spot_img
Homeຂ່າວຕ່າງປະເທດໂປແລນ ອາກາດໜາວຫຼາຍ ອຸນຫະພູມຕໍ່າສຸດ -21 ອົງສາ ເສຍຊີວິດແລ້ວ 12​ ຄົນ

ໂປແລນ ອາກາດໜາວຫຼາຍ ອຸນຫະພູມຕໍ່າສຸດ -21 ອົງສາ ເສຍຊີວິດແລ້ວ 12​ ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 9 ມັງກອນ 2017 ຜ່ານມາວ່າ ສະພາບອາກາດໜາວຫຼາຍ ອຸນຫະພູມຕໍ່າສຸດ -21 ອົງສາ ຈົນເປັນສາເຫດເຮັດໃຫ້ມີຜູ້ເສຍຊີວິດໃນໂປແລນແລ້ວ 12​ ຄົນ, ນັບຕັ້ງແຕ່ເລີ່ມເຂົ້າປີ 2017 ເຊິ່ງທາງຕຳຫຼວດບອກວ່າ ມີຫຼາຍຄົນທີ່ເສຍຊີວິດຈາກອຸປະຕິເຫດເທິງຖະໜົນ ເຊິ່ງມີສາເຫດມາຈາກຫິມະທີ່ຕົກລົງມາຢ່າງແຮງ, ເຊິ່ງມີລາຍງານວ່າເກີດອຸປະຕິເຫດຂຶ້ນ 21 ຄັ້ງ ໃນຊ່ວງເວລາພຽງແຕ່ 24 ຊົ່ວໂມງ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະບາດເຈັບອີກ 27 ຄົນ, ນອກຈາກນີ້ ກຸ່ມທີ່ສ່ຽງຕໍ່ການເສຍຊີວິດຄື ກຸ່ມຄົນທີ່ບໍ່ມີເຮືອນຢູ່ ເຊິ່ງບາງຄົນຖືກພົບເຫັນເສຍຊີວິດ  ໃນສະພາບນອນຢູ່ເທິງພື້ນດິນ ສົ່ງຜົນໃຫ້ຕຳຫຼວດຕ້ອງກວດຕະເວນຈຸດຕ່າງໆ ເພື່ອໃຫ້ຄຳແນະນຳ ແລະຊ່ວຍເຫຼືອໃນເວລາຈຳເປັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...