພິມພາ, ທ້າວ ຊຸມພອນ ພະນົມໄພ, ທ້າວ ປຸ່ນ ຊະຣິນທອນ ແລະ ນາງ ອ້ອຍທິບ ປັນຍາຣັກ ຜູ້ຖືກຫາເຄື່ອຂ່າຍຢາເສບຕິດຂ້າມຊາດ ທີ່ຖືກຈັບຕົວໃນວັນທີ 19 ມັງກອນ 2017 ທີ່ຜ່ານມາ ມາຂໍອຳນາດສານອາຍາຝາກຂັງໄວ້ເປັນເວລາ 12 ມື້ ໃນຄວາມຜິດຖານນຳເຂົ້າ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳຫນ່າຍໂດຍຜິດກົດໝາຍ

ເນື່ອງຈາກການສອບສວນຍັງບໍ່ສຳເລັດເທື່ອ ຕ້ອງກວດປະຫວັດອາຊະຍາກຳຢ່າງລະອຽດ ໃນຂັ້ນຕອນການສອບສວນຜູ້ຖືກຫາໃຫ້ການຮັບສາລະພາບ ແລະ ປະຕິເສດບາງສ່ວນ ຈຶ່ງຈຳເປັນຕ້ອງຂໍອຳນາດສານຝາກຂັງໃນລະຫວ່າງການສອບສວນ ຕັ້ງແຕ່ວັນທີ 23 ມັງກອນ ຫາ 3 ກຸມພານີ້ ເຊິ່ງໄດ້ມີການຄັດຄ້ານປະກັນຕົວ ເນື່ອງຈາກວ່າຄະດີນີ້ມີເຄືອຂ່າຍໃຫຍ່ທີ່ພົວພັນກັບເຄືອຂ່າຍຄ້າຢາເສບຕິດຂ້າມຊາດ ເຊິ່ງໄດ້ໃຊ້ພື້ນທີ່ປະເທດໄທເປັນທາງຜ່ານໄປຫາປະເທດເພື່ອບ້ານຈຳນວນຫຼາຍລ້ານເມັດ ແລະ ເປັນເຄືອຂ່າຍທີ່ມີຊັບສິນທີ່ຕ້ອງກວດສອບຂະຫຍາຍຜົນເຖິງຜູ້ບົງການຢູ່ເບື້ອງຫຼັງ ຮວມທັງຄະດີອັດຕາໂທດສູງ ຢ້ານວ່າ ຫາກຜູ້ກ່ຽວໄດ້ຮັບການປະກັນຕົວໄປແລ້ວ ຜູ້ກ່ຽວອາດຈະຫຼົບໜີ ເຊິ່ງຈະຍາກໃນການຕິດຕາມຕົວມາດຳເນີນຄະດີ

ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 41 ປີ ເປັນຜູ້ຄ້າຢາເສບຕິດທີ່ຕຳຫລວດເຝົ້າຕິດຕາມມາເປັນເວລາ 5 ປີ ແລະ ບໍ່ເຄີຍມີປະຫວັດການຄ້າແຕ່ເນື່ອງຈາກການດຳເນີນການຈັບກຸມຜູ້ຄ້າຢາເສບຕິດລາຍຍ່ອຍຕ່າງໆທີ່ຜ່ານມາແມ່ນຖືກເຊື່ອມໂຍງໄປຫາທ້າວ ໄຊຊະນະ ຈຶ່ງຂໍສານອາຍາອອກໝາຍຈັບທ້າວ ໄຊຊະນະ ແລະ ພ້ອມເຂົ້າຍຶດຊັບສິນທັງຫມົດ ໂດຍຄະດີນີ້ຕຳຫລວດໄດ້ອອກໝາຍຈັບ 9 ຄົນ ສາມາດຈັບກຸມຕົວໄດ້ 4 ຄົນ ລວມທັງສາມາດຂະຫຍາຍຜົນຍຶດຊັບສິນທັງໃນປະເທດໄທ ແລະ ປະເທດລາວແລ້ວກ່ວາ 1,000 ລ້ານບາດ

ຂ່າວຈາກ: http://www.manager.co.th/Crime/ViewNews.aspx?NewsID=9600000007409 ແລະ https://vientianehour.com

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...