Homeຄວາມງາມເຄັດລັບໜ້າສົດຊື່ນຫຼັງຕື່ນນອນ (ເຖິງຈະນອນເດິກພຽງໃດຕື່ນຂຶ້ນມາໜ້າຍັງງາມ)

ເຄັດລັບໜ້າສົດຊື່ນຫຼັງຕື່ນນອນ (ເຖິງຈະນອນເດິກພຽງໃດຕື່ນຂຶ້ນມາໜ້າຍັງງາມ)

Published on

ໃນຄໍລຳ ຄວາມງາມ ມື້ນີ້ແອັດມິນຈະມາເອົາໃຈສາວໆທີ່ມັກນອນເດິກ ແຕ່ຢາກໃຫ້ຕື່ນຂຶ້ນມາແລ້ວຍັງມີຜິວໜ້າທີ່ສົດຊື່ນ ເປັ່ງປັ່ງມີອໍຣາ ບໍ່ແຫ່ວໂສມປານຄົນອົດນອນ ຖ້າສາວໆຄົນໃດຕ້ອງການແບບນີ້ ຕ້ອງມາອ່ານທາງນີ້ດ່ວນ ເພາະມື້ນີ້ແອັດມິນ ມີເຄັດລັບໜ້າສົດຊື່ນຫຼັງຕື່ນນອນ (ເຖິງຈະນອນເດິກພຽງໃດຕື່ນມາໜ້າຍັງງາມ) ມາຝາກ ແຕ່ຈະເຮັດແນວໃດນັ້ນເຮົາມາອ່ານນຳກັນເລີຍ

  1. ກ່ອນນອນເຖິງວ່າຈະເດິກ ແລະ ທ່ານຈະຢາກນອນພຽງໃດກໍ່ຕາມທ່ານກໍ່ຕ້ອງລ້າງໜ້າໃຫ້ສະອາດກ່ອນນອນທຸກຄັ້ງ
  2. ຫຼັງຈາກລ້າງໜ້າໃຫ້ສະອາດແລ້ວ ກໍ່ຕ້ອງເພີ່ມຄວາມຊຸ່ມຊື່ນໃຫ້ກັບໃບໜ້າກ່ອນຄືການທາຄຣີມບຳລຸງໜ້າທີ່ທ່ານໃຊ້ເປັນປະຈຳນັ້ນແຫລະ ທາຫຼັງລ້າງໜ້ອາກ່ອນນອນທຸກວັນ ເມື່ອຕື່ນຂຶ້ນມາໜ້າຂອງທ່ານກໍ່ຍັງສົດຊື່ນຄືເກົ່າ
  3. ເວລານອນໃຫ້ນອນຫງາຍ ເພາະການນອນງາຍນັ້ນຈະເຮັດໃຫ້ໜ້າບໍ່ແຫ່ວບໍ່ເປັນຮອຍ ຄືກັບການນອນຕະແຄງ
  4. ຫຼັງຈາກຕື່ນນອນແລ້ວໃຫ້ທ່ານນວດໜ້າເບົາໆ ເພື່ອຫຼຸດຄວາມບວມຂອງໃບໜ້າ
  5. ເວລາລ້າງໜ້າຕອນເຊົ້າຫຼັງຕື່ນນອນໃຫ້ໃຊ້ນ້ຳເຢັນ ແລະ ນ້ຳອຸ່ນລ້າງໜ້າສະລັບກັນ ເພາະມັນຈະຊ່ວຍໃຫ້ການໄຫລວຽນຂອງເລືອດທີ່ຢູ່ບໍລິເວນໜ້າໄຫລວຽນໄດ້ສະດວກຂຶ້ນ ແລະ ເຮັດໃຫ້ຜິວໜ້າເຮົາສົດຊື່ນເຕັ່ງຕຶງອີກດ້ວຍ

ເຄັດລັບກໍ່ມີພຽງງ່າຍໆເທົ່ານີ້ ສາວໆຄົນໃດທີ່ຢາກເບິ່ງງາມຕັ້ງແຕ່ຕອນຕື່ນນອນຄວນນຳເອົາວິທີ ທີ່ກ່າວມາຂ້າງເທິງນີ້ໄປໃສ້ລອງເບິ່ງເດີ້
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...