ຣູບິດ (Rubik) ເປັນອີກໜຶ່ງກິລາທີ່ມ່ວນ ແລະ ທ້າທາຍຄວາມສາມາດຂອງຜູ້ຫຼິ້ນ ເຊິ່ງກິລາປະເພດນີ້ຜູ້ຫຼິ້ນຈະໄດ້ຝຶກທັງສອງໝອງ ແລະ ສະມາທິ ການຫຼິ້ນ ຣູບິດໃຫ້ເກັ່ງຕ້ອງຜ່ານການຮຽນຮູ້ ແລະ ການຝຶກເປັນເວລາດົນ ການແກ້ໄຂຣູບິດໃຫ້ສຳເລັດໃນເວລາທີ່ໜ້ອຍທີ່ສຸດເປັນຄວາມມັນ, ຄວາມທ້າທາຍ ແລະ ຄວາມພູມໃຈຂອງຜູ້ຫຼິ້ນທຸກຄົນ
ຣູບິດທີ່ໄດ້ຮັບຄວາມນິຍົມແຜ່ຫຼາຍໄປທົ່ວໂລກກໍ່ຄືກັບກິລາປະເພດອື່ນໆ ມີການທຳລາຍສະຖິຕິການແກ້ຣູບິດທີ່ໄວທີ່ສຸດໃນໂລກກັນມາຕະຫຼອດ ແລະ ຊາຍໜຸ່ມໄວອາຍຸ 20 ປີ ຊື່ວ່າ Mats Valk ໄດ້ໂຊການຫຼິ້ນຣູບິດດ້ວຍສີມືລະດັບຂັ້ນເທບ ໂດຍໄດ້ທຳລາຍສະຖິຕິໂລກຄັ້ງຫຼັ້າສຸດເມື່ອວັນທີ 6 ພະຈິກ 2016 ດ້ວຍການໃຊ້ເວລາແກ້ຣູບິດພຽງ 4.74 ວິນາທີ ເຊີນເບິ່ງວິດີໂອນີ້ໄດ້ເລີຍ
ບາດນີ້ເຮົາມາເບິ່ງທາງຝັ່ງຂອງຫຸ່ນຍົນ ເຊິ່ງການແຂ່ງຂັນຣູບິດດ້ວຍຫຸ່ນຍົນກໍ່ມີການທຳລາຍສະຖິຕິໂລກເຊັ່ນດຽວກັນ ຫຸ່ນຍົນທີ່ມີຊື່ວ່າ Sub1 Reloaded ຂອງບໍລິສັດ Infineon Technologies ຈາກປະເທດເຢຍລະມັນ ສ້າງສະຖິຕິໂລກຄັ້ງໃໝ່ໃນງານອິເລັກໂທຣນິກແຟຣ ທີ່ເມືອງ ມິວນິດ ເມື່ອອາທິດທີ່ຜ່ານມາ ດ້ວຍການແກ້ຣູບິດໃຊ້ເວລາພຽງ 0.673 ວິນາທີ ວ້າວ! ເຮົາມາເບິ່ງພ້ອມກັນເລີຍ
ແຫລ່ງທີ່ມາຈາກ: http://www.takieng.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!