Homeນານາສາລະ6 ວິທີງ່າຍໆ ເພື່ອຊ່ວຍເພີ່ມແຮງບັນດານໃຈໃນການເຮັດວຽກຂອງທ່ານພາຍໃນ 10 ນາທີ

6 ວິທີງ່າຍໆ ເພື່ອຊ່ວຍເພີ່ມແຮງບັນດານໃຈໃນການເຮັດວຽກຂອງທ່ານພາຍໃນ 10 ນາທີ

Published on

ການເຮັດວຽກໃນຮູບແບບເກົ່າໆ ຫຼື ຕ້ອງໃຊ້ສະໝອງຈົດຈຳຫຼາຍໆສິ່ງ ໃນແຕ່ລະມື້ ອາດຈະເຮັດໃຫ້ພະລັງໃນຮ່າງກາຍຂອງທ່ານ ຫຼື ປະສິດທິພາບໃນການເຮັດວຽກຂອງທ່ານຫຼຸດລົງໄປໄດ້ ມື້ນີ້ແອັດມິນເລີຍມີ 6 ວິທີງ່າຍໆ ເພື່ອຊ່ວຍເພີ່ມແຮງບັນດານໃຈໃນການເຮັດວຽກຂອງທ່ານ ໄດ້ພາຍໃນ 10 ນາທີ ມາຝາກແຟນເພສໃຫ້ໄດ້ອ່ານນຳກັນ ເຊິ່ງຈະມີຫຍັງແນ່ນັ້ນ ເຮົາມາອ່ານໄປພ້ອມໆກັນເລີຍ

1.​ ຂຽນ 3 ສິ່ງທີ່ທ່ານຄິດຢາກຂອບໃຈຫຼາຍທີ່ສຸດ ຈາກຜົນການວິໄຈ ຂອງມະຫາວິທະຍາໄລ ອາມີ ປະເທດສະຫະລັດອາເມລິກາ ພົບວ່າ ຜູ້ທີ່ມັກຂຽນບັນທຶກ ເຖິງສິ່ງທີ່ຕົນຮູ້ສຶກຢາກຂອບໃຈເປັນປະຈຳ ມັນຈະເປັນຄົນທີ່ເຮັດວຽກຢ່າງມີປະສິດທິພາບ, ມີຄວາມມຸ່ງໝັ້ນ ແລະ ມີພະລັງໃນການເຮັດວຽກຫຼາຍກວ່າຄົນທົ່ວໆໄປ ທ່ານລອງຄິດຍ້ອນກັບຄືນໄປອະດີດກວ່າທ່ານຈະມາຮອດຈຸດນີ້ໄດ້ ທ່ານເຄີຍໄດ້ຮັບໂອກາດຈາກໃຜ? ກຳລັງໃຈ ແລະ ອື່ນໆ…

2.​ ຈັດໂຕະເຮັດວຽກໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະອາດຢູ່ສະເໝີ ເມື່ອເວລາມາເຮັດວຽກຈະເຮັດໃຫ້ທ່ານຮູ້ສຶກສະບາຍຕາ,​ ຜ່ອນຄາຍ ແລະ ຊອກຈັບສິ່ງຂອງກໍ່ງ່າຍ

3. ເວົ້າຈາກກັບເພື່ອນຮ່ວມງານໃນບາງເວລາ (ນອກໂມງການ)ເພາະການມີມະນຸດສຳພັນທີ່ດີກັບເພື່ອນຮ່ວມງານ ຈະເຮັດໃຫ້ບັນຍາກາດໃນບ່ອນເຮັດວຽກສົດໃສຂຶ້ນ ຮູ້ສຶກໂລ່ງສະບາຍໃຈບໍ່ອຶດອັດ

4.​ ຂຽນເປົ້າໝາຍສູງສຸດໃນແຕ່ລະມື້ ຫຼື ສິ່ງທີ່ທ່ານຢາກເຮັດ ຫຼື ຄວນເຮັດໃນແຕ່ລະມື້ ວ່າມັນມີຫຍັງແນ່ ເພາະຖ້າຄົນເຮົາມີເປົ້າໝາຍແລ້ວກໍ່ຈະມີແຮງພັກດັນຕົນເອງໃຫ້ເດີນໄປຈົນເຖິງເປົ້າໝາຍທີ່ກຳນົດໄວ້

5. ຈົດສິ່ງທີ່ທ່ານຄວນເຮັດໃນແຕ່ລະມື້ ໃນການເຮັດວຽກແມ່ນຕ້ອງມີແຜນການ ແລະ ກໍ່ເຮັດໄປຕາມແຜນທີ່ວາງໄວ້ ເພື່ອເຮົາຈະໄດ້ຮູ້ວ່າແຕ່ລະມື້ເຮົາເຮັດສິ່ງໃດສຳເລັດແນ່ແລ້ວ

6. ອ່ານຄຳຄົມ ຫຼື ເລື່ອງລາວສ້າງແຮງບັນດານໃຈ ການອ່ານໜັງສືທີ່ກ່ຽວກັບໝວດຄຳຄົມ ຫຼື ເລື່ອງລາວຂອງຜູ້ທີ່ປະສົບຄວາມສຳເລັດໃນສາຂາອາຊີບຕ່າງໆ ກໍ່ສາມາດຊ່ວຍໃຫ້ເຮົາເກີດມີແຮງບັນດານໃຈໄດ້ເຊັ່ນດຽວກັນ

ສິ່ງທີ່ກ່າວມາຂ້າງເທິງນີ້ ເປັນພຽງໜຶ່ງທິດສະດີທີ່ຈະຊ່ວຍໃຫ້ຄົນທີ່ກຳລັງໝົດໄຟໃນການເຮັດວຽກ ເມື່ອໄດ້ອ່ານໄດ້ກໍ່ລອງເກັບເອົາໄປໃຊ້ລອງເບິ່ງ ເພື່ອມັນຈະຊ່ວຍໃຫ້ທ່ານມີແຮງບັນດານໃຈ ໃນການສ້າງສັນຜົນງານໃໝ່ໆໃນການເຮັດວຽກຂອງທ່ານໄດ້
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...