spot_img
Homeຂ່າວຕ່າງປະເທດຕຶກສູງທີ່ເກົ່າແກ່ທີ່ສຸດຂອງອິຣານພັງຖະລົ່ມລົງມາຫຼັງເກີດເຫດໄຟໄໝ້

ຕຶກສູງທີ່ເກົ່າແກ່ທີ່ສຸດຂອງອິຣານພັງຖະລົ່ມລົງມາຫຼັງເກີດເຫດໄຟໄໝ້

Published on

ສຳນັກຂ່າວ ເອເອຟພີ ແລະ ຣອຍເຕີລາຍງານ ວ່າ ເກີດເຫດຕຶກສູງທີ່ເກົ່າແກ່ທີ່ສຸດຂອງອິຣານ ພັງຖະລົ່ມລົງມາ ເມື່ອວັນທີ 19 ມັງກອນ 2017 ຫຼັງເກີດເຫດໄຟໄໝ້ຂຶ້ນໃນເວລາ 8:00 ໂມງເຊົ້າຕາມເວລາທ້ອງຖິ່ນ ແລະ ມີເຈົ້າໜ້າທີ່ດັບເພີງຕິດຢູ່ໃນຕຶກອາຄານເປັນຈຳນວນຫຼາຍ

ລາຍງານລະບຸວ່າ ຕຶກເກົ່າແກ່ແຫ່ງນີ້ຄື ຕຶກ ປລາສໂກ ສູງ 17 ຊັ້ນ ມີອາຍຸເກົ່າແກ່ກວ່າ 50 ປີ ຕັ້ງຢູ່ເຂດຊຸມຊົນຂອງນະຄອນຫຼວງ ເຕຫະຣານ ເຊິ່ງໄດ້ເກີດເຫດໄຟໄໝ້ ແລະ ໄດ້ມີການອົບພະຍົບຜູ້ຄົນອອກຈາກອາຄານ ພ້ອມທັງການມີການສົ່ງເຈົ້າໜ້າທີ່ດັບເພີງເຂົ້າໄປຊ່ວຍດັບໄຟປະມານ 200 ຄົນ ພາຍໃນຕຶກບໍ່ມີການຕິດຕັ້ງລະບົບດັບເພີງເຮັດໃຫ້ເກີດເຫດໄຟໄໝ້ແຜ່ລາມຮຸນແຮງ ແລະ ຍາກທີ່ຈະຄວບຄຸມໄດ້ ກ່ອນທີ່ຕຶກດັ່ງກ່າວຈະຖະລົ່ມລົງມາ.

ທາງດ້ານສື່ທ້ອງຖິ່ນ ແລະ ເວັບໄຊ ເຕກະຣານໄທມສ໌ ລາຍງານວ່າ ເຫດການເພີງໄໝ້ດັ່ງກ່າວໄດ້ເຮັດໃຫ້ນັກດັບເພີງເສຍຊີວິດ 30 ຄົນ ແລະ ຄາດວ່າຈະມີຈຳນວນຜູ້ເສຍຊີວິດເພີ່ມຂຶ້ນອີກ ເນື່ອງຈາກເຊື່ອວ່າຜູ້ທີ່ຕິດຢູ່ພາຍໃນອາຄານທີ່ພັງລົງມາມີຫຼາຍກວ່າ ຮ້ອຍຄົນ ໂດຍຕອນນີ້ມີລາຍງານຄົນໄດ້ຮັບບາດເຈັບທີ່ຖືກສົ່ງຕົວໄປຮັກສາທີ່ໂຮງໝໍແລ້ວ 37 ຄົນ

https://youtu.be/KvvCt5cAZdU

ແຫລ່ງຂ່າວຈາກ: http://www.matichon.co.th/news/433475
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...