spot_img
Homeຂ່າວ​ໄອ​ທີ10 ສິ່ງປະດິດທີ່ເຮັດມາຈາກ Lego ໃນລະດັບໂລກທີ່ເຫັນແລ້ວຕ້ອງຕົກໃຈ!!

10 ສິ່ງປະດິດທີ່ເຮັດມາຈາກ Lego ໃນລະດັບໂລກທີ່ເຫັນແລ້ວຕ້ອງຕົກໃຈ!!

Published on

ຖ້າເວົ້າເລື່ອງ Lego ແລ້ວຖືວ່າເປັນເຄື່ອງຫຼິ້ນຊະນິດໜຶ່ງສຳລັບເດັກນ້ອຍ ແລະກໍມີຈຳນວນການຜະລິດຫຼາຍເຖິງ 45,000 ລ້ານອັນທຸກໆປີ ນັບເປັນຄ່າສະເລ່ຍແລ້ວຄືທຸກຄົນເທິງໂລກຕ້ອງມີຊິ້ນສ່ວນ ​Brick ຄົນລະ 86 ອັນເລີຍ ແລະນີ້ກໍເປັນ 10 ສຸດຍອດສິ່ງປະດິດທີ່ເຮັດມາຈາກເຄື່ອງຫຼິ້ນສຸດມະຫັດສະຈັນທີ່ມີຊື່ວ່າ: “Lego” ຈະມີຫຍັງແດ່ໄປເບິ່ງນຳກັນເລີຍ

1. Largest Lego sets

        Lego Taj Mahal ຂອງອິນເດຍເປັນຊຸດຕໍ່ Lego ແນວສະຖາປັດຕະຍະກຳທີ່ໃຫຍ່ທີ່ສຸດໃນໂລກ ເພາະປະກອບດ້ວຍຊິ້ນສ່ວນຫຼາຍເຖິງ 5,922 ອັນ ເພື່ອສ້າງຂຶ້ນເປັນສັນຍະລັກຂອງອິນເດຍ ເຊິ່ງໂມເດວໂຕນີ້ມີຂະໜາດທີ່  20 ”x16” ກັນເລີຍ ແລະລົ້ມແຊັມເກົ່າແບບ Lego Millennium Falcon ທີ່ມີຈຳນວນຊິ້ນສ່ວນທີ່ 5,195 ອັນໄປໄດ້. 

2. The Tallest Lego Tower

        ຫໍຄອຍເປັນອີກສິ່ງໜຶ່ງທີ່ຕໍ່ງ່າຍຫຼາຍສຳລັບເດັກນ້ອຍ ແຕ່ນີ້ເປັນຫໍຄອຍທີ່ສູງເຖິງ 35.47 ແມັດ ເຊິ່ງປະກອບໄປດ້ວຍຊິ້ນສ່ວນທີ່ຫຼາຍເຖິງ 600,000 ອັນ ເຊິ່ງສ້າງຂຶ້ນໃນລະຫວ່າງວັນທີ 24 – 30 ມິຖຸນາ 2016 ທີ່ຜ່ານມາໃນເຢຍຣະມັນ.

3. Largest Lego House

        ແນ່ນອນວ່າ Lego ສາມາດສ້າງເຮືອນໄດ້ ເຊິ່ງ James May ລາຍການທີວີຂອງຄົນອັງກິດໄດ້ໃຊ້ໂຕຕໍ່ຫຼາຍກວ່າ 3 ລ້ານອັນເພື່ອສ້າງເຮືອນແບບ 2 ຊັ້ນຂຶ້ນມາດ້ວຍໂຕຕໍ່ພລາສຕິກ ແລະແນ່ນອນວ່າເຟີນິເຈີໃນເຮືອນກໍເປັນ Lego ທັງໝົດນຳ. ຖ້າຖາມວ່າມັນຈະບໍ່ເຈັບຫວາເວລານອນ? ເຮົາຕອບໄດ້ເລີຍວ່າທັງເຈັບທັງປວດພຸ້ນລະ ຖ້ານັ່ງຫຼືນອນເທິງເຟີນິເຈີທີ່ເຮັດດ້ວຍ Lego ^^.

4. Most Lego Bricks in one model

        ຍານ X-Wing Fighter ຈາກຮູບເງົາເລື່ອງ Star Wars ທີ່ເຮັດດ້ວຍຊິ້ນສ່ວນ Brick ຫຼາຍກວ່າ 5,335,200 ອັນ ທີ່ໜັກເຖິງ 20,856 ກິໂລກຣາມ ເຊິ່ງເຮັດຂຶ້ນເພື່ອສະໜັບສະໜຸນການຂາຍ ໂດຍຕິດຕັ້ງເຄື່ອງຈັກ ແລະໄຟເພື່ອໃຫ້ມັນເປັ່ງສຽງໄດ້ຄືຂອງແທ້ອີກນຳ.  

5. Largest Lego Car

        ຊິ້ນສ່ວນກວ່າເຄິ່ງລ້ານທີ່ຖືກນຳມາໃຊ້ເພື່ອສ້າງເປັນ Lego Car ຄັນນີ້, ແນ່ນອນວ່າມັນສາມາດຂັບໄດ້ນຳ ແຕ່ວ່າແລ່ນໄດ້ພຽງຄວາມໄວ 20 mph ເທົ່ານັ້ນ.

6. Largest Statue

        ປະຕິມາກຳອັນໃຫຍ່ທີ່ມີໃນ Denmark ອັນນີ້ແມ່ນໃຊ້ Lego ກວ່າ 1.5 ລ້ານອັນ ເຊິ່ງສູງເຖິງ 24 ຟຸດ ເຮັດຂຶ້ນຮຽນແບບ Sitting Bull ຜູ້ນຳຊາວພື້ນເມືອງຂອງອາເມຣິກັນທີ່ມີຊື່ສຽງຄົນໜຶ່ງ ທີ່ເຮັດອອກມາໃນລັກສະນະນັ່ງຢູ່.

7. Most expensive Lego Brick

        ສຳລັບຊິ້ນສ່ວນ Lego ນັ້ນແນ່ນອນວ່າມີລາຄາຖືກ ແຕ່ວ່າຄວາມຈິງແລ້ວມັນກໍມີບາງອັນທີ່ແພງຢູ່ໃດ໋ ເພາະວ່າມັນເຮັດດ້ວຍທອງຄຳຂາວແທ້ທັງນັ້ນ ເຊິ່ງມອບໃຫ້ກັບພະນັກງານທີ່ເຮັດວຽກມາກາຍ 25 ປີຂຶ້ນໄປ. 

8. Largest Lego Bridge

        ສຳລັບຂົວເລໂກ້ອັນນີ້ແມ່ນສູງເຖິງ 39.32 ແມັດ ໂດຍສ້າງຂຶ້ນອີງຈາກຂົວ Akashi Kaikyo ໂດຍຫໍຄອຍແຕ່ລະຟາກນັ້ນສູງກວ່າ 9 ຟຸດ ແລະເຮັດລາງລົດເພື່ອຂົນສົ່ງລົດໄຟໂມເດວ ແລະຈັດສະແດງໂຊເພື່ອເປີດໂຕລົດ Land Rover .

9. Lego Images

        Lego ບໍ່ແມ່ນພຽງສ້າງໂມເດວໄດ້ເທົ່ານັ້ນ ບາງເທື່ອກໍສາມາດສ້າງສິ່ງທີ່ສວຍງາມໄດ້ນຳ. ໂດຍທີ່ໂຮງຮຽນ Cowley ໃນລອນດອນ ໄດ້ໃຊ້ Lego ກວ່າ 1.2 ລ້ານອັນສ້າງກຳແພງຂະໜາດ 250 ແມັດກ້ອນ ແລະໃຊ້ເວລາສ້າງດົນເຖິງ 3 ເດືອນ ແລະຖືກຈັດວ່າເປັນພາບທີ່ສ້າງຂຶ້ນຈາກ Bricks ທີ່ງາມທີ່ສຸດອີກນຳ. 

10. The largest Lego castle

        The Toy and Plastic Brick Museum ໃນໂອໄຮໂອ ເປັນປະສາດ Lego ທີ່ໃຫຍ່ທີ່ສຸດ ແລະກາຍເປັນພິພິທະພັນໄປເມື່ອໄວໆນີ້. ໂດຍມີ Brick ກວ່າ 4 ລ້ານອັນໃນພິພິທະພັນ ແລະໃຊ້ອີກ 1.4 ລ້ານອັນໃນການສ້າງປະສາດທີ່ມີ Mini-Figure ກວ່າອີກ 2,100 ອັນຄອບຄອງ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...