Homeຄວາມງາມສູດກຳຈັດບັນຫາໜ້າມັນ

ສູດກຳຈັດບັນຫາໜ້າມັນ

Published on

ໃນຄໍລຳ ຄວາມງາມ ມື້ນີ້ແອັດມິນຈະມາເອົາໃຈຄົນທີ່ມີບັນຫາໜ້າມັນ ມີໜ້າມັນເປັນປະຈຳ ໂດຍຈະມາແນະນຳສູດພອກໜ້າທີ່ເຮັດຈາກໝາກໄມ້, ພືດຜັກທີ່ເຮົາກິນຢູ່ເປັນປະຈຳ ວິທີການເຮັດກໍ່ງ່າຍໆ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານນຳກັນເລີຍ

ສູດສຳລັບຄົນໜ້າມັນ

ສູດທີ 1 ໃຊ້ໝາກເລັ່ນໃຫຍ່ສຸກ 1 ໜ່ວຍ ບົດໃຫ້ລະອຽດ ແລ້ວນຳມາພອກໜ້າໄວ້ປະມານ 10-15 ນາທີ ຈາກນັ້ນກໍ່ລ້າງອອກດ້ວຍນ້ຳອຸ່ນ ແລ້ວກໍ່ລ້າງໜ້າດ້ວຍນ້ຳເຢັນອີກຄັ້ງໜຶ່ງເພື່ອກະຊັບຮູຂຸມຂົນ ເຮັດອາທິດລະ 1 ຄັ້ງ ນອກຈາກຈະຊ່ວຍກຳຈັດຄວາມມັນທີໜ້າໄດ້ແລ້ວ ໃບໜ້າຍັງໄດ້ຮັບວິຕາມິນຊີ ແລະ ກຣົດ AHA ໃນໝາກເລັ່ນ ເຊິ່ງຈະຊ່ວຍເຮັດໃຫ້ໜ້າຂາວໃສ ແລະ ສິວສ້ຽນລຸດລອກອອກໄປອີກຕາງຫາກ

ສູດທີ 2 ໃຊ້ໝາກແຕງຊອຍເປັນປ່ຽງບາງໆ ແລ້ວນຳມາແປະໃສ່ທົ່ວໃບໜ້າ ປະໄວ້ປະມານ 30-60 ນາທີ ຈາກນັ້ນຈິ່ງລ້າງອອກດ້ວຍສະອາດ ໃບໜ້າຂອງທ່ານຈະຮູ້ສຶກສະອາດ,​ສົດຊື່ນ ແລະ ໃສຂຶ້ນ ຫາກເຮັດເປັນປະຈຳອາທິດລະເທື່ອ ນອກຈາກຈະຊ່ວຍໃຫ້ຄວາມມັນຫາຍໄປແລ້ວ ຍັງເຮັດໃຫ້ໜ້າເຕັ່ງຕຶງອີກດ້ວຍ

ສຳລັບຄົນທີ່ມີບັນຫາໜ້າມັນລອງນຳສູດທີ່ວ່ານີ້ໄປໃຊ້ລອງເບິ່ງເດີ້ ຮັບຮອງວ່າໄດ້ຜົນດີແນ່ນອນ ເພາະແອັດມິນໃຊ້ມາແລ້ວ ໃຊ້ດີຈິ່ງບອກຕໍ່

 

ຂໍ້ມູນຈາກ: http://women.sanook.com/55729/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...