Homeຂ່າວຕ່າງປະເທດຈີນເປີດນຳໃຊ້ຂົວທີ່ມີຄວມສູງທີ່ສຸດໃນໂລກ

ຈີນເປີດນຳໃຊ້ຂົວທີ່ມີຄວມສູງທີ່ສຸດໃນໂລກ

Published on

ສຳນັກຂ່າວ ຣອຍເຕີລາຍງານຈາກນະຄອນຫຼວງປັກກິ່ງ ສາທາລະນະລັດປະຊາຊົນຈີນ ເມື່ອວັນທີ 29 ທັນວາ ວ່າ. ຂົວເປ່ຍຜານຈຽງ ທີ່ມີຄວາມສູງ 565 ແມັດ, ມີຄວາມຍາວ 1.34 ກິໂລແມັດ ເຊື່ອມຕໍ່ເມືອງ ຊວນເວ່ຍ ໃນມົນທົນ ຢູນນານ ກັບ ອຳເພີຊຸຍເສິງ ໃນມົນທົນ ກຸ້ຍໂຈ ໄດ້ເປີດໃຫ້ໃຊ້ບໍລິການໃນເມື່ອວັນພະຫັດ (29 ທັນວາ) ທີ່ຜ່ານມາ ເຊິ່ງຂົວແຫ່ງນີ້ໃຊ້ງົບປະມານໃນການສ້າງ 1,023 ລ້ານຢວນ

ລາຍງານຂອງສະຖານີໂທລະພາບຊີຊີທີວີຂອງຈີນ ລະບຸວ່າ ຂົວດັ່ງກ່າວມີຖະໜົນ 4 ເລນ ເຊິ່ງໃຊ້ເວລາໃນການກໍ່ສ້າງ 3 ປີ ເຊິ່ງໄລຍະເວລາການເດີນທາງຈາກເມືອງຊວນເວ່ຍ ໄປທີ່ ອຳເພີຊຸຍເສິງ ໃຊ້ພຽງເວລາ 1 ຊົ່ວໂມງກໍ່ຮອດທີ່ໝາຍ ສະດວກ ແລະ ວ່ອງໄວກວ່າເມື່ອກ່ອນທີ່ຕ້ອງໃຊ້ເວລາເດີນທາງເຖິງ 4 ຊົ່ວໂມງ

chaina1

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/545790
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...