spot_img
Homeຂ່າວຕ່າງປະເທດໂຈນອິນໂດເນເຊຍຈັບຄອບຄົວເຈົ້າຂອງເຮືອນຂັງໃນຫ້ອງນໍ້າ ເສຍຊີວິດ 6 ຄົນ

ໂຈນອິນໂດເນເຊຍຈັບຄອບຄົວເຈົ້າຂອງເຮືອນຂັງໃນຫ້ອງນໍ້າ ເສຍຊີວິດ 6 ຄົນ

Published on

ເກີດເຫດໂຈນໃຊ້ອາວຸດບຸກປຸ້ນເຮືອນຫຼັງໜຶ່ງໃນນະຄອນຈາກາຣ໌ຕາຂອງອິນໂດເນເຊຍ ພ້ອມທັງຈັບຄົນທີ່ຢູ່ໃນເຮືອນຂັງໄວ້ໃນຫ້ອງນໍ້າຂະໜາດນ້ອຍ ຊຶ່ງຈາກເຫດການດັ່ງກ່າວສົ່ງຜົນໃຫ້ມີຜູ້ເສຍຊີວິດ 6 ຄົນ ລວມທັງເດັກນ້ອຍອາຍຸ 9 ປີ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 28 ທັນວາ ນີ້ວ່າ: ຜູ້ບັນຊາການຕໍາຫຼວດນະຄອນຈາກາຣ໌ຕາ ຂອງອິນໂດເນເຊຍ ເປີດເຜີຍວ່າ ເກີດເຫດໂຈນຫຼາຍກວ່າ 4 ຄົນໃຊ້ອາວຸດບຸກປຸ້ນເຮືອນຫຼັງໜຶ່ງໃນນະຄອນຈາກາຣ໌ຕາຂອງອິນໂດເນເຊຍ ພ້ອມທັງຈັບຄົນທີ່ຢູ່ໃນເຮືອນທັງ 11 ຄົນ ຂັງໄວ້ໃນຫ້ອງນໍ້າທີ່ມີຂະໜາດພຽງແຕ່ 1-1.5 ແມັດເທົ່ານັ້ນ.

ທັງນີ້ ຈາກເຫດການດັງກ່າວສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກການຂາດອາກາດຫາຍໃຈ 6 ຄົນ ຊຶ່ງໃນນັ້ນມີເດັກນ້ອຍອາຍຸ 9 ປີຢູ່ນໍາ ແລະບາດເຈັບສາຫັດ 5 ຄົນ ຊຶ່ງລ່າສຸດຖືກນໍາສົ່ງໂຮງໝໍ.

ສໍາຫຼັບການກໍ່ຄວາມຜິດຖານລະຫຸໂທດ ຫຼືເປັນການກໍ່ຄວາມຜິດເລັກໆນ້ອຍໆ ຄືເປັນເລື່ອງປົກກະຕິທີ່ເກີດຂຶ້ນໃນນະຄອນຈາກາຣ໌ຕາ ແຕ່ວ່າການບຸກປຸ້ນໂດຍໃຊ້ອາວຸດຖືເປັນເລື່ອງທີ່ບໍ່ຄ່ອຍເກີດຂຶ້ນ ຊຶ່ງຈາກເຫດການຄັ້ງນີ້ສ້າງຄວາມໜ້າຕົກໃຈຫຼາຍກັບກໍ່ອາຊະຍາກໍາໃນເມືອງທີ່ມີປະຊາກອນ 10 ລ້ານຄົນ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...