spot_img
Homeວັນນະກຳເລື່ອງສັ້ນອາຖັນເສື້ອມືສອງ

ອາຖັນເສື້ອມືສອງ

Published on

ຄອນ ກັບ ອ້າຍ ສອງອ້າຍນ້ອງຫຼັງຈາກເລີກໂຮງຮຽນກໍ່ພາກັນຂັບລົດຊ້ອນກັນມາຕາມປົກກະຕິ ພໍມາຮອດຮ້ານຂາຍເສື້ອມືສອງ ຄອນຜູ້ເປັນນ້ອງຊາຍທີ່ນັ່ງຊ້ອນທ້າຍບັງເອີນແນມໄປເຫັນເສື້ອແຈັກເກັດສີກົມຖືກຕາຕ້ອງໃຈແບບສຸດໆ ເຖິງວ່າທ້າວ ອ້າຍຈະຂັບລົດກາຍຮ້ານນັ້ນໄປແລ້ວຄອນກໍ່ຍັງບອກໃຫ້ອ້າຍຂັບລົດກັບພາກັບມາທີ່ຮ້ານເພື່ອຊື້ເຊື້ອໂຕນັ້ນ ທ້າວ ອ້າຍ ຮູ້ສຶກບໍ່ເຫັນດີທີ່ນ້ອງຕົນເອງກໍ່ຄືທ້າວ ຄອນຈະຊື້ເສື້ອມືສອງນຸ່ງ ແຕ່ກໍ່ເວົ້າຫຍັງຫຼາຍບໍ່ໄດ້ ເພາະເກງໃຈເຈົ້າຂອງຮ້ານທີ່ກຳລັງແນມເບິ່ງ ລາວເລີຍປ່ອຍໃຫ້ທ້າວຄອນຊື້ເສື້ອໂຕນັ້ນ ເມື່ອໄດ້ເສື້ອແລ້ວຄອນກໍ່ຟ້າວຍັດເສື້ອໃສ່ກະເປົາເປ້ຂອງລາວທັນທີ ໃນລະຫວ່າງຂັບລົດກັບເມືອເຮືອນທັງສອງຄົນກໍ່ໄດ້ສົນທະນາກັນເລື່ອງເສື້ອມືສອງທີ່ຄອນຊື້

ອ້າຍ: ເຮີ້ຍ! ເຈົ້າຊື້ເສື້ອມືສອງມານຸ່ງມຶງບໍ່ຢ້ານຫວະ

ຄອນ: ຢ້ານຫຍັງ! ຢ້ານຜີເສື້ອຫັ້ນຫວະ! ຂ້ອຍບໍ່ຢ້ານດັອກ ເພາະຂ້ອຍກໍ່ຊື້ນຸ່ງຢູ່ຕະຫຼອດແຕ່ກໍ່ບໍ່ເຫັນສິມີເລື່ອງຫຍັງເປັນຕາຢ້ານ! ຕອນນັ້ນເຈົ້າກໍ່ຍັງຊື້ນຸ່ງຄືກັນກັບຂ້ອຍ! ຢ່າມາແອັບຢູ່ນີ້

ອ້າຍ: ຂ້ອຍບໍ່ໄດ້ແອັບໃດ໋! ຂ້ອຍຍອມຮັບແຕ່ກ່ອນຂ້ອຍກໍ່ມັກຊື້ເສື້ອມືສອງນຸ່ງ ຍ້ອນຂ້ອຍບໍ່ຮູ້ຕຳນານຂອງມັນ ແຕ່ຕອນນີ້ຂ້ອຍຮູ້ແລ້ວຂ້ອຍເລີຍເຊົາ

ຄອນ: ເລື່ອງລາວມັນເປັນແນວໃດລອງເລົ່າໃຫ້ຟັງແນ່ດູ

ອ້າຍ: ຂ້ອຍເຄີຍເບິ່ງໜັງເລື່ອງໜຶ່ງທີ່ເຂົາກ່າວເຖິງເສື້ອມື້ສອງ ໃນເລືອງບອກວ່າ ເສື້ອມືສອງມັນມີທີ່ມາບໍ່ຈາກຫຼາກຫຼາຍບ່ອນ ເສື້ອບາງໂຕກໍ່ມາຈາກຄົນບໍ່ລິຈາກ ຫຼື ຄົນເອົາເຄື່ອງທີ່ບໍ່ຢາກນຸ່ງແລ້ວແຕ່ຍັງໃໝ່ຢູ່ ເອົາມາຂາຍຕໍ່ ແຕ່ເສື້ອບາງໂຕກໍ່ເອົາມາຈາກເສື້ອຜ້າຂອງຄົນທີ່ຕາຍໄປແລ້ວ ເຊິ່ງເຂົາຍັງບອກອີກວ່າ ເສື້ອບາງໂຕຈະຍັງມີວິນຍານຂອງເຈົ້າຂອງເສື້ອທີ່ຕາຍໄປແລ້ວສິງຢູ່ ອາດຍ້ອນເປັນເສື້ອທີ່ມີຄວາມສຳຄັນກັບຜູ້ຕາຍຫຼາຍ ແບບວ່າ ຜູ້ຕາຍມັກນຸ່ງເສື້ອໂຕນີ້ ຫຼື ອາດຈະແມ່ນເສື້ອຈາກຄົນສຳຄັນຂອງຜູ້ຕາຍຊື້ໃຫ້ ປະມານນີ້ລະ! ສະນັ້ນ ເມື່ອເວລາມີຄົນອື່ນເອົາໄປນຸ່ງ ເຈົ້າຂອງເສື້ອທີ່ຕາຍຈະບໍ່ພໍໃຈ ແລະ ຈະນຳມາຫຼອກຫຼອນ ຫຼື ທຳຮ້າຍຄົນທີ່ນຸ່ງເສື້ອໂຕນັ້ນ! ເວົ້າມາລະຂົນຄີງລຸກ

ຄອນ: ປັອດຫຼາຍ! ງົມງວາຍບໍ່ເຂົ້າທ່າ ເບິ່ງໜັງຫຼາຍກໍ່ເປັນແບບນີ້ລະ ເລື່ອງແບບນີ້ນະມັນບໍ່ເກີດຂຶ້ນງ່າຍໆດັອກ ເປີເຊັນມັນມີໜ້ອຍຫຼາຍສະເລ່ຍຕ້ອງ ພັນໂຕ ລ້ານໂຕ ຈິ່ງຈະມີເສື້ອໂຕໜຶ່ງລະໄປ໋ທີ່ມັນມີອາຖັນ ແລະ ມັນຕ້ອງບໍ່ແມ່ນເສື້ອທີ່ຂ້ອຍຊື້ແນ່ນອນ

ຄອນຕອບອ້າຍດ້ວຍຄວາມໝັ້ນໃຈ ໂດຍທີ່ເຂົາບໍ່ຮູ້ ແລະ ບໍ່ຄິດເລີຍວ່າເສື້ອມືສອງທີ່ລາວຊື້ໄປນັ້ນແມ່ນໜຶ່ງໃນພັນທີ່ມີອາຖັນ ເຊິ່ງມີວິນຍານເຈົ້າຂອງເສື້ອສິງຢູ່ ທັງສອງໄດ້ຂັບລົດຊ້ອນກັນໄປຮອດເຮືອນໂດຍບໍ່ຮູ້ເລີຍວ່າມີວິນຍານຜີຜູ້ຊາຍຄົນໜຶ່ງນັ່ງຊ້ອນລົດມານຳ

ຮອດຕອນທ່ຽງຄືນໃນເວລາທີ່ທຸກຄົນນອນຫຼັບສະໜິດ ຄອນທີ່ກຳລັງນອນຫຼັບເທິງຕຽງນອນດ້ວຍທ່ານອນຫງາຍ ຢູ່ດີໆ ລາວກໍ່ຮູ້ສຶກອຶດອັດຫາຍໃຈຝືດ ແລະ ເໜັງຕີງຄີງບໍ່ໄດ້ ລາວຮູ້ສຶກວ່າມີເງົາດຳໃຫຍ່ກຳລັງນອນທັບຮ່າງຂອງລາວໄວ້ ຄອນພະຍາຍາມດິ້ນ ພະຍາຍາມຮ້ອງໃຫ້ອ້າຍທີ່ນອນຢູ່ຂ້າງໆໃຫ້ຊ່ວຍ ແຕ່ຄືກັບວ່າລາວຮ້ອງບໍ່ອອກສຽງ, ຄອນພະຍາຍາມຈະເດ່ມືໄປຈັບໂຕທ້າວ ອ້າຍ ແຕ່ກໍ່ເຮັດບໍ່ໄດ້ ຄອນເຮັດຫຍັງບໍ່ໄດ້ເລີຍນອກຈາກນອນນິ້ງໆ ໃນສະໝອງຂອງລາວຕອນນັ້ນຄິດສົງໃສພຽງວ່ານີ້ມັນແມ່ນຄວາມຝັນ ຫຼື ເລື່ອງຈິງ ຖ້າມັນແມ່ນເລື່ອງຈິງ ຂໍໃຫ້ສິ່ງສັກສິດຄຸ້ມຄອງ ຂໍໃຫ້ພໍ່ແມ່ຄຸ້ມຄອງ ລາວວົນໃນການທ່ອງບົດສູດມົນໃນໃຈຜິດຖືກຢູຫຼາຍຮອບ ແລ້ວໃນທີ່ສຸດທ້າວ ອ້າຍທີ່ນອນທາງຂ້າງກໍ່ນອນຂ່ວງເອົາຂາມາພາດໃສ່ຂາຄອນ ຈິ່ງເຮັດໃຫ້ເງົາມືດນັ້ນຫາຍໄປ ເມື່ອຮູ້ເມື່ອຄີງຄອນໄດ້ມືນຕາຂຶ້ນ ພ້ອມກັບຫາຍໃຈບາດເລິກໆ ເຫື່ອໄດ້ແຕກເຕັມທົ່ວໃບໜ້າ ແລະ ຕົນຕົວຂອງລາວ ລາວໄດ້ອຸທານໃນໃຈ “ຄວາມຝັນບ້າອີ່ຫຍັງ ຈັ່ງແມ່ນຊ່າງຄືຄວາມຈິງ”

ສາມມື້ຕໍ່ມາ ທ້າວ ອ້າຍ ກັບ ທ້າວ ຄອນ ສອງອ້າຍນ້ອງໄດ້ໄປຮ່ວມງານວັນເກີດໝູ່ທີ່ຮຽນຢູ່ຫ້ອງດຽວກັນ ໃນມື້ນັ້ນຄອນກໍ່ນຸ່ງເສື້ອມືສອງທີ່ລາວຊື້ຈາກຮ້ານໃນມື້ນັ້ນໄປຮ່ວມງານ

ໃນງານວັນເກີດ ພວກເຂົາໄດ້ກິ່ນດື່ມເປີດເພງເຕັ້ນກັນຢ່າງມ່ວນຊື່ນຕາມພາສາໄວຮຸ້ນ ແຕ່ທັງສອງກໍ່ບໍ່ໄດ້ດື່ມສິ່ງມຶນເມົາຫຼາຍ ດື່ມທຳມະດາ ຈົນຮອດທ່ຽງຄືນຕອນນັ້ນເປັນເວລາປະມານ 11:15 ໂມງຕອນເດິກ ງານວັນເກີດກໍ່ເລີກລາ ແລ້ວສອງອ້າຍນ້ອງກໍ່ໄດ້ຂັບລົດຊ້ອນກັນກັບມາເຮືອນໂດຍເທື່ອນີ້ແມ່ນຄອນເປັນຄົນຂັບລົດ ພໍທັງສອງຂີ່ລົດກາຍໂຮງໝໍເສດຖາໄປໜ້ອຍໜຶ່ງ ຈາກທີ່ຂັບລົດນິ້ມໆຄ່ອຍໆມາຢູ່ດີໆ ຄອນກໍ່ບິດຄັນລົດເລັ່ງໄວຂຶ້ນໄວຂຶ້ນ ຄືກັບຄົນຄຶກຄະນອງຂຶ້ນທັນທີ ເຊິ່ງມັນເປັນເລື່ອງຜິດປົກກະຕິ ເພາະຄອນເປັນຄົນຢ້ານຄວາມໄວ ທີ່ເຄີຍຂັບລົດໄວສຸດກໍ່ບໍ່ເກີນ 55 ແຕ່ເທື່ອນີ້ຄາດວ່າ ບິດຄັນເລັ່ງລົດກາຍ 60 ຂຶ້ນໄປ ທ້າວ ອ້າຍ ກໍ່ຕົກໃຈເຮັດນ້ອງຕົນເອງຂັບລົດໄວ ແລະ ເຈີດໄປເຈີດມາ ທ້າວ ອ້າຍ ໄດ້ຕົບບ່າ ແລ້ວບອກໃຫ້ທ້າວ ຄອນຜ່ອນຄັນເລັ່ງລົງ ແຕ່ທ້າວຄອນກໍ່ຍິ່ງບິດຄັນເລັ່ງຂຶ້ນ ເມື່ອຂັບມາຮອດໜ້າ ຄາຣາໂອເກະ ອິນແປງ ທັງສອງກໍ່ເກີດອຸບັດ ຕິເຫດ ລົດຈັກທີ່ຄອນ ກັບ ອ້າຍຂັບມາ ໄດ້ຕຳກັບລົດຈັກອີກຄັນໜຶ່ງທີ່ກຳລັງອອກມາຈາກ ອິນແປງ ເຮັດໃຫ້ຄູ່ກໍລະນີ ເສຍຊີວິດຄາທີ່ ສ່ວນທ້າວ ຄອນ ແມ່ນບາດເຈັບສາຫັດຕ້ອງໄດ້ຜ່າຕັດເລືອດຄ້າງໃນສະໝອງດ່ວນ ເກືອບຕາຍນອນລະຫຼົບໄປຫຼາຍມື້ ສ່ວນທ້າວ ອ້າຍ ແມ່ນຂາຊ້າຍຫັກ ທັງສອງໄດ້ນອນຮັກສາອາການບາດເຈັບທີ່ໂຮງໝໍ ມິດຕະພາບ 150 ຕຽງ.

ມີພະຍາຍານໃນສະຖານທີ່ເກີດເຫດຫຼາຍຄົນເວົ້າເປັນສຽງດຽວກັນວ່າ ເຫັນລົດທ້າວ ຄອນ ຂັບຊ້ອນສາມມາດ້ວຍຄວາມໄວ ແລ້ວຂັບເຈດມາໃສ່ລົດຜູ້ຕາຍທີ່ຂ້າມທາງວິດແລ້ວ ເຊິ່ງຄຳໃຫ້ການຂອງຫຼາຍຄົນໄດ້ເຮັດໃຫ້ທ້າວ ອ້າຍ ແລະ ທ້າວ ກອນ ເກີດຄວາມມຶນງົງ ໃຫ້ພວຫເຂົາເລົ່ານັ້ນວ່າເຫັນພວກເຂົາຂັບລົດຊ້ອນສາມມາໄດ້ແນວໃດ ເພາະຄວາມຈິງພວກເຂົາຂີ່ມານຳກັນແຕ່ສອງຄົນ ເມື່ອເວລາຜ່ານໄປ 6 ເດືອນ ທ້າວ ຄອນ ອາການກໍ່ດີຂຶ້ນກວ່າເກົ່າຫຼາຍລາວເລີຍມານັ່ງຄິດຄົນດຽວວ່າມື້ນັ້ນມີຫຍັງເກີດຂຶ້ນກັບລາວແທ້ ເປັນຫຍັງຢູ່ດີໆລາວຈິ່ງຂັບລົດແບບຄົນບໍ່ມີສະຕິແບບນັ້ນ ເພາະເບື້ອງຕົ້ນລາວກໍ່ຂັບລົດອອກຈາກເຮືອນໝູ່ມາໂດຍມີສະຕິດີ ຂັບມາແບບທຳມະດາ ແຮງຄິດກໍ່ແຮງສັບສົນຫາຄຳຕອບບໍ່ໄດ້ ເລື່ອງນີ້ມັນເປັນເລື່ອງທີ່ຊັບຊ້ອນໃນການຫາຄຳຕອບ ຫຼື ເປັນຍ້ອນອາຖັນເສື້ອມືສອງທີ່ລາວນຸ່ງໄປມື້ນັ້ນ ຄືກັບທີ່ ທ້າວ ອ້າຍ ເຄີຍບອກກັບລາວໄວ້ ເມື່ອຄິດຮອດເສື້ອໂຕນັ້ນລາວກໍ່ຟ້າວໄປຖາມຫາເສື້ອຈາກແມ່ຂອງລາວທັນທີ ແລະ ແມ່ຂອງລາວກໍ່ຕອບວ່າ “ແມ່ໄດ້ເອົາເສື້ອໂຕນັ້ນຖິ້ມຕັ້ງແຕ່ຢູ່ໂຮງໝໍແລ້ວ”

ແຕ່ງໂດຍ:​ ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...