Homeນານາສາລະວິທີກຳຈັດຮອຍແປ້ວ ແບບວິທີທຳມະຊາດງ່າຍໆ

ວິທີກຳຈັດຮອຍແປ້ວ ແບບວິທີທຳມະຊາດງ່າຍໆ

Published on

ຮອຍແປ້ວ ເປັນສິ່ງທີ່ໃຜໆກໍບໍ່ຢາກໃຫ້ເກີດຂຶ້ນກັບຮ່າງກາຍ ໂດຍສະເພາະແມ່ນບໍລິເວນໃບໜ້າ, ໃຜທີ່ລອງໃຊ້ຄີມ ຫຼືຢາຫຼາຍຊະນິດແລ້ວ ແຕ່ຍັງບໍ່ດີ, ລອງມາໃຊ້ສູດກຳຈັດຮອຍແປ້ວ ເຊິ່ງມີສ່ວນປະສົມຂອງວັດຖຸທຳມະຊາດ ເຊິ່ງບໍ່ເປັນອັນຕະລາຍຕໍ່ສຸຂະພາບ ຊ່ວຍປະຢັດຄ່າໃຊ້ຈ່າຍ ແລະເຮົາສາມາດເຮັດເອງໄດ້ດ້ວຍວິທີງ່າຍໆ

  1. ສ່ວນປະສົມ:
  • ນໍ້າໝາກນາວ 4 ບ່ວງກາເຟ
  • ນໍ້າເຜິ້ງ 4 ບ່ວງກາເຟ
  • ໄຂ່ຂາວ 1 ໜ່ວຍ
  1. ວິທີເຮັດ:
  • ຊອກຫາພາຊະນະໃສ່ສ່ວນປະສົມທັງສາມ ແລະປະສົມໃຫ້ເຂົ້າກັນ
  • ເມື່ອປະສົມສ່ວນປະສົມທັງໝົດແລ້ວ ແລະຄົນໃຫ້ເຂົ້າກັນດີ ກໍຈະກາຍເປັນຄີມຫຼຸດຮອຍແຜເປັນໄດ້ຢ່າງດີ ແລະພ້ອມທີ່ຈະນຳໃຊ້
  • ທາສ່ວນປະສົມທີ່ໄດ້ລົງບໍລິເວນຮອຍແປ້ວ ທີ່ເຈົ້າຢາກຈະກຳຈັດອອກ, ຈາກນັ້ນປະໄວ້ 20​ ນາທີ ແລ້ວລ້າງອອກດ້ວຍນໍ້າອຸ່ນ
  • ໃຊ້ສູດນີ້ທາບໍລິເວນຮອຍແປ້ວທຸກວັນ ຢ່າງໜ້ອຍ 30 ວັນ ຈະເຫັນໄດ້ວ່າຮອຍແຜເປັນນັ້ນ ຄ່ອຍໆຈາງລົງ ສຸດທ້າຍກໍບໍ່ມີຮອຍແຜເປັນອີກຕໍ່ໄປ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...