Home​ຂ່າວທ່ອງທ່ຽວຄໍາມ່ວນ ກຽມຄວາມພ້ອມໃນການຈັດງານບຸນນະມັດສະການ ພະທາດສີໂຄດຕະບອງປະຈຳປີ 9-11/02/2017

ຄໍາມ່ວນ ກຽມຄວາມພ້ອມໃນການຈັດງານບຸນນະມັດສະການ ພະທາດສີໂຄດຕະບອງປະຈຳປີ 9-11/02/2017

Published on

ເມື່ອວັນທີ 4 ມັງກອນ 2017 ທີ່ຜ່ານມາ ບັນດາອານຸກຳມະການຮັບຜິດຊອບ ໃນງານບຸນນະມັດສະການ ພະທາດສີໂຄດຕະບອງ ປະຈຳປີ 2017 ໄດ້ລາຍງານຄວາມພ້ອມ ໃນການຫ່າງຫາກະກຽມ ການຈັດຕັ້ງບຸນດັ່ງກ່າວ ລະຫ່ວາງ ວັນທີ 9-11 ກຸມພາ 2017 ທີ່ຈະມາເຖິງໃນມໍ່ໆນີ້ ໂດຍເປັນປະທານຮ່ວມຂອງທ່ານ ແສງທອງ ພະຄຸນທອງ ປະທານ ແນວລາວສ້າງຊາດ ແຂວງຄຳມ່ວນ ຮອງປະທານ ຈັດງານບຸນ ທ່ານ ຈັນ ບຸບຜາລີວັນ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆທ່າແຂກ ເຂົ້າຮ່ວມໃນພິທີມີ ພຣະເຖລາ-ນຸເຖຣະ ບັນດາຄະນະ ບໍລິຫານງານພັກເມືອງ, ບັນດາພະແນກການ ບັນດາອານຸ ກຳມະການ ແລະ ຄະນະພັກຮາກຖານ 4 ກຸ່ມບ້ານ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ບັນດາຜູ້ເຂົ້າຮ່ວມ ກໍ່ຄືບັນດາຫົວໜ້າ ອານຸກຳມະການຕ່າງໆ ໄດ້ລາຍງານຄວາມພ້ອມ ໃນການກະກຽມບັນດາໜ້າວຽກ ຂອງອານຸກຳມະການຕົນເປັນ ທີ່ຮຽບຮ້ອຍ ເປັນຕົ້ນໃນແຜນວຽກ ແລະ ແຜນງົບປະມານ ການ​ໃຊ້ຈ່າຍທີ່ໄດ້ຮັບການແຕ່ງຕັ້ງ, ແບ່ງຄວາມຮັບຜິດຊອບ ໃນບັນດາໜ້າວຽກ ທີ່ໄດ້ຮັບການມອບໝາຍ ເພື່ອທີ່ຈະນຳໄປ ຈັດຕັ້ງປະຕິບັດ ໃຫ້ເກີດຜົນສຳເລັດ ແລະ ມີຄວາມພັດທະນາ ກ້າວໜ້າສົມບູນຂຶ້ນກ່ວາ ໄລຍະປີທີ່ຜ່ານມາ.

ຂ່າວຈາກ: http://www.abclaosnews.com/2017/01/9-11.html
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...