Homeຂ່າວຕ່າງປະເທດ10 ເຫດການສະເທືອນຂັວນຮອບໂລກທີ່ສຸດແຫ່ງປີ 2016

10 ເຫດການສະເທືອນຂັວນຮອບໂລກທີ່ສຸດແຫ່ງປີ 2016

Published on

ໃນປີ 2016 ທີ່ຜ່ານມາ ເກີດເຫດການສະເທືອນຂັວນຮອບໂລກຫຼາຍເທື່ອ ເຊິ່ງມື້ນີ້ແອັດມິນກໍ່ເລີຍຮວບຮວມເຫດການທີ່ສ້າງຄວາມສະເທືອນຂັວນທີ່ສຸດໃນຮອບ 1 ປີ ກວ່າ 10 ເຫດການມາຝາກແຟນເພສໃຫ້ໄດ້ຮູຈັກນຳກັນ

ເດືອນກຸມພາ: ກຸ່ມໄອເອັສໃຊ້ເດັກນ້ອຍ 4 ປີ ຈູດຊະນວນລະເບີດລົດຍົນສັງຫານນັກໂທດທີ່ຖືກ່າວຫາວ່າເປັນສາຍລັບ

ad_195986530-500x243

ເດືອນມີນາ : ເຫດຈີ້ເຮືອບິນ “ອິຢິບແອຣ” ທ້ຽວບິນ MS181 ທີ່ຢູ່ລະຫວ່າງຫານເດີນທາງຈາກເມືອງອາເລັກຊານເດຍໄປທີ່ນະຄອນຫຼວງໄຄໂຣ ຜູ້ກໍ່ເຫດສັ່ງໃຫ້ກັບຕັນບິນໄປລົງຈອດທີ່ສະໜາມບິນ ລານາກາ ໃນປະເທດ ໄຊປຣັສ ເຊິ່ງຜູ້ກໍ່ເຫດມີຊື່ວ່າ “ອິບຣາຮິມ ຊາມາຮາ” ສັນຊາດອິຢິບ ເປັນອາຈານສອນດ້ານສັດຕະວະແພດ ທີ່ພະຍາຍາມຮຽກຮ້ອງຄວາມສົນໃຈຈາກອະດີດເມຍເກົ່າ ຂອງເຂົາທີ່ອາໃສຢູ່ປະເທດ ໄຊປຣັສ ແຕ່ເລື່ອງນີ້ກໍ່ເປັນປະເດັນທີ່ສະເທືອນຂັວນໄປທົ່ວໂລກ

cats123

ເດືອນພຶດສະພາ: ເມື່ອວັນທີ 19 ພຶດສະພາ 2016 ທີ່ຜ່ານມາ ທ້ຽວບິນ MS804 ຂອງສາຍການບິນອິຢິບແອຣໄດ້ຕົກລົງສູ່ບໍລິເວນເລິກທີ່ສຸດແຫ່ງໜຶ່ງຂອງທະເລເມດິເຕີເຣນຽນ ເຮັດໃຫ້ມີຜູ້ໂດຍສານ ແລະ ລູກເຮືອ 66 ຄົນ ເສຍຊີວິດທັງໝົດ

700542-01

ເດືອນ ມິຖຸນາ : ‘ຄຣິສຕິນ່າ ກຣິມມີ’ ນັກຮ້ອງດາວຮຸ້ງຖືກຂາດຕະກຳ

ກາຍເປັນຂ່າວຊັອກວົງການບັນເທີງໄປທົ່ວໂລກ ເມື່ອນັກຮ້ອງດາວຮຸ້ງຢ່າງ ຄຣິສຕີນ່າ ກຣິມມີ ໄວອາຍຸ 22 ປີ ຈາກລາຍການ The Voice ຖືກຍິງໃນຂະນະທີ່ນາງກຳລັງແຈກລາຍເຊັນໃຫ້ກັບແຟນເພງໃນງານຄອນເສີດ ຫຼັງຈາກນັ້ນຄົນຮ້າຍກໍ່ຂ້າຕົວຕາຍຕາມເພື່ອໜີຄວາມຜິດ ຈາກການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫລວດ ສາເຫດການຄາດຕະກຳໃນຄັ້ງນີ້ພົບວ່າ ຄົນຮ້າຍ ຫຼື ຄາດຕະກອນນັ້ນເປັນແຟນຄຣັບຕົວຈິງຂອງນາງ ແຕ່ຮູ່ສຶກຜິດຫວັງໃຫ້ນາງຢ່າງໜັກເພາະ ຄຣິສຕີນ່າ ກຣິມມີ ມີແຟນແລ້ວ

539380238

ເດືອນ ກໍລະກົດ: 4 ກໍລະກົດ ວັນຊາດຝຣັ່ງ ໄດ້ມີຄົນຮ້າຍຊື່ ໂມຮັມເໝັດ ລາອຸຍຊ໌ ບູເລລ ເຊື້ອຊາຍຝຣັ່ງ-ຕູນີເຊຍ ໄວອາຍຸ 31 ປີ ຂັບລົດບັນທຸກ ຕຳປະຊາຊົນທີ່ກຳລັງຢືນເບິ່ງດອກໄມ້ໄຟໃນຄ່ຳຄືນວັນຊາດຂອງຝຣັ່ງທີ່ເມືອງ ນີຊ ເຮັດໃຫ້ມີຜູ້ເສຍຊີວິດ 84 ຄົນ ແລະ ໄດ້ຮັບບາດເຈັບສາຫັດເປັນຈຳນວນຫຼາຍ

www

ເດືອນ ສິງຫາ : ເປັນຮູບພາບທີ່ໂດ່ງດັງໄປທົ່ວໂລກ ແລະ ສ້າງຄວາມສະເທືອນໃຈບໍ່ໜ້ອຍ ຫຼັງຈາກມີການນຳເໜີຮູບພາບເດັກຊາຍໄວອາຍຸ 5 ປີ ນັ່ງຢູ່ເທິງຕັ່ງຄົນດຽວດ້ວຍສະພາບເປິເປື້ອນ ໃບໜ້າເຕັມໄປດ້ວຍເລືອດ ເຊິ່ງມີອາການທີ່ບົ່ງບອກວ່າເດັກຄົນນີ້ກຳລັງຢູ່ໃນພາວະຈິດຕົກຢ່າງໜັກ ຫຼັງຈາກໄດ້ຮັບບາດເຈັບຈາກການໂຈມຕີທາງອາກາດຂອງຣັດເຊຍທີ່ເມືອງ ອາເລບໂປ ຮູບພາບດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມຮຸນແຮງທີ່ເກີດຂຶ້ນໃນຊີເຣຍ ທີ່ເກີດສົງຄາມກາງເມືອງ ຈາກຄວາມຂັດແຍ້ງໃນປະເທດລະຫວ່າງຜູ້ນຳປະເທດ ແລະ ກຸ່ມກະບົດ ແລະ ການແຊກແຊງຈາກຊາດຕະເວັນຕົກ ທັງສະຫະລັດ ແລະ ຣັດເຊຍ ຈົນເຖິງຕອນນີ້ເມືອງທີ່ເຄີຍງົດງາມໃນອະດີດ ແລະ ເປັນແຫຼ່ງອະລິຍະທຳທີ່ສຳຄັນແຫ່ງໜຶ່ງຂອງໂລກ ບໍ່ເຫຼືອຮ່ອງຮອຍເກົ່າໄວ້ເລີຍ

aa1

ເດືອນ ສິງຫາ:​ ເກີດເຫດແຜ່ນດິນໄຫວທີ່ອີຕາລີ ຄັ້ງໃຫຍ່ຂະໜາດ 6.2 ລິກເຕີ້ ບໍລິເວນຕອນກາງຂອງປະເທດອີຕາລີ ເຮັດໃຫ້ຕຶກອາຄານບ້ານເຮືອນພັງເສຍຫາຍເປັນຈຳນວນຫຼາຍ ທັງຍັງເກີດອາຟເຕີ້ຊັອກກວ່າ 920 ຄັ້ງ ເຊິ່ງເຫດການໃນຄັ້ງນັ້ນມີຜູ້ເສຍຊີວິດກວ່າ 300 ຄົນ

723867-01

ເດືອນ ພະຈິກ: ຜົນການເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາຄັ້ງປະຫວັດສາດ ເມື່ອຊ່ວງຕົ້ນເດືອນພະຈິກ 2016 ທີ່ຜ່ານມາ ຜົນການເລືອກຕັ້ງອອກມາເປັນ ໂດນັລ ທຣັມ ທີ່ຊະນະຄະແນນ ແລະ ໄດ້ກາຍເປັນປາທານາທິບໍດີຄົນໃໝ່ຂອງສະຫະລັດ ເຊິ່ງຜົນການເລືອກຕັ້ງຄັ້ງນີ້ໄດ້ສ້າງຄວາມຕົກຕະລຶງໃຫ້ກັບຄົນທົ່ວໂລກ ເນື່ອງຈາກບຸກຄະລິກສ່ວນຕົວ ແລະ ນະໂຍບາຍໃນເວລາຫາສຽງ ທີ່ຖືກຕໍ່ຕ້ານຈາກສັງຄົມ ແລະ ຈາກຄົນສຳຄັນໃນທົ່ວໂລກ ແຕ່ກໍ່ສັງເກດເຫັນວ່າ ຊາວອາເມລິກາສ່ວນຫລາຍຈະມັກນະໂຍບາຍຂອງ ໂດນັລ ທຣັມ ເພາະເຂົາມີນະໂນບາຍປ່ຽນແປງປະເທດ ແລະ ແກ້ໄຂຂໍ້ຜິດພາດຂອງຜູ້ນຳຄົນເກົ່າ

55-1

ເດືອນ ທັນວາ:​ ໃນຊ່ວງໄລຍະເດືອນທັນວາ ມີ 2 ເຫດການສົ່ງທ້າຍປີ ທີ່ສ້າງຄວາມສະເທືອນໃຈໄປທົ່ວໂລກ ເຊິ່ງສອງເຫດການນີ້ໄດ້ເກີດຂຶ້ນໃນວັນດຽວກັນ ແລະ ເວລາໃກ້ຄຽງກັນ ໜຶ່ງເຫດການນັ້ນຄືການສັງຫານ ເອອັກຄະຣາດຊະທູດ ຣັດເຊຍ ປະຈຳ ຕັວກກີ ໃນງານເທສະການຖ່າຍພາບໃນເມືອງ ອັງກາຣາ ເມືອງຫຼວງຂອງປະເທດ ຕັວກກີ

080a9b7573a540fdbe063eb4d427b347

ເຫດການທີສອງສົ່ງທ້າຍປີ ມີຄົນຮ້າຍຂັບລົດບັນທຸກພຸ່ງເຂົ້າຊົນທຸກຢ່າງທີ່ຂວາງໜ້າ ໃນຂະນະຜູ້ຄົນກຳລັງຍ່າງຊື້ເຄື່ອງໃນຕະຫຼາດ ຄຣິສມາສ ທີ່ຖະໜົນຄົນຍ່າງໃຈກາງເມືອງ ເບີລິນ ປະເທດ ເຢຍລະມັນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ 12 ສົບ ມີຜູ້ບາດເຈັບປະມານ 48 ຄົນ ໃນຈຳນວນນີ້ມີບາດເຈັບສາຫັດ 14 ຄົນ

930

 

ແຫລ່ງຂ່າວຈາກ: http://news.mthai.com/world-news/539909.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...