spot_img
Homeຂ່າວການພັດທະນາຫັນການຄຸ້ມຄອງລາຍຮັບສ່ວຍສາອາກອນ ໄປສູ່ລະບົບທັນສະໄໝ

ຫັນການຄຸ້ມຄອງລາຍຮັບສ່ວຍສາອາກອນ ໄປສູ່ລະບົບທັນສະໄໝ

Published on

ໃນວັນ​ທີ 5 ມັງກອນ 2017ຜ່ານມານີ້ ທີ່​ໂຮງ​ແລນ​ມາກ ໄດ້ເປີດພິທີໂຄງການ​ລະບົບ​ຂໍ້​ມູນຂ່າວສານ​ຄຸ້ມ​ຄອງ​ລາຍ​ຮັບ​ສ່ວຍສາ​ອາກອນ ຂອງ​ກົມ​ສ່ວຍ​ສາອາກອນ ກະຊວງ​ການ​ເງິນ ຮັບເໝົາ​ໂຄງການ​ໂດຍບໍລິສັດ LG CNS-HHI Consortium  ໂດຍ​ມີ​ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ ຮອງ​ລັດຖະມົນຕີກະຊວງ​ການເງິນ ທ່ານ Yang Kang Yoen ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາຫຼີ ປະຈຳ ​ສປປ ລາວ ທ່ານ Woon Yeol Jeong ຮອງ​ປະທານ​ບໍລິສັດ LG CNS-HHI Consortium ພ້ອມ​ດ້ວຍ​ຄະນະ​ນຳນັກທຸລະກິດ ແລະ ພາກສ່ວນ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າຮ່ວມ.

ທ່ານ ພູ​ທະນູ​ເພັດ ໄຊ​ສົມບັດ ຫົວໜ້າ​ກົມ​ສ່ວຍ​ສາ​ອາກອນ ໄດ້ຂຶ້ນ​ລາຍ​ງານ​ໂຄງການ​ພັດ​ທະນາ​ລະບົບ​ຂໍ້​ມູນ​ຂ່າວສານ ​ຄຸ້ມຄອງ​ລາຍ​ຮັບ​ສ່ວຍ​ສາ​ອາກອນ ໃຫ້​ຮູ້​ວ່າ: ໂຄງການ​ດັ່ງກ່າວ ປະກອບ​ມີ 2 ໜ້າ​ວຽກ​ໃຫຍ່ຄື: ວຽກ​ພັດທະນາ​ລະບົບ​ຂໍ້​ມູນ​ຂ່າວສານ​ດ້ານ​ສ່ວຍ​ສາ​ອາກອນ ແມ່ນ​ການ​ສ້າງ​ລະບົບ​ຂໍ້​ມູນ​ຂ່າວສານ​ຄຸ້ມ​ຄອງ​ລາຍ​ຮັບ​ສ່ວຍ​ສາອາກອນ​ແບບ​ຄົບ​ຊຸດ ​ລວມ​ທັງການ​ພັດທະນາ​ຊຸດ​ຄຳ​ສັ່ງ ການແຈ້ງ​ມອບ​ລາຍ​ຮັບ ການ​ກວດສອບ​ຫຼັງ​ການ​ແຈ້ງ ການ​ປະ​ເມີນຄາດ​ຄະເນ​ແຫຼ່ງ​ລາຍ​ຮັບ ການກຳນົດ​ເລກ​ປະຈຳ​ຕົວ​ຜູ້​ເສຍ​ອາກອນ ການ​ເຊື່ອມ​ຕໍ່​ລະບົບ​ຕ່າງໆຂອງ​ກະຊວງ​ການ​ເງິນ ແລະ ຂະແໜງ​ການ​ອື່ນ​ທີ່​ກ່ຽວຂ້ອງ​ຜ່ານທາງ​ເອ​ເລັກ​ໂຕຣ​ນິກ ແລະ ສ້າງສູນ​ຂໍ້​ມູນ​ຂ່າວສານ (Data Center) ສ້າງ​ສູນ​ສຳຮອງ​ຂໍ້​ມູນ (Back Center) ເຊິ່ງ​ເປັນ​ຕຶກອາຄານ 6 ຊັ້ນ ຈະ​ນຳ​ໃຊ້​ສຳລັບເກັບ​ຖານ​ຂໍ້​ມູນ ການ​ເຝິກອົບຮົມການ​ບໍລິການ​ຜູ້​ເສຍ​ອາກອນ ຫ້ອງການ ແລະ ຫ້ອງ​ປະຊຸມ.

ການ​ກໍ່ສ້າງ​ໂຄງການ​ນີ້​ແມ່ນນຳ​ໃຊ້​ເງິນ​ກູ້​ຜ່ອນຜັນ​ຂອງ Economic Devolvement and Cooperation Funds (EDCF) ຂອງ​ລັດຖະບານ ສ ເກົາຫຼີ ມູນ​ຄ່າ​ເງິນ​ກູ້ 28,5 ລ້ານໂດ​ລາ​ສະຫະລັດ ຫຼື ປະມານ 233 ຕື້​ກວ່າ​ກີບ ແລະ ທຶນ​ສົມທົບ​ຂອງ​ລັດຖະບານ​ລາວ 4 ລ້ານໂດ​ລາ ຫຼື ປະມານ 32 ຕື້​ກວ່າ​ກີບ ລວມ​ມູ​ນຄ່າ​ທັງ​ໝົດ 32,5 ລ້ານໂດ​ລາ ຫຼື ປະມານ 266 ຕື້​ກວ່າກີບ ເຊິ່ງ​ຈະ​ມີ​ການ​ພັດທະນາ​ລະບົບ ແລະ ທົດ​ລອງ​ການ​ນຳ​ໃຊ້​ລະບົບ ຈະ​ໃຊ້​ເວລາ​ປະມານ 18 ເດືອນ ສ່ວນ​ການ​ກໍ່ສ້າງ​ພື້ນຖານໂຄງ​ລ່າງ ຈະ​ໃຊ້​ເວລາ 24 ເດືອນ ຄາດ​ວ່າການ​ທົດ​ລອງ​ນຳໃຊ້​ລະບົບ ​ແມ່ນ​ຈະ​ໄດ້​ເລີ່ມ​ກາງ​ປີ 2018 ສ່ວນ​ການ​ປຸກ​ສ້າງ​ແມ່ນຈະ​ສຳເລັດ​ໃນ​ຕົ້ນ​ປີ 2019.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...