spot_img
Homeຮູບເງົາລວມ 10 ດາລານັກສະແດງທີ່ຫຼິ້ນດີແຕ່ວ່າບໍ່ເຄີຍໄດ້ Oscar ຈັກເທື່ອ

ລວມ 10 ດາລານັກສະແດງທີ່ຫຼິ້ນດີແຕ່ວ່າບໍ່ເຄີຍໄດ້ Oscar ຈັກເທື່ອ

Published on

ເຄີຍບໍ່ເວລາທີ່ເຮົາເບິ່ງຮູບເງົາເລື່ອງທີ່ມັກ ແລະມັກຈະເຊຍໃຫ້ນັກສະແດງໃນເລື່ອງນັ້ນໄດ້ຮັບລາງວັນຊົງຄຸນຄ່າແບບ Oscar ແຕ່ສຸດທ້າຍກະບໍ່ໄດ້ ແລະມື້ນີ້ເຮົາຈະພາເຈົ້າໄປຮູ້ຈັກກັບ 10 ນັກສະແດງທີ່ຫຼິ້ນໄດ້ດີແຕ່ວ່າບໍ່ເຄີຍໄດ້ຮັບລາງວັນ Oscar ເລີຍ.

Robert Downey, Jr.

ດາລາທີ່ດັງລະເບີດໃນບົດ Ironman ເຊິ່ງເປັນການດຶງລາວຂຶ້ນມາຈາກການຕົກອັບເນື່ອງຈາກບັນຫາຢາເສບຕິດ ໃຫ້ກາຍມາເປັນຊູບເປີສຕາຣ໌ພາຍໃນເວລາບໍ່ດົນ ແຕ່ວ່າກໍບໍ່ເຄີຍໄດ້ລາງວັນ Oscar ຂອງໂຕເອງມາຈັກເທື່ອເລີຍ, ອາດເວົ້າໄດ້ວ່າຄົງຕ້ອງຖ້າໃຫ້ມີບົດອື່ນດີໆ ນອກຈາກ Ironman ມາໃຫ້ລາວລອງສະແດງເບິ່ງຈຶ່ງຈະມີສິດເຂົ້າຊິງ.

 
 

Tom Cruise

1 ໃນດາລາທີ່ເວົ້າໄດ້ວ່າເຖິງອາຍຸຈະຫຼາຍຊ່ຳໃດແຕ່ໜ້າຕາກໍຍັງໜຸ່ມໆຄືເກົ່າ ເຊິ່ງຜ່ານມາກໍຫຼິ້ນຮູບເງົາມາຫຼາກຫຼາຍແນວ ແຕ່ວ່າສ່ວນໃຫຍ່ນັ້ນຈະເປັນແນວບູ້ແອັກຊັ່ນກັນຫຼາຍກວ່າເຊັ່ນ: Mission Impossible ເປັນຕົ້ນ. 

 

Sigourney Weaver

ດາລາລຸ້ນປ້າທີ່ຫຼາຍໆຄົນໜ້າຈະຮູ້ຈັກກັນດີໃນບົດ Ripley ສາວໂຫດຈາກເລື່ອງ Alien 1-4 ທີ່ເຖິງວ່າຈະມີງານສະແດງເຂົ້າມາຢູ່ເລື້ອຍໆກໍຕາມ ແຕ່ Oscar ກໍບໍ່ມາຮອດມືເພິ່ນຈັກເທື່ອ ຫຼືວ່າອາດຈະຕ້ອງກັບມາຮັບບົດໃນ Alien ພາກໃໝ່ກ່ອນຈຶ່ງຈະໄດ້ຮັບ?.

 
Samuel L. Jackson

ດາລາຜິວສີທີ່ດັງສຸດໆເພາະມາໃນທຸກຍຸກສະໄໝ ເນື່ອງຈາກວ່າອ້າຍເພິ່ນຫຼິ້ນຮູບເງົາມາຫຼາຍສຸດໆເລີຍກໍເວົ້າໄດ້ ແຕ່ສິ່ງທີ່ໜ້າແປກໃຈສຸດໆກໍຄືເປັນຫຍັງຈຶ່ງບໍ່ໄດ້ຮັບລາງວັນຈັກເທື່ອ ເພາະບົດບາດຫຼາຍໆເລື່ອງນັ້ນກໍເອື້ອອຳນວຍໃຫ້ໄດ້ບໍ່ແມ່ນໜ້ອຍເລີຍ. 

 

Joaquin Phoenix

ຖ້າຫາກໃຜທີ່ເບິ່ງຮູບເງົາມາຫຼາຍພໍຈະຕ້ອງຮູ້ຈັກກັນດີ ຫຼັກໆກໍແມ່ນມາຈາກ Gladiator ແລະ Her ເຊິ່ງເຄີຍໄດ້ຊິງ Oscar ມາແລ້ວສາມເທື່ອທັງຈາກ Gladiator, Walk the Line ແລະ The Master ແຕ່ກໍໜ້າເສຍດາຍເພາະອົດໄດ້ທັງ 3 ເທື່ອເລີຍ. 

 
Johnny Depp

ດາລາທີ່ຫຼາຍໆຄົນໜ້າຈະຮູ້ຈັກຈາກບົດ Jack Sparrow ທີ່ເຄີຍຝາກຜົນງານໄວ້ໃນຮູບເງົາຫຼາຍເລື່ອງຕັ້ງແຕ່ 10-20 ກວ່າປີມາແລ້ວທັງເລື່ອງທີ່ດັງແດ່ ແລະບໍ່ດັງແດ່, ແຕ່ກໍຍັງບໍ່ເຄີຍໄດ້ຮັບລາງວັນນຳໝູ່ຈັກເທື່ອ ເຊິ່ງອາດຕ້ອງຖ້າລຸ້ນໃນການກັບມາຂອງ Pirate ພາກໃໝ່ທີ່ໜ້າຈະຊ່ອຍໃຫ້ລຸ້ນຮັບ Oscar ມາກອດກະໄດ້

 
Liam Neeson

ດາລາທີ່ຫຼັງໆມານີ້ເນັ້ນຮັບບົດແອັກຊັ່ນຫຼາຍຂຶ້ນ ເຊິ່ງຫຼາຍຄົນອາດຈະເຄີຍເຫັນຄວາມເທບໃນເລື່ອງ Taken 1-3 ມາແລ້ວ ແຕ່ວ່າບົດທີ່ດີທີ່ສຸດໃນຊີວິດຂອງລາວແມ່ນບົດນຳໃນ Schindler’s List ນັ້ນພັດວ່າບໍ່ໄດ້ Oscar ໄປແບບໜ້າເສຍດາຍ. 

 

Harrison Ford

Hansolo, Indiana Jones ແລະບົດນຳຕ່າງໆອີກຫຼາຍໆເລື່ອງ ເຊິ່ງບໍ່ຕ້ອງບັນຍາຍໃຫ້ຫຼາຍກັບລຸງຄົນນີ້ທີ່ຝາກຜົນງານໄວ້ຕັ້ງແຕ່ໜຸ່ມຈົນເຖົ້າ ແຕ່ສິ່ງທີ່ໜ້າເສຍດາຍຄືງານຄຸນນະພາບຫຼາຍເລື່ອງນັ້ນພັດອົດໄດ້ Oscar ໄປແບບໜ້າເສຍດາຍ. 

 

Edward Norton

ດາລາຄຸນນະພາບທີ່ແຕ່ລະເລື່ອງນັ້ນເວົ້າໄດ້ວ່າເຂົ້າເຖິງບົດໄດ້ສຸດໆທັງ Fight Club, American History X , Primal Fear ແລະ Birdman ນັ້ນເປັນອີກຄົນທີ່ອົດໄດ້ Oscar ໄປແບບໝົດຫວັງຄືກັບຄົນອື່ນໆ.

 

Mark Wahlberg

ດາລາບູ້ແອັກຊັ່ນທີ່ຫຼິ້ນຮູບເງົາສ້າງຈາກເລື່ອງແທ້ມາແບບລົວໆ ທັງ Deep Waterhorizon, Lone Survivor, Patriot Day ຫຼືລຸຍກັບຫຸ່ນຍົນໃນ Transformers ກໍເຮັດມາແລ້ວ ຫຼືເປັນນັກຊຸ້ມຍິງສຸດເກັ່ງໃນ Shooter ແຕ່ເຖິງຢ່າງໃດກໍຕາມລາວກໍອົດໄດ້ Oscar ໄປໝົດ ຫຼືແມ້ແຕ່ບົດສົມທົບໃນ The Departed ທີ່ໜ້າຈະໄດ້ແຕ່ກະພັດບໍ່ໄດ້. 

 

ເຖິງວ່າລາງວັນ Oscar ນັ້ນຈະບໍ່ແມ່ນທຸກສິ່ງແຕ່ກໍຖືວ່າເປັນໜຶ່ງໃນລາງວັນທີ່ໜ້າຈັບຕາແນມທີ່ສຸດລາງວັນໜຶ່ງເລີຍກໍເວົ້າໄດ້, ຮັກໃຜມັກໃຜກໍສາມາດເຊຍກັນໄດ້ເດີ້ ເມື່ອຮອດຕອນປະກາດຜົນແລ້ວມາຖ້າລຸ້ນພ້ອມກັນໄດ້ ^^.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...