Homeນານາສາລະ6 ອາການທີ່ເກີດຂຶ້ນກັບຮ່າງກາຍ ຖ້າດື່ມນໍ້າບໍ່ພຽງພໍ

6 ອາການທີ່ເກີດຂຶ້ນກັບຮ່າງກາຍ ຖ້າດື່ມນໍ້າບໍ່ພຽງພໍ

Published on

ຮ່າງກາຍຂອງຄົນເຮົາມີຄວາມຕ້ອງການນໍ້າ ເພື່ອເອົາໄປຫຼໍ່ລ້ຽງສ່ວນຕ່າງໆໃນຮ່າງກາຍ ເຊິ່ງຄວນດື່ມວັນລະ 8-9 ຈອກຕໍ່ວັນ ຖ້າຫາກຮ່າງກາຍໄດ້ຮັບນໍ້າບໍ່ພຽງພໍຕາມຄວາມຕ້ອງການ ຈະກໍ່ໃຫ້ເກີດ 6 ອາການດັ່ງຕໍ່ໄປນີ້:

  1. ສຸຂະພາບບໍ່ສະບາຍ: ເພາະການດື່ມນໍ້າທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຈະຊ່ວຍປ້ອງການເກີດໜິ້ວໃນໝາກໄຂ່ຫຼັງ, ມະເຮັງໃນກະເພາະທາງເດີນອາຫານ ແລະລະບົບທາງເດີນນໍ້າປັດສະວະ ແລະຍັງຊ່ວຍປ້ອງກັນຈາກພະຍາດຫົວໃຈ, ແຕ່ຖ້າຫາກດື່ມນໍ້າບໍ່ພຽງພໍ ຈະມີຜົນເສຍຕໍ່ໝາກໄຂ່ຫຼັງ, ກະເພາະໄດ້
  2. ການເຜົາຜານຊ້າລົງ: ເພາະກິນດື່ມນໍ້າຈະຊ່ວຍໃຫ້ເຮົາເຜົາຜານໄວ ການເຜົາຜານໃນຮ່າງກາຍ ຂຶ້ນຢູ່ກັບການດື່ມນໍ້າ
  3. ຕ້ອງໃຊ້ຄວາມພະຍາຍາມກັບການເຮັດວຽກ: ເພາະສະໝອງຂາດນໍ້າ ເຮັດໃຫ້ການເຮັດວຽກມີປະສິດທິພາບໜ້ອຍລົງ ແລະຕ້ອງໄດ້ໃຊ້ເວລາຫຼາຍຂຶ້ນ ແລະໃຊ້ຄວາມພະຍາຍາມໃນການເຮັດວຽກໃຫ້ແລ້ວຫຼາຍຂຶ້ນ
  4. ຢາກອາຫານຫຼາຍຂຶ້ນ: ຄົນທີ່ດື່ມນໍ້າໃນປະລິມານ 2 ຈອກກ່ອນກິນອາຫານ ຈະເຮັດໃຫ້ມີປະລິມານແຄລໍລີ່ໃນຮ່າງກາຍໜ້ອຍລົງ 75-90, ແຕ່ຖ້າຫາກເຮົາດື່ມນໍ້າໜ້ອຍ ຈະເຮັດໃຫ້ເຮົາກິນອາຫານຫຼາຍ ແຄລໍລີ່ໃນຮ່າງກາຍກໍເພີ່ມຂຶ້ນຫຼາຍ
  5. ຜິວແຫ່ວ ແລະແກ່ກ່ອນໄວ: ເພາະນໍ້າຈະເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວ, ຫຼຸດຮອຍແຫ່ວແຫ້ງ ເພີ່ມຄວາມສົດຊື່ນໃຫ້ກັບຜິວ
  6. ມີຄວາມຮູ້ສຶກເສົ້າໃຈ: ຄົນທີ່ບໍ່ມັກດື່ມນໍ້າ ຈະເຮັດໃຫ້ຮູ້ສຶກເຖິງຄວາມອ່ອນແອ ແລະສັບສົນ ຫຼືໃຈຮ້າຍ ເຊິ່ງຈະແຕກຕ່າງຈາກຄົນມັກດື່ມນໍ້າ

ເມື່ອເຮົາຮູ້ແລ້ວວ່າ ຖ້າບໍ່ດື່ມນໍ້າໃຫ້ພຽງພໍກັບຄາມຕ້ອງການຂອງຮ່າງກາຍ ຈະເຮັດໃຫ້ມີຫຼາຍອາການແບບນີ້ ເຮົາກໍຄວນຫັນມາໃສ່ໃຈສຸຂະພາບ ດ້ວຍການດື່ມນໍ້າໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ພຽງເທົ່ານີ້ ກໍຈະເຮັດໃຫ້ເຮົາຫ່າງຈາກອາການດັ່ງກ່າວໄດ້
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...