Home​ຂ່າວບັນເທິງເປີດກ້ອງແລ້ວ! ຮູບເງົາຮ່ວມມື ລາວ-ຈີນ ຄັ້ງທຳອິດ ເລື່ອງດອກຈຳປາບານ!

ເປີດກ້ອງແລ້ວ! ຮູບເງົາຮ່ວມມື ລາວ-ຈີນ ຄັ້ງທຳອິດ ເລື່ອງດອກຈຳປາບານ!

Published on

ຂປລ. ​ພິທີ​ເປີດ​ກ້ອງ​ຖ່າຍ​ທຳ​ ຮູບ​ເງົາ​ຮ່ວມ​ມື ລາວ-ຈີນ ຄັ້ງ​ທຳ​ອິດ ​ເລື່ອງ “ດອກ​ຈຳປາ​ບານ” ​ໄດ້​ເປີດຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 31 ທັນວາ 2016 ທີ່​ ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ເປັນ​ເລີກ​ງາມ​ຍາມ​ດີ ໃນ​ການຈັດ​ພິທີ​ດັ່ງກ່າວ, ​​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ເຈົ້າ ພິຈິດ ຜູ້ອຳນວຍການ​ໃຫຍ່​ ສະຖານ​ນີ​ໂທລະພາບ​ແຫ່ງ​ຊາດ​ລາວ, ທ່ານ ວິທູນ ສູນ​ດາລາ ວ່າການ​ກົມ​ຮູບ​ເງົາ​ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລ​ະ ທ່ອງ​ທ່ຽວ, ທ່ານ ​ໂຈ​ຢຽນ ຜູ້​ສ້າງ​ຮູບ​ເງົາ​ດອກ​ຈຳປາ​ບານ ພ້ອມ​ທັງ​ເປັນ​ປະທານ ບໍລິສັດ ຈົງ​ສື້ຢາ​ໄທ້ ປັກ​ກິ່ງ ວັດທະນະທຳ​ສາກົນ ​ຈຳກັດ ພ້ອມ​ດ້ວຍນັກສະ​ແດງ ລາວ-ຈີນ ​ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຮູບ​ເງົາ​ດັ່ງກ່າວ, ສ້າງ​ຂຶ້ນ​ເພື່ອ​ເປັນ​ການ ສະ​ເຫລີ​ມສະຫລອງ​ ສາຍ​ພົວພັນ​ການ​ທູດ ລາວ-ຈີນ ຄົບ ຮອບ 55 ປີ ​ເຊິ່ງ​ເປັນ​ຮູບ​ເງົາ​ທີ່​ພັນ​ລະນາ​ເຖິງ​ ຄວາມ​ຮັກ​ທີ່​ສວຍ​ງາມຂອງ​ໜຸ່ມ​-ສາວສອງ​ປະ​ເທດ ລາວ-ຈີນ ທີ່​ສະ​ແດງ​ອອກ​ໃຫ້​ເຫັນ​ເຖິງ ​ການ​ພົວພັນ​ມິດຕະພາບ, ການ​ຜູກມິດສາ​ຍສຳພັນ​ອັນ​ດີງາມ, ພ້ອມ​ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທຳ​ມະ​ຊາດ, ວັດທະນະ​ທໍາ, ຮີດຄອງ​ປະ​ເພນີ ​ແລະ ວິຖີ​ຊີວິດຂອງ​ປະຊາຊົນ​ທ້ອງ​ຖິ່ນ ຂອງ​ປະຊາຊົນ​ສອງ​ຊາດ ລາວ-ຈີນ ​ອອກ​ສູ່​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ​ພາຍ​ນອກ​ອາ​ຊຽນ ​ໄດ້​ຮັບ​ຮູ້​ຂໍ້​ມູນ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ​ຕ່າງ​ໆຂອງ​ສອງ​ປະ​ເທດ ລາວ-ຈີນ, ພ້ອມ​ທັງ​ເປັນ​ການ​ເປີດ​ກ້ວາງ​ທັງ​ສອງປະ​ເທດ​ຂຶ້ນ​ຕື່ມ ​ແລະ ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ອງ​ ເຂົ້າ​ມາ​ທ່ອງ​ທ່ຽວໃນ​ສອງ​ປະ​ເທດ ລາວ-ຈີນ ​ໄດ້​ອີກ​ດ້ວຍ.

3120171-hubhao-1

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...