spot_img
Homeເກມລວມ 6 ເຫດການສຸດເສົ້າໃນເກມທີ່ຈະເຮັດໃຫ້ເຈົ້າເສຍນ້ຳຕາ

ລວມ 6 ເຫດການສຸດເສົ້າໃນເກມທີ່ຈະເຮັດໃຫ້ເຈົ້າເສຍນ້ຳຕາ

Published on

​ກ່ອນທີ່ຈະເຂົ້າສູ່ບົດຄວາມນີ້ຜູ້ຂຽນຢາກຂໍເຕືອນຜູ້ອ່ານທຸກຄົນວ່າຕໍ່ໄປນີ້ຈະເປັນການ “Spoil (ສະປອຍ)” ເລື່ອງລາວພາຍໃນໂຕເກມຕໍ່ໄປນີ້ຄື:  Suikoden ll, The Walking Dead, Metal Gear 3, BioShock 2, Journey, ແລະ To The Moon ຖ້າຫາກໃຜຍັງບໍ່ພ້ອມທີ່ຈະຮັບເອົາສະປອຍນີ້ ຫຼືຍັງຫຼິ້ນບໍ່ທັນຈົບໃຫ້ຂ້າມໄປໄດ້ເລີຍ ເພາະນີ້ຖືວ່າເປັນກ່າວເຖິງຕອນສຳຄັນໆໃນເກມທັງນັ້ນ. ຖ້າໃຜບໍ່ຢ້ານເຮົາມາເບິ່ງນຳກັນເລີຍວ່າມີເກມໃດແດ່ທີ່ຈະເຮັດໃຫ້ຜູ້ຫຼິ້ນເສຍນ້ຳຕາໄດ້. 

  • Suikoden ll ສາກການຕາຍຂອງ Nanimi


ເກມທີ່ເຮົາຈະໄດ້ປະຈົນໄພເພື່ອເຝິກຝົນການເປັນຜູ້ນຳອານະຈັກ ເຊິ່ງເຮົາຈະໄດ້ພົບສະມາຊິກຫຼາກຫຼາຍເຊິ່ງໜຶ່ງໃນນັ້ນກໍຄື: ນ້ອງສາວຂອງຕົນເອງເຊິ່ງໃນຕອນທ້າຍນາງກໍໄດ້ຕາຍໃນອ້ອມເອິກຂອງໂຕເອກເຮົານີ້ເອງ.

 

  • Tellatle’s The Walking Dead ສາກການຕາຍຂອງ Lee


ເກມທີ່ມີເນື້ອເລື່ອງເຂັ້ມຂຸ້ນບໍ່ໄດ້ນ້ອຍໜ້າໄປກວ່າຊີຣີເລີຍ ເຊິ່ງ Lee ໂຕເອກຂອງເກມນັ້ນໄດ້ຖືກ Walker ກັດໃສ່ຕອນທ້າຍເຊິ່ງເຮົາກໍເລືອກໄດ້ວ່າຈະໃຫ້ໜູນ້ອຍ Clementine ຍິງເຮົາຫຼືປ່ອຍເຮົາໄວ້ ເຊິ່ງຖ້າເປັນສາກທີ່ເຮົາເລືອກໃຫ້ຍິງເຮົານີ້ເວົ້າໄດ້ວ່າຫົດຫູ່ກັນສຸດໆເລີຍ.

 

  • Metal Gear 3 Snake Eater


ໃນພາກນີ້ນັ້ນຕອນທຳອິດເຮົາຈະຄຶດກັນວ່າ: Naked Snake ຫຼື The Boss ນັ້ນເປັນຄົນທໍລະຍົດປະເທດແຕ່ໃນຄວາມຈິງແລ້ວ ພັດເປັນແບ້ຮັບບາບເພື່ອທີ່ຈະບໍ່ໃຫ້ເກີດສົງຄາມລະຫວ່າງສະຫະລັດກັບສະຫະພາບໂຊວຽດແທນ ເວົ້າໄດ້ວ່າງານນີ້ວິລະບູລຸດສຸດໆເລີຍ. 

 

  • Bioshock 2 ສາກຈົບແບບດີ


ໃນຕອນຈົບນັ້ນຖ້າເຮົາຫຼິ້ນແບບຄົນດີ ກໍຈະເຮັດໃຫ້ Eleanor ດູດເອົາ Adam ອອກຈາກໂຕເຮົາໃນຕອນທີ່ເຮົາໃກ້ຕາຍເພື່ອໃຫ້ເປັນໜຶ່ງດຽວກັນ ເວົ້າໄດ້ວ່າຊຶ້ງສຸດໆເລີຍເມື່ອທຽບກັບສາກຈົບແບບບໍ່ດີ. 

 

  • Journey ສາກຈົບຂອງການປະຈົນໄພ


ເກມປະຈົນໄພທີ່ບໍ່ມີບົດເລີຍໝົດເກມ ທີ່ສື່ດ້ວຍພາບ ແລະເພງຢ່າງດຽວເທົ່ານັ້ນ ເຊິ່ງໃນຕອນສຸດທ້າຍທີ່ເຮົາຈະຕາຍຢູ່ເທິງພູເຂົາຫິມະແຕ່ວ່າພັດຖືກສົ່ງຂຶ້ນໄປໃນຍອດເຂົາທີ່ເຮົາຈະຍ່າງຜ່ານເຂົ້າໄປໃນແສງ ແລະມີເພງປະກອບຂຶ້ນມານຳ ເຊິ່ງເປັນສາກຈົບທີ່ອົບອຸ່ນໃຈກັນເລີຍ. 

 

  • To The Moon ສາກຈົບ


ເກມທີ່ມີເລື່ອງລາວກ່ຽວກັບຄວາມຮັກ, ການຊອກຫາຄວາມຝັນຂອງໃຜບາງຄົນທີ່ມີນັກວິທະຍາສາດໃຊ້ເຄື່ອງທີ່ຍ້ອນໄປໃນຄວາມຊົງຈຳຂອງຊາຍເຖົ້າໃກ້ຕາຍເທິງຕຽງ ເຊິ່ງຄວາມຝັນສູງສຸດຂອງລາວນັ້ນກໍຄືບິນໄປທີ່ດວງຈັນ ໂດຍໃນຕອນຈົບນັ້ນຈະເຮັດໃຫ້ເຮົາຄຶດຮອດໂຕເລືອກຕ່າງໆທີ່ເຄີຍເລືອກມາໃນຊີວິດ ແລະສອນໃຫ້ຮູ້ເຖິງຄຸນຄ່າຂອງເວລາ ຖືວ່າເປັນເລື່ອງເສົ້າໆສຸດໆກັນເລີຍ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...