Homeຂ່າວທ້ອງຖິ່ນສົກປີນີ້ ສປປ ລາວ ຕ້ອງການໃຊ້ໄຟຟ້າ 1 ພັນ ກວ່າເມກາວັດ

ສົກປີນີ້ ສປປ ລາວ ຕ້ອງການໃຊ້ໄຟຟ້າ 1 ພັນ ກວ່າເມກາວັດ

Published on

ຂປລ. ​​ອີງ​ຕາມ​ວິ​ໄສ​ທັດ​ຮອດ​ປີ 2030 ຂອງລັດວິສາຫະກິດ​ໄຟຟ້າ​ລາວ ກ່ຽວ​ກັບ​​ຄວາມ​ຕ້ອງການ ​ໃນ​ການ​ຊົມ​ໃຊ້​ໄຟຟ້າ ຂອງ​ປະຊາຊົນ​ລາວ ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ໃນ​ປີ 2017 ນີ້ ສປປ ລາວ ມີ​ຄວາມ​ຕ້ອງການ​ ໃຊ້​ໄຟຟ້າ 1.579 ​ເມ​ກາ​ວັດ ເຂົ້າໃນການຊົມໃຊ້ ໃນຊີວິດປະຈຳວັນ ແລະ ດຳເນີນທຸລະກິດຕ່າງໆ, ຮອດ​ປີ 2020 ຕ້ອງການ​ໃຊ້ 2.862 ​ເມ​ກາ​ວັດ ​ແລະ ຄາດ​ວ່າ​ ຈະ​ມີ​ໂຄງການ​ໄຟຟ້າຫລາຍ​ກວ່າ 90 ​ແຫ່ງ.

3289

​ໃນ​ຄະນະ​ທີ່ປັດຈຸບັນ ໄດ້​ສຳ​​ເລັດການກໍ່ສ້າງ ​ໂຄງການ​ໄຟຟ້າ​ພະລັງ​ນ້ຳ ​ແລະ ພະລັງຄວາມ​ຮ້ອນ ທັງໝົດ 42 ​ໂຄງການ, ມີ​ກຳລັງ​ຕິດ​ຕັ້ງ​ ທັງໝົດ 6.300 ​ເມ​ກາວັດ, ສາມາດ​ຜະລິດ ​ພະລັງງານ​ໄຟຟ້າ​ ໄດ້​ເຖິງ 35 ພັນ​ລ້ານ​ກິ​ໂລ​ວັດ​ໂມງ.

ອີງຕາມ​ຂໍ້​ມູນຈາກ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ໃຫ້​ຮູ້​ວ່າ: ສະ​ເພາະ​ ປີ 2016 ​​ໄດ້​ສຳ​ເລັດການກໍ່ສ້າງ ໂຄງການ​ໄຟຟ້າ​ພະລັງ​ນ້ຳ ​ແລະ ພະລັງຄວາມ​ຮ້ອນ 7 ​ໂຄງການ, ມີ​ກຳລັງ​ຕິດ​ຕັ້ງ 634 ​ເມ​ກາ​ວັດ, ​ຄາດໃນປີ 2017 ນີ້, ຈະ​ໃຫ້ສຳ​ເລັດ 9 ໂຄງການ, ຮອດ​ປີ 2020 ສປປ ລາວ ຈະ​ມີ​ໂຄງການ​ໄຟຟ້າ 90 ກວ່າ​ແຫ່ງ ​ຢູ່​ໃນ​ການ​ຄຸ້ມ​ຄອງ, ມີ​ກຳລັງ​ຕິດ​ຕັ້ງ​​ເກືອບ 14 ພັນ​ເມ​ກາ​ວັດ.

ໃນ​ໄລຍະຜ່ານ​ມາ​ ລັດ​ຖະບານ ​ໄດ້​ຖື​ສຳ­ຄັນຕໍ່​ວຽກ​ງານ​ໄຟຟ້າ ເປັນ​ບັນ­ຫາ​ຍຸດທະ​ສາດ​ຂອງ​ຊາດ ​ເຊິ່ງ​ຜ່ານ​ມາ​ ໄດ້​ມີ​ການພັດ­ທະ­ນາ​ຢ່າງ​ຕັ້ງໜ້າ ​ເຫັນ​ໄດ້​ວ່າ: ປັດ­ຈຸບັນ ​ປະ­ຊາ­ຊົນ​ລາວບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວປະ­ເທດ​ ໄດ້​ຊົມ­ໃຊ້​ໄຟ­ຟ້າ ຢ່າງ​ທົ່ວ​ເຖິງ ​ແລະ ​ເປັນ​ປົກກະ­ຕິ, ນອກ​ນັ້ນ, ລັດຖະ​ບານ ​ຍັງ​ສືບ​ຕໍ່​ດຳ​ເນີນ​ໂຄງ­ການ​ ຜະ­ລິດໄຟ­ຟ້າ​ນ້ຳ­ຕົກ​ ລວມ​ທັງ​ໂຮງ​ໄຟ­ຟ້າ​ຖ່ານຫີນ​ ​ແນ​ໃສ່​​ເຮັດ​ໃຫ້ ສປປ ລາວ ເປັນໝໍ້​ໄຟ​ອາ​ຊຽນ ເພື່ອ​ນຳ​ເອົາ​ລາຍ​ຮັບ​ ຈາກການ​ຂາຍ​ກະ­ແສ​ໄຟ­ຟ້າ​ ມາພັດ­ທະ­ນາ​ ເສດ​ຖະກິດŒ-ສັງ­ຄົມ ຂອງ​ຊາດ​ ໃຫ້​ຈະ​ເລີ​ນກ້າວໜ້າ ​ແລະ ອື່ນໆ.

ແຫລ່ງຂ່າວຈາກ: http://kpl.gov.la/detail.aspx?id=20792
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...