Homeຂ່າວຕ່າງປະເທດສະຫະລັດໃຫ້ນັກການທູດຣັດເຊຍ 35 ທ່ານກັບຄືນປະເທດ

ສະຫະລັດໃຫ້ນັກການທູດຣັດເຊຍ 35 ທ່ານກັບຄືນປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສກູ ປະເທດຣັດເຊຍ ເມື່ອວັນທີ 2 ມັງກອນ 2017 ວ່າ. ກະຊວງການຕ່າງປະເທດຣັດເຊຍລາຍງານວ່າ ທ້ຽວບິນພິເສດຂອງລັດຖະບານມອສກູໄດ້ນຳນັກການທູດ ແລະ ເຈົ້າໜ້າທີ່ການທູດຊາວຣັດເຊຍ 35 ທ່ານ ພ້ອມດ້ວຍສະມາຊິກຄອບຄົວ 51 ຄົນ ລວມເປັນ 96 ຄົນ ເດີນທາງອອກຈາກສະໜາມບິນໃນລັດວໍຈີເນຍ ສະຫະລັດອາເມລິກາ ເມື່ອວັນທີ 1 ມັງກອນ ທີ່ຜ່ານມາ ພາຍໃນ 72 ຊົ່ງໂມງ ຕາມຄຳສັ່ງຂອງທ່ານ ບາຣັກ ໂອບາມາ ເຊິ່ງໄດ້ມີຄຳສັ່ງເນລະເທດນັກການທູດກຸ່ມນີ້ພ້ອມຄອບຄົວກັບຄືນປະເທດເມື່ອວັນທີ 29 ທັນວາ 2016 ທີ່ຜ່ານມາ ໃນຖານເປັນ “ເຈົ້າໜ້າທີ່ດ້ານການຂ່າວ” ແຊກແຊງການເລືອກຕັ້ງປະທານາທິບໍດີສະຫະລັດດ້ວຍການໂຈມຕີທາງໄຊເບີຣ

ນອກຈາກນີ້ຍັງໄດ້ຂວ້ຳບາດເຈົ້າໜ້າທີ່ໜ່ວຍງານຂ່າວສານດ້ວຍການປິດສຳນັກຂ່າວຂອງຣັດເຊຍທີ່ເປັນແຫຼ່ງຮວບຮວມຂໍ້ມູນໃນສະຫະລັດອີກ 2 ແຫ່ງ.

page-6

ທັງນີ້ລາຍງານລະບຸວ່າ ມາດຕະການດັ່ງກ່າວເປັນການຕອບໂຕ້ຣັດເຊຍທີ່ຖືກກ່າວຫາວ່າ ມີສ່ວນກ່ຽວຂ້ອງກັບການ ແຮັກຂໍ້ມູນຈາກເຄືອຂ່າຍຄອມພິວເຕີຂອງພັກເດໂມແຄຣດໃນຊ່ວງການເລືອກຕັ້ງປະທານາທິບໍດີສະຫະລັດອາເມລິ ກາ ເມື່ອເດືອນພະຈິກ 2016 ທີ່ຜ່ານມາ ໂດຍທ່ານ ໂອບາມາລະບຸວ່າ ມາດຕະການດັ່ງກ່າວເປັນການຕອບໂຕ້ທີ່ເໝາະສົມ ຫຼັງຣັດເຊຍພະຍາຍາມສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງສະຫະລັດ ດ້ວຍພຶດຕິກຳລະເມີດບັນທັດຖານລະຫວ່າງປະເທດ

ສ່ວນທາງດ້ານຣັດເຊຍ ຊາຄາໂຣວາ ໂຄສົກ ກະຊວງການຕ່າງປະເທດຣັດເຊຍ ລະບຸວ່າ ການດຳເນີນມາດຕະການຂວ້ຳບາດຄັ້ງນີ້ບໍ່ສ້າງສັນ ແລະ ຈະສົ່ງຜົນກະທົບຕໍ່ຄວາມສຳພັນໃນລະດັບທະວີບພາຄີຂອງທັງ 2 ປະເທດ

ຂະນະທີ່ປະທານາທິບໍດີ ວາລາດິເມຍ ປູຕິນ ຕອບໂຕ້ມາດຕະການດັ່ງກ່າວຂອງໂອບາມາ ດ້ວຍການປະຕິເສດການເນລະເທດນັກການທູດຊາວອາເມລິກາ ໃນຈຳນວນທີ່ເທົ່າກັນຕາມການສະເໜີຂອງກະຊວງການຕ່າງປະເທດ ແຕ່ຢືນຢັນ “ຣັດເຊຍມີຄວາມເປັນທຳສະເໝີ” ທີ່ຈະໂຕ້ຕອບ ແລະ ການດຳເນີນຈະເປັນແນວໃດນັ້ນຂຶ້ນຢູ່ກັບການຟື້ນຟູຄວາມສຳພັນກັບລັດຖະບານວໍຊິງຕັນຊຸດໃໝ່ ພາຍໃຕ້ການນຳຂອງ ທ່ານ ໂດນັລ ທຣັມ.

ແຫລ່ງຂ່າວຈາກ: http://news.mthai.com/world-news/541409.html

http://www.dailynews.co.th/foreign/546310

http://www.manager.co.th/Around/ViewNews.aspx?NewsID=9600000000213

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...