spot_img
Homeຂ່າວຕ່າງປະເທດເຮືອບິນໂດຍສານບໍ່ມີຄົນຂັບ ຈະເປີດໃຫ້ບໍລິການອີກບໍ່ພໍເທົ່າໃດປີຕໍ່ໜ້າ

ເຮືອບິນໂດຍສານບໍ່ມີຄົນຂັບ ຈະເປີດໃຫ້ບໍລິການອີກບໍ່ພໍເທົ່າໃດປີຕໍ່ໜ້າ

Published on

ບີເອອີ ບໍລິສັດ ດ້ານກາລາໂຫມສັນຊາດອັງກິດ ປະສົບຄວາມສຳເລັດໃນການທົດສອບເຮືອບິນຕົ້ນແບບໂດຍສານບໍ່ມີຄົນຂັບມາແລ້ວຫຼາຍຮອບ ໂດຍເຮືອບິນນີ້ບິນດ້ວຍລະບົບຄອມພິວເຕີ້ ແລະ ມີມະນຸດຄອຍສັງເກດການປະຕິບັດການຕ່າງໆ ຈາກຫ້ອງຄວບຄຸມພື້ນດິນ ເຊິ່ງຄາດວ່າເຮືອບິນໂດຍສານບໍ່ມີຄົນຈະເປີດໃຫ້ບໍລິການໃນອີກບໍ່ພໍເທົ່າໃດປີຕໍ່ໜ້ານີ້.

ທາງບີເອອີໄດ້ປັບປ່ຽນເຮືອບິນໂດຍສານຂະໜາດ 16 ບ່ອນນັ່ງ ເປັນເຮືອບິນທ້ຽວທົດສອບ ໂດຍທີ່ເຈັດສ໌ຕຣີມ 31 ບໍ່ມີນັກບິນ ແຕ່ຖືກຄວບຄຸມດ້ວຍກ້ອງອິນຟຣາເຣດ ທີ່ຮຽກວ່າ “ອິເລັກໂທຣນິກອາຍ” ແລະ ມີກ້ອງອື່ນໆອີກ 8 ຕົວຖືກຕິດຕັ້ງໄວ້ບໍລິເວນພື້ນທ້ອງເຮືອບິນ

ອຸປະກອນຕ່າງໆເຫຼົ່ານີ້ຈະຊ່ວຍຫາຣັນເວຊົ່ວຄາວທີ່ເໝາະສົມ ໃນກໍລະນີທີ່ຈຳເປັນຕ້ອງລົງຈອດສຸກເສີນ ແລະ ສ່ອງຫາສະພາບອາກາດທີ່ເປັນອັນຕະລາຍ ເພື່ອຫຼີກລ່ຽງເສັ້ນທາງນັ້ນ

ການທົດສອບນັ້ນແມ່ນໃຊ້ນັກບິນສອງຄົນ ສັງເກດການທ້ຽວບິນຈາກພື້ນດິນ ຈະໃຊ້ດາວທຽມ ແລະ ເທັກໂນໂລຢີຕ່າງໆ ທີ່ຢູ່ໃນເຮືອບິນ ເຮັດການບັງຄັບຄວບຄຸມເຮືອບິນຜ່ານໜ້າຈໍ ທີ່ມີຄວາມລະອຽດສູງ ສັນຍານວິທະຍຸ ແລະ ແຜງຄວບຄຸມໃນຫ້ອງຄົນຂັບທາງພາກພື້ນດິນ ຮວມເຖິງຄອຍຕິດຕາມສື່ສານກັບເຈົ້າໜ້າທີ່ສູນຄວບຄຸມການຈາລະຈອນທາງອາກາດອີກດ້ວຍ ຫາກສັນຍານການເຊື່ອມຕໍ່ເກີດຂາດຫາຍ ເຮືອບິນກໍ່ຖືກຕັ້ງລະບົບໃຫ້ນຳເຄື່ອງລົງຈອດຢ່າງປອດໄພດ້ວຍຕົວຂອງມັນເອງ

ການທົດສອບຫຼ້າສຸດ ເຮືອບິນຕົ້ນແບບໂດຍສານບໍ່ມີຄົນຂັບ ໄດ້ບິນເປັນໄລຍະທາງ 480 ກິໂລແມັດ ລະຫວ່າງ ວາຣຕັນ ໃນລິນຄາເຊຍ ຫາ ສະກັອດແລນ ໃຊ້ເວລາປະມານ 90 ນາທີ

 

ແຫລ່ງຂ່າວຈາກ: http://www.manager.co.th/Around/ViewNews.aspx?NewsID=9590000121425
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...