Home​ຂ່າວທ່ອງທ່ຽວພຣະທາດສາມປາງ ປັດຕະຍະກຳຫີນແບບຂອມບູຮານ

ພຣະທາດສາມປາງ ປັດຕະຍະກຳຫີນແບບຂອມບູຮານ

Published on

ທ່ອງທ່ຽວກັບລາວໂພສຕ໌ ເລີ່ມຕົ້ນປີແບບນີ້ ເຮົາມາລົງໃຕ້ໄປທ່ຽວ ເມືອງ ສຸຂຸມາ ດິນແດນແຫ່ງບູຮານສະຖານທີ່ເກົ່າແກ່ໃນສະໃໝຍຸກຂອມ ກັນດີກວ່າ ເຊິ່ງສະຖານທີ່ທີ່ພວກເຮົາຈະນຳສະເໜີນີ້ແມ່ນ “ພຣະທາດສາມປາງ”

ພຣະທາດສາມປາງ ຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ ແລະ ຫ່າງຈາກວັດພູປະມານ 21 ກິໂລແມັດ ເຊິ່ງມີເສັ້ນທາງເຂົ້າເຖິງຢ່າງສະດວກ.

6666

ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ ໃນອະດີດ ຫ້ວຍນີ້ມີນໍ້າໄຫຼ່ຢູ່ຕະຫຼອດເຊິ່ງຄົນບູຮານໄດ້ໃຊ້ເປັນເສັ້ນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ພ້ອມນີ້ຍັງມີເສັ້ນທາງບູຮານ ທີ່ໄດ້ເນັ່ງຈາກວັດພູ ໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ ເຊິ່ງປັດຈຸບັນນີ້ ກໍຍັງສາມາດໄດ້ພົບເຫັນຢູ່ບາງຕອນ ແລະ ບາງຕອນກໍຖືກທຳລາຍໂດຍສະເພາະປະຊາຊົນທີ່ເຮັດໄຮ່, ເຮັດນາ, ປຸກເຮືອນຊານໃສ່ ແຕ່ກໍຍັງສາມາດສັນນິຖານໄດ້ວ່າແມ່ນ “ເສັ້ນທາງຄູບູຮານ”

ພຣະທາດສາມປາງແຫ່ງນີ້ມີທັງໝົດສາມໜ່ວຍຕັ້ງຮຽງກັນ ແລະ ເພິ່ນໄດ້ສັນນິຖານໄວ້ວ່າ: ພຣະທາດສາມປາງແຫ່ງນີ້ໄດ້ສ້າງຕັ້ງຂຶ້ນພ້ອມກັບວັດພູແຂວງຈໍາປາສັກ ເປັນສະຖາປັດຕະຍະກຳຫີນແບບຂອມບູຮານຕັ້ງຢູ່ບ້ານທາດສາມປາງນອນ ໃນທຸກໆປີເມື່ອເຖິງມື້ຂຶ້ນ 15 ຄໍ່າເດືອນ 2 ( ເດືອນຍີ່ ) ບັນດາຊາວບ້ານ,ຊາວເມືອງຈະມີການຈັດພິທີສະເຫຼີມສະຫຼອງພຣະທາດສາມປາງແຫ່ງນີ້ ເຊິ່ງຖືເປັນ ປະເພນີທີ່ໄດ້ສືບທອດກັນມາຫຼາຍປີ.

1577 453

ພາບປະກອບ ແລະ ຂໍ້ມູນຈາກ: https://targetlaos.com/article/10919
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...