Homeຂ່າວພາຍ​ໃນເປີດແຟ້ມຊັບສິນຂະບວນການເຮຍລົບ ຫລື ໄຊຊະນະ ແກ້ວພິມພາ

ເປີດແຟ້ມຊັບສິນຂະບວນການເຮຍລົບ ຫລື ໄຊຊະນະ ແກ້ວພິມພາ

Published on

ຕຳຫຼວດປາບປາມຢາເສບຕິດ ຮ່ວມກັບເຈົ້າໜ້າຕຳຫຼວດ ສປປ ລາວ ເປີດກົນລະຍຸດ “ໄຊຍະສະຍົບໄພລີ 60/1” ເຂົ້າຍຶດຊັບສິນເຄືອຂ່າຍຢາເສບຕິດຊາວລາວໃນປະເທດໄທ ລວມ 36 ຈຸດ ໄດ້ຊັບສິນກວ່າ 23,500,000,000 ກີບ ຫຼື ປະມານ 100 ລ້ານບາດ

ວັນທີ 21/01/2017 (ມື້ນີ້) ເຈົ້າຫນ້າທີ່ຕໍາຫລວດສາກົນລະຫວ່າງລາວ-ໄທເປີດເຜີຍເບື້ອງຕົ້ນວ່າ ພາຍຫລັງຈັບເຮຍລົບ ຫລື ໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາຊາວລາວພົບວ່າປັດຈຸບັນມີຂໍ້ມູນດັ່ງນີ້:

+ຢືດຊັບໄດ້ແລ້ວໃນສະເພາະຢູ່ປະເທດໄທລວມທັງເຮືອນ ທີ່ດິນ ແລະ ລົດມູນຄ່າ 100 ລ້ານບາດ
+ ມີຂໍ້ມູນສະມາຊິກຄ້າຢາທັງຫມົດ 100 ກວ່າຄົນທີ່ມີການໃຊ້ລະບົບເຄື່ອຂ່າຍແບບທໍ່ນໍ້າ
+ເຈົ້າຫນ້າທີ່ລາວ-ໄທໄດ້ມີການຮ່ວມມືກັນຕິດຕາມໄລ່ລ່າມາເປັນເວລາ 5 ປີແລ້ວ
+ຄາດການເບື້ອງຕົ້ນມູນຄ່າຊັບສິນທັງຫມົດທັງຢູ່ລາວ ແລະ ໄທຕົກປະມານ 1.000 ລ້ານບາດ
+ສະເພາະຢູ່ ສປປ ລາວຜູ້ກ່ຽວມີທຸລະກິດໂຮງເລື່ອຍໄມ້, ຄ້າລົດຫລູ ແລະ ອື່ນໆຕິດພັນກັນຍາວຢຽດ
+ເຮຍລົບເກີດເຂດຊົນນະບົດກໍວ່າໄດ້ເຄີຍມີເມຍຫນຶ່ງຄົນ ແລະ ໄດ້ແຍກທາງກັນຢູ່ແຕ່ຍັງສົ່ງຢືນລ້ຽງດູລູກຕິດນໍາກັນ ຕໍ່ມາໄດ້ມາແຕ່ງງານກັບງາມໆຄີງບາງຢູ່ວຽງຈັນພ້ອມຮາກຖານທີ່ນະຄອນຫລວງວຽງຈັນ
+ຢູ່ວຽງຈັນບໍ່ມີໃຜຈະບໍ່ຮູ້ເຮຍລົບໃນວົງການໄຮໂຊໃນການໃຊ້ຊີວິດແບບຟູມເຟືອຍ
+ຕິດຕາມຕອນຕໍ່ໄປເພາະຍັງມີຫລາຍເຄືອຂ່າຍ
+ຜ່ານມາພັກ-ລັດຖະບານລາວໄດ້ເອົາໃຈປາບປາມ ແລະ ຈັບກຸມຄົນດັ່ງ ແຕ່ຍັງມີປະກົດຂຶ້ນເລື້ອຍໆ ອັນສ້າງຄວາມເສຍຫາຍໃຫ້ປະເທດຊາດບ້ານເມືອງ ໃນຂ້າທັງເດັກນອ້ຍ ໄວຫນຸ່ມຍິງຊາຍ ແລະ ເກີດປະກົດການຫຍໍ້ທໍ້ເປັນກວ້າງ ສະນັ້ນຊ່ວຍເປັນຫູເປັນໃຫ້ພັກໃຫ້ລັດ ແລະ ປົກປ້ອງສິດຜົນປະໂຫຍດຊາດໄວ້ໃຫ້ຫມັ້ນຄົງ

 

 

ແຫລ່ງຂ່າວຈາກ: ໄທລັດ ແລະ ຂປລ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...