spot_img
Homeວິທະຍາສາດ-ວິທະຍາການຜ້າຝ້າຍຍ້ອມສີຄາມທີ່ມີອາຍຸເກົ່າແກ່ທີ່ສຸດໃນໂລກ ທີ່ປະເທດ ເປຣູ

ຜ້າຝ້າຍຍ້ອມສີຄາມທີ່ມີອາຍຸເກົ່າແກ່ທີ່ສຸດໃນໂລກ ທີ່ປະເທດ ເປຣູ

Published on

ອີງຕາມເວັບໄຊ takieng.ທີ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບຜ້າຝ້າຍທີ່ມີອາຍຸເກົ່າແກ່ທີ່ສຸດໃນໂລກ ສຳລັບ ຄໍລຳ ວິທະຍາສາດ-ວິທະຍາການ ມື້ນີ້ ແອັດມິນເລີຍຂໍເອົາເລື່ອງນີ້ມານຳສະເໜີ ໃຫ້ຄົນທີ່ຍັງບໍ່ທັນຮູ້ໄດ້ຮູ້ຈັກໄປພ້ອມກັນ

ທີມນັກບູຮານຄະດີໄດ້ຂຸດຄົ້ນສິ້ນສ່ວນຂອງຜ້າຢູ່ແຫລ່ງບູຮານຄະດີ Huaca Prieta ທາງພາກເໜືອຂອງເປຣູ Huaca Prieta ໃນເຂດຈຸດກອງຫີນຂະຫນາດໃຫຍ່ທີ່ເຄີຍເປັນບ່ອນຢູ່ອາໃສຂອງຊຸມຊົນຊາວເປຣູບູຮານ

ຜ້າຝ້າຍເກົ່າແກ່ທີ່ຍັງຫຼົງເຫຼືອຮ່ອງຮອຍສີນ້ຳເງິນຄາມ ເຊິ່ງໄດ້ຮັບການວິເຄາະ ແລະ ພິສູດແລ້ວວ່າ ສີທີ່ຍ້ອມເຮັດມາຈາກຕົ້ນຄາມ (indigo) ຖືກຄົ້ນພົບທີ່ປະເທດ ເປຣູ ເຊິ່ງມີອາຍຸຫຼາຍເຖິງ 6,000 ປີ ເຮັດໃຫ້ຜ້າດັ່ງກ່າວກາຍເປັນຜ້າຝ້າຍຍ້ອມສີທີ່ເກົ່າແກ່ທີ່ສຸດໃນໂລກ ເທົ່າທີ່ເຄີຍພົບມາ

pero

ຜ້າບູຮານຂອງຊາວ ເປຣູນີ້ມີອາຍຸເກົ່າແກ່ກວ່າຜ້າຝ້າຍຍ້ອມສີຄາມຂອງຊາວ ອິຢິບບູຮານຫຼາຍກວ່າ 1,500 ປີ ແລະ ເກົ່າແກ່ກວ່າຜ້າຍ້ອມສີຄາມທີ່ຄົ້ນພົບຄັ້ງທຳອິດໃນປະເທດຈີນ ເຖິງ 3,000 ປີ

Jeffrey Splitstoster ຜູ້ສ່ຽວຊານດ້ານຫັດຖະກິດແຜ່ນຜ້າທີ່ມະຫາວິທະຍາໄລ ຈອນ ວໍຊິງຕັນ ລາຍງານວ່າ ພວກເຂົາໄດ້ຂຸດພົບແຜ່ນຜ້າຕ່ຳດ້ວຍມືບູຮານທີ່ Huaca Prieta ຈຳນວນຫຼາຍກວ່າ 800 ຕ່ອນຜ້າ ທ່ານ Splitstoster ກ່າວວ່າ: “ມັນເປັນໄປໄດ້ທີ່ມັນຈະເປັນຜ້າຍ້ອມສີທີ່ເກົ່າແກ່ທີ່ສຸດໃນໂລກ ຂ້ອຍບໍ່ຮູ້ວ່າຈະມີສິ່ງໃດທີ່ເກົ່າແກ່ກວ່ານີ້ອີກແລ້ວ“

per

Jan Wouters ນັກເຄມີທີ່ມະຫາວິທະຍາໄລ ຄອລເລີຈ໌ ລອນດອນ (UCL) ກວດສອບຮອຍສີຟ້າໃນເນື້ອຜ້າ ແລະ ບອກວ່າສີຍ້ອມຜ້າຄ່ອນຂ້າງແນ່ນອນວ່າມາຈາກຕົ້ນຄາມ ເຖິງຢ່າງໃດກໍ່ຕາມ Wouters ໄດ້ຕັ້ງຂໍ້ສັງເກດວ່າການແຍກສີຄາມຈາກພືດຕ້ອງໃຊ້ຂະບວນການຫຼາຍຢ່າງຮວມເຖິງການໝັກ ເຊິ່ງໝາຍຄວາມວ່າຊາວ ເປຣູ ບູຮານມີຄວາມຮູ້ທີ່ດີທັງງານຕ່ຳຜ້າ ແລະ ການແຍກສີ

pero1

 

ຂໍ້ມູນ ແລະ ຮູບປະກອບຈາກ: natureworldnews, sciencemag, http://www.takieng.com/stories/1895
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...