Homeຂ່າວຕ່າງປະເທດລະທຶກ! ເດັກອາເມຣິກາ 5 ປີ ເດັກຍິງ 3 ປີ ຫວິດຕາຍ ເຫດຮຽນມາຈາກການຫຼິ້ນເກມ!

ລະທຶກ! ເດັກອາເມຣິກາ 5 ປີ ເດັກຍິງ 3 ປີ ຫວິດຕາຍ ເຫດຮຽນມາຈາກການຫຼິ້ນເກມ!

Published on

63733864

 

ແຫຼ່ງຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ສິງຫາ 2014 ຜ່ານມາວ່າ ມີເດັກຊາຍອາເມຣິກັນ ອາຍຸ 9 ປີ

ກໍ່ເຫດສຸດຊ໊ອກ ຍື່ນປືນໃຫ້ເດັກນ້ອຍຊາຍອາຍຸ 5 ປີ ໄປຍິງເດັກຍິງອາຍຸ 3 ປີ ຈົນບາດເຈັບສາຫັດ ໂດຍສາ

ລະພາບເປັນຄົນຍື່ນປືນໃຫ້ນ້ອງ ຫຼັງຈາກໄດ້ຮຽນຮູ້ວິທີການຖືປືນ ຈາກວີດີໂອເກມທີ່ມີເນື້ອຫາຮຸນແຮງ.

 

ເຫດການດັ່ງກ່າວເກີດຂຶ້ນໃນລັດໂຄໂລຣາໂດ ສະຫະລັດອາເມຣິກາ ເມື່ອວັນທີ 4 ສິງຫາທີ່ຜ່ານມາ ເມື່ອເດັກ

ຊາຍອາຍຸພຽງ 9 ປີ ໄດ້ເອົາປືນສັ້ນມາຫຼິ້ນຢູ່ໃນສະໜາມຫຍ້າຫຼັງເຮືອນຕົນເອງ ກ່ອນທີ່ຈະຍື່ນປືນດັ່ງກ່າວ

ໃຫ້ກັບເດັກຊາຍອາຍຸ 5 ປີ ທີ່ກຳລັງຫຼິ້ນຢູ່ນຳກັນ ຫຼັງຈາກນັ້ນເດັກນ້ອຍ 5 ປີຄົນດັ່ງກ່າວ ກໍໄດ້ຫັນປາຍປືນ

ໄປທີ່ເດັກຍິງອາຍຸ 3 ປີ ແລ້ວລັ່ນໄກປືນຍິງເດັກຍິງຄົນດັ່ງກ່າວ ຈົນໄດ້ຮັບບາດເຈັບສາຫັດ.

 

ຈາກເຫດການດັ່ງກ່າວນີ້ ໄດ້ເຮັດໃຫ້ເດັກຜູ້ເຄາະຮ້າຍ ຖືກນຳໂຕສົ່ງໂຮງໝໍຢ່າງຮີບດ່ວນທາງເຮລິຄັອບເຕີ້

ແລະ ນາງຖືກນຳໂຕເຂົ້າຫ້ອງຜ່າຕັດ ເພື່ອນຳເອົາລູກກະສຸນອອກທັນທີ ເຊິ່ງຕອນນີ້ອາການຢູ່ໃນຂັ້ນຊົງໂຕ

ໃນຂະນະທີ່ການສອບສວນຂອງເຈົ້າໜ້າທີ່ຕຳຫຼວດພົບວ່າ ເດັກຊາຍອາຍຸ 9 ປີ ຜູ້ນຳເອົາປືນອອກມາຫຼິ້ນນັ້ນ

ໄດ້ສາລະພາບໂດຍດີ ວ່າເຂົາຮຽນຮູ້ວິທີການຈັບປືນ ມາຈາກວີດີໂອເກມຕໍ່ສູ້ສົງຄາມ ເຊັ່ນ: Call of Duty ແລະ

ເກມ Black Ops ເຊິ່ງເປັນເກມທີ່ມີເນື້ອຫາຮຸນແຮງ ໃຊ້ປືນໄລ່ຍິງຝ່າຍກົງກັນຂ້າມຕະຫຼອດທັງເລື່ອງ.

 

ເຖິງຢ່າງໃດກໍດີ ເດັກຊາຍທັງ 2 ລາຍ ບໍ່ໄດ້ຖືກດຳເນີນຄະດີໃດໆ ແຕ່ຕຳຫຼວດມຸ່ງເອົາຄວາມຜິດກັບຜູ້ໃຫຍ່ທີ່

ຢູ່ໃນເຮືອນໃນຊ່ວງເວລາເກີດເຫດ ຂໍ້ຫາລະເລີຍການເບິ່ງແຍງລູກ ຈົນເຮັດໃຫ້ລູກຖືກຍິງຈົນບາດເຈັບສາຫັດ.

 

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...