Homeຂ່າວພາຍ​ໃນການແຂ່ງຂັນ ກິລາເພາະກາຍ (ຊາຍ-ຍິງ) ປະຈຳປີ 2017

ການແຂ່ງຂັນ ກິລາເພາະກາຍ (ຊາຍ-ຍິງ) ປະຈຳປີ 2017

Published on

ອີງຕາມແຈ້ງການຂອງກະຊວງສຶກສາ ແລະ ກິລາ ສະບັບເລກທີ: 4917/ຫກ.ກສ, ລົງວັນທີ 16/12/2016 ວ່າດ້ວຍການແຂ່ງຂັນກິລາເພາະກາຍ (ຊາຍ-ຍິງ) ປະຈຳປີ 2017, ໃນວັນທີ 01/04/2017

ຮຽນເຖິງບັນດານັກກິລາເພາະກາຍ ແລະ ບັນດາສະໂມສອນເພາະກາຍແຕ່ລະແຫ່ງຊາບວ່າ ສະຫະພັນກິລາເພາະກາຍແຫ່ງຊາດລາວ ຮ່ວມກັບບັນດາຜູ້ອຸປະຖຳຈະໄດ້ຈັດງານແຂ່ງຂັນ:​ MR. LAO, ຊາຍ-ຍິງ ຫຸ່ນງາມ ທີ່ສູນການຄ້າລາວໄອເຕັກ ຊັ້ນ 7 ເລີ່ມແຕ່ເວລາ 17:00 ໃນວັນທີ 1/4/2017

ລາຍການແຂ່ງຂັນມີ:​

1/ ການແຂ່ງຂັນເພາະກາຍມີ 2 ລຸ້ນ

– ລຸ້ນນ້ຳໜັກ 60-72 ກິໂລກຣາມ

– ລຸ້ນນ້ຳໜັກ 75 ກິໂລກຣາມຂຶ້ນໄປ

2. ປະກວດຊາຍງາມບໍ່ຈຳກັດນ້ຳໜັກແຕ່ຕ້ອງມີສ່ວນສູງ 165-180 ຊມ

3. ປະກວດແມ່ຍິງຫຸ່ນດີ ບໍ່ຈຳກັດນ້ຳໜັກແລະຄວາມສູງ

ຫາກທ່ານໃດ ຫຼື ພາກສ່ວນໃດສົນໃຈເຂົ້າປະກວດໃນລາຍການນີ້ໃຫ້ຕິດຕໍ່ທີ່ເບີ: 020 5565 5239, 020 2844 4428, 020 5846 6995
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...