Homeຂ່າວພາຍ​ໃນລາຄາສິນຄ້າໝວດສະບຽງອາຫານ ຢູ່ຕະຫລາດ ນ.ວ ຍັງປົກກະຕິ ໄລຍະສະຫລອງປີໃໝ່ສາກົນ

ລາຄາສິນຄ້າໝວດສະບຽງອາຫານ ຢູ່ຕະຫລາດ ນ.ວ ຍັງປົກກະຕິ ໄລຍະສະຫລອງປີໃໝ່ສາກົນ

Published on

ຜ່ານການລົງຕິດຕາມສະພາບລາຄາສິນຄ້າ ໃນໄລຍະສະຫຼອງປີໃໝ່ສາກົນ 2017 ຢູ່ຕາມທ້ອງຕະຫລາດ ນະຄອນຫຼວງວຽງຈັນຂອງນັກຂ່າວພວກເຮົາເຊັ່ນ: ຕະຫຼາດໂພນສະຫວ່າງ, ຕະຫຼາດສະພານທອງ, ຕະຫຼາດຂົວດິນ ແລະ ແຫ່ງອື່ນໆເຫັນວ່າ ສິນຄ້າປະເພດເຄື່ອງບໍລິໂພກຫລາຍຢ່າງ ແມ່ນຢູ່ໃນເກນປົກກະຕິເຊັນ: ຊີ້ນງົວລາຄາຢູ່ໃນລະດັບເກົ່າ 70-75 ພັນກີບ/ກິໂລ, ຊີ້ນໝູ 30-35 ພັນກີບ/ກິໂລ, ເປັດ-ໄກ່ 40-45 ພັນກີບ/ກິໂລ, ປານິນກະຊັງ 16-18 ພັນກີບ/ກິໂລ, ສ່ວນລາຄາພືດຜັກຕ່າງໆ ກໍມີບາງຊະນິດມີລາຄາຫຼຸດລົງ ຫຼື ເພີ່ມຂຶ້ນກໍພຽງປະມານ 1-2 ພັນກີບ. ຕາມລະດູການຂອງມັນຄື: ຜັກກາດຂາວ, ຜັກບົ້ງ, ຜັກຫົ່ມ, ຜັກຫອມ, ໝາກເຜັດ, ໝາກນາວ ແລະ ອື່ນໆ, ຂະນະທີ່ຊາວຄ້າຂາຍກໍຍອມຮັບວ່າ: ໃນໄລຍະປີໃໝ່ສາກົນນີ້ ລາຄາສິນຄ້າບໍລິໂພກແມ່ນຢູ່ໃນເກນປົກກະຕິດີຕາມກົນໄກຕະຫຼາດ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄວບຄຸມລາຄາສິນຄ້າຢ່າງເຂັ້ມງວດຂອງພາກສ່ວນກ່ຽວຂ້ອງ  ແລະ ເຖິງວ່າຈະເປັນວັນສຳຄັນ ທີ່ມີຄວາມຕ້ອງການສິນຄ້າຂອງຜູ້ບໍລິໂພກຫຼາຍຂຶ້ນ, ແຕ່ກໍສາມາດຕອບສະໜອງຄວາມຕ້ອງການໄດ້ພຽງພໍ ແລະ ຮັບປະກັນໃຫ້ລາຄາສິນຄ້າບໍ່ມີການເໜັງຕີງ.

ແນວໃດກໍຕາມ ພາກສ່ວນກ່ຽວຂ້ອງ ກໍຄວນຈະຕ້ອງສືບຕໍ່ຕິດຕາມ ແລະ ຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດ ໃຫ້ເປັນປົກກະຕິ ເພື່ອສະກັດກັ້ນການສວຍໂອກາດ ຂື້ນລາຄາສິນຄ້າຕາມລຳພັງດັ່ງທີ່ເຄີຍເປັນມາ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...