spot_img
Homeຂ່າວຕ່າງປະເທດ5 ພຶດຕິກໍາຂອງຜູ້ຊາຍ ທີ່ສະແດງອອກໃຫ້ຮູ້ວ່າເຮົາອາດເປັນພຽງຕົວສໍາຮອງ

5 ພຶດຕິກໍາຂອງຜູ້ຊາຍ ທີ່ສະແດງອອກໃຫ້ຮູ້ວ່າເຮົາອາດເປັນພຽງຕົວສໍາຮອງ

Published on

ຄົນທີ່ກໍາລັງຕົນຂຸມຮັກ ຫຼືວ່າກໍາລັງລອງເບິ່ງໃຈຢູ່ກັບໃຜ ກໍມັກສົງໄສ ແລະຕັ້ງຄໍາຖາມເຖິງຄວາມສໍາພັນ ໂດຍສະເພາະຢ່າງຍິ່ງອີກຝ່າຍຈະຈິງຈັງກັບເຮົາຫຼາຍພຽງໃດ ເຂົາອາດລົມພ້ອມໆກັນຫຼາຍຄົນ ແລະເຮົາກໍຈະເປັນ 1 ໃນນັ້ນ ແລະ 5 ພຶດຕິກໍາຂອງຜູ້ຊາຍທີ່ສະແດງອອກໃຫ້ຮູ້ວ່າເຮົາອາດເປັນພຽງຕົວສໍາຮອງ.

  1. ບໍ່ໄດ້ໃສ່ໃຈຫຍັງຫຼາຍກ່ຽວກັບເຮົາ ປົກກະຕິຄົນທີ່ທັກຫາຈະເປັນເຮົາຫຼາຍກວ່າ: ຄົນທີ່ມີຄວາມຮັກກໍມັກຈະຫ່ວງໃຍໃສ່ໃຈຝ່າຍກົງກັນຂ້າມແບບອັດຕະໂນມັດ ບໍ່ວ່າຈະເປັນເລື່ອງເລັກໆນ້ອຍໆ
  2. ເວລາເຮົາຕ້ອງການເຂົາໃຫ້ຢູ່ຂ້າງໆ ເຂົາກໍບໍ່ມາ: ແຕ່ເຂົາກັບອ້າງສາລະພັດເຫດຜົນນັ້ນນີ້ ສຸດທ້າຍກໍເຫັນຢ່າງອື່ນສໍາຄັນກວ່າ ນັ້ນອາດຈະເປັນເພາະສັນຍານບອກວ່າ ທີ່ຈິງເຮົາກໍບໍ່ສໍາຄັນກັບເຂົາພໍປານໃດ
  3. ບໍ່ເຄີຍເປີດໂຕເອົາກັບໝູ່ເພື່ອນ ຫຼືຄົນຮູ້ຈັກ: ປົກກະຕິຖ້າຄົນຄົບກັນ ຫຼືວ່າກໍາລັງເບິ່ງໃຈກັນຢູ່ເວລາຈະໄປໃສມາໃສນໍາກັນ ຫຼືໄປຫຼິ້ນກໍບໍ່ຄວນຈະຢ້ານວ່າມີໃຜເຫັນ ຫຼືບໍ່ກໍບໍ່ຕ້ອງຕົວະໃຜ ປິດບັງໃຜວ່າໄປວຽກ ໃນກໍລະນີນີ້ອີກຝ່າຍພະຍາຍາມກັນເຮົາບໍ່ໃຫ້ໄຂ້ອງກ່ຽວກັບຄົນໃກ້ສິດ ແລະຊີວິດປົກກະຕິຂອງເຂົາ ນັ້ນກໍໝາຍຄວາມວ່າເຂົາບໍ່ໄດ້ເຫັນວ່າເຮົາເປັນຕົວຈິງ
  4. ແຊັດຫາຕອບຊ້າ ຫຼືອ່ານແລ້ວແຕ່ບໍ່ຕອບເລີຍ (ເປັນແບບນີ້ຕະຫຼອດ) ກໍໝາຍຄວາມວ່າເຂົາເລີ່ມຮູ້ສຶກເບື່ອ ແລະບໍ່ຢາກຕິດຕໍ່ກັບເຮົາພໍປານໃດ ແລະກໍາລັງສົ່່ງສັນຍານບອກໃຫ້ເຮົາຮູ້ວ່າຕໍ່ໄປນີ້ບໍ່ຕ້ອງທັກມາຕະຫຼອດກໍໄດ້
  5. ເວົ້າເຖິງຜູ້ຍິງຄົນອື່ນໃຫ້ເຮົາຟັງ: ຕົວສໍາຮອງແນວໃດກໍເປັນໄດ້ພຽງຕົວສໍາຮອງ ເມື່ອເຂົາເຫງົາບໍ່ມີໃຜກໍເຫັນເຮົາພຽງຄົນແກ້ເຫງົາ ແຕ່ເມື່ອໃດທີ່ຕົວຈິງກັບມາປັນຫາກໍຄືຫາທາງກໍາຈັດຕົວສໍາຮອງທີ່ບໍ່ຈໍາເປັນ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...