Home​ຂ່າວທ່ອງທ່ຽວສວນມົນຕາຈຳປາລາວ ເມືອງປາກຊ່ອງ ສວນດອກໄມ້ທີ່ໃຫຍ່ທີ່ສຸດໃນປະເທດລາວ

ສວນມົນຕາຈຳປາລາວ ເມືອງປາກຊ່ອງ ສວນດອກໄມ້ທີ່ໃຫຍ່ທີ່ສຸດໃນປະເທດລາວ

Published on

ທ່ອງທ່ຽວກັບລາວໂພສຕ໌ ວັນນີ້ເຮົາຈະພາທຸກຄົນມາຮູ້ຈັກກັບ ສະຖານທີ່ທ່ຽວແຫ່ງໃໝ່ໃນດິນແດນກາເຟຊື່ດັງຂອງເມືອງລາວ ເຊິ່ງຫາກໍ່ເປີດໃຫ້ບໍລິການວ່າຕົ້ນເດືອນນີ້ ຖືວ່າຍັງໃໝ່ໆສົດໆຮ້ອນໆຢູ່ ແຕ່ກໍ່ໄດ້ຮັບຄວາມນິຍົມຈາກຜູ້ຄົນເປັນຈຳນວນ

ຖ້າໃຜໄດ້ມາທາງສວນປາກຊອງ ຢ່າລືມມາແວ່ ສວນມົນຕາຈຳປາລາວ ສວນອຸທະຍານດອກໄມ້ຫຼາກສີທີ່ໃຫຍ່ທີ່ສຸດໃນປະເທດລາວ, ໝາກສະຕໍເບີຣີຫອມຫວານ ແລະ ສວນຜັກປອດສານຜິດ

269

ສວນມົນຕາຈຳປາລາວ ຕັ້ງຢູ່ທີ່ບ້ານຫຼັກ11 ເມືອງປາກຊອງ ແຂວງຈຳປາສັກ ການເດີນທາງມາສະດວກສະບາຍ ເມື່ອທ່ານມາຮອດ ທ່ານກໍ່ຈະໄດ້ພົບກັບສວນດອກໄມ້ທີ່ສວຍງາມຂະໜາດໃຫຍ່ຈົນສຸດສາຍຕາ ແລະ ນອກຈາກຈະມີດອກໄມ້ງາມແລ້ວ ທ່ານຍັງຈະໄດ້ເກັບໝາກສະຕໍເບີຣີ ສົດໆຈາກຕົ້ນມາກິນອີກຕາງຫາກ ???

ສຳລັບຄູ່ທີ່ແຕ່ງງານໃໝ່ ຫຼື ຄູ່ທີ່ຮັກກັນມາດົນແລ້ວ ຢາກມາເພີ່ມຄວາມຫວານໃຫ້ກັບຊີວິດຄູ່ ແມ່ນເໝາະສົມທີ່ສຸດ ເພາະວິວທິວທັດຂອງສະຖານທີ່ແຫ່ງນີ້ ເມື່ອຕອນເຊົ້າກ່ອນຕະເວັນຂຶ້ນ ແລະ ຕອນເວັນກ່ອນຕະເວັນລັບຂອງຟ້າ ຈະມີບັນຍາກາດໂຣແມນຕິກແບບສຸດໆ ແຕ່ສຳລັບຄົນທີ່ຕ້ອງການມາທ່ຽວແບບຄອບຄົວກໍ່ເໝາະສົມເຊັ່ນດຽວກັນ ເພາະບ່ອນນີ້ມີສະຖານທີ່ພັກແບບສະອາດ, ສະດວກສະບາຍ ໄວ້ໃຫ້ຜັກຜ່ອນ

121 7024 15622290_129384327553489_8035192376200856332_n 15541983_129384360886819_7650137972984530932_n

15267716_113099552515300_5812751622281048641_n15326426_111667005991888_1135611138262640137_n15267815_111643052660950_1290608236978381840_n15589603_129383310886924_8331128700809884392_n15697419_137801593378429_7657232904428724227_n15780945_143440689481186_4004607647753679722_n

 

ຮູບພາບຈາກ: ສວນມົນຕາຈຳປາລາວ
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...