Homeສຸຂະພາບ ແລະ ສີ່ງແວດລ້ອມຜູ້ຊາຍທີ່ຢາກນອນຫຼັບດີ, ມີສຸຂະພາບດີ ແລະ ມີກ້າມ ຄວນອ່ານ

ຜູ້ຊາຍທີ່ຢາກນອນຫຼັບດີ, ມີສຸຂະພາບດີ ແລະ ມີກ້າມ ຄວນອ່ານ

Published on

ຖ້າເວົ້າເຖິງການອອກກຳລັງກາຍຂອງຜູ້ຊາຍສ່ວນຫຼາຍກໍ່ມີຈຸດປະສົງເພື່ອເຮັດໃຫ້ສຸຂະພາບແຂງແຮງ, ຟິດຫຸ່ນໃຫ້ງາມມີສິກແພັກ ຫຼື ມີກ້າມ ເພື່ອໃຫ້ສາວໆເຫັນແລ້ວນ້ຳລາຍໄຫບ ເຊິ່ງນອກຈາກຈະມີວິທີການອອກກຳລັງກາຍທີ່ຖືກວິທີແລ້ວ ຍັງຕ້ອງໄດ້ຄວບຄູ່ກັບອາຫານການກິນ ລວມທັງການພັກຜ່ອນໃຫ້ພຽງພໍອີກດ້ວຍ

ໃນຄໍລຳ ເພື່ອສຸຂະພາບ ມື້ນີ້ແອັດມິນຈະມາເອົາຊາຍໜຸ່ມທີ່ຕ້ອງການມີສຸກຂະພາບທີ່ແຂງແຮງ, ມີກ້າມ ແລະ ຢ່ກນອນຫຼັບສະນິດ ໂດຍມີເຄັດລັບດີໆມານຳສະເໜີ ແຕ່ຈະມີແນວໃດນັ້ນ ເຮົາລອງມາອ່ານເບິ່ງນຳກັນເລີຍ

  1. ຕ້ອງເລືອກຫຼິ້ນກິລາທີ່ເໝາະສົມກັບຮ່າງກາຍ ແລະ ກີລາທີ່ຫຼິ້ນນັ້ນສາມາດຕອບຄວາມຕ້ອງການຂອງຕົນເອງໄດ້ ຄວບຄຸມການຫຼິ້ນໃນລະດັບການຫຼິ້ນທີ່ພໍດີ
  2. ຝຶກຮ່າງກາຍໃຫ້ພັກຜ່ອນເປັນໂມງ ຕື່ນເປັນໂມງຕາມເວລາທີ່ກຳນົດເປັນປະຈຳ ເພາະມັນຈະຊ່ວຍໃຫ້ການພັກຜ່ອນມີປະສິດທິພາບຫຼາຍຂຶ້ນ
  3. ອາຫານຄ່ຳໃຫ້ຫຼີກລ່ຽງການກິນອາຫານທີ່ມີຣົດຊາດເຜັດ ເພາະອາຫານຣົດຊາດເຜັດຈະເຮັດໃຫ້ອາຫານຍ່ອຍຍາກ ແລະ ສົ່ງຜົນໃຫ້ທ່ານນອນຫຼັບຍາກ
  4. ກ່ອນເຂົ້ານອນຢ່າດື່ມນ້ຳຫຼາຍ ເພາະຈະເຮັດໃຫ້ທ່ານປວດປັດສະວະໃນຕອນກາງເດິກ ມັນຈະເຮັດໃຫ້ທ່ານນອນບໍ່ພຽງພໍ
  5. ກ່ອນນອນ 5 ຊົ່ວໂມງບໍ່ຄວນດື່ມເຄື່ອງດື່ມທີ່ມີສານຄາເຟອິນ ເນື່ອງຈາກຈະເຮັດໃຫ້ທ່ານນອນຫຼັບຍາກ ແລະ ມັກລຸກກາງເດິກເພື່ອໄປປັດສະວະ
  6. ຕອນຄ່ຳບໍ່ຄວນອອກກຳລັງກາຍຫຼາຍ ແບບໜັກໆ ເພາະມັນຈະໄປກະຕຸ້ນສະໝອງຂອງທ່ານໃຫ້ຕື່ນຢູ່ຕະຫຼອດ ຈິ່ງເຮັດໃຫ້ນອນຫຼັບຢາກ ສະນັ້ນທ່ານຄວນອອກກຳລັງກາຍຕອນເຊົ້າ ຫຼື ຕອນຫົວແລງກ່ອນຕະເວັນຕົກດິນແມ່ນດີທີ່ສຸດ
  7. ກິນອາຫານເສີມທີ່ມີວິຕາມິນດີ ກໍ່ຊ່ວຍໄດ້ດີ ເພາະວິຕາມິນດີຈະຊ່ວຍໃຫ້ຮ່າງກາຍທ່ານຮູ້ສຶກສົດຊື່ນສະບາຍ ນອນຫຼັບງ່າຍຂຶ້ນ

 

ແຫລ່ງຂໍ້ມູນຈາກ: http://men.kapook.com/view161418.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...