spot_img
Homeຂ່າວພາຍ​ໃນສາວນັກກິລາ​ຈ້ອງ​ເວີນລາວ ຄວ້າ​ຂັນ​ຊະນະ​ເລີດ ກິລາ​ພາຣາລິ​ດິງ ຊີງ​ແຊ໋ມນາໆ​ຊາດ 2016

ສາວນັກກິລາ​ຈ້ອງ​ເວີນລາວ ຄວ້າ​ຂັນ​ຊະນະ​ເລີດ ກິລາ​ພາຣາລິ​ດິງ ຊີງ​ແຊ໋ມນາໆ​ຊາດ 2016

Published on

ນາງ ສົມ​ພູ ​ແກ້ວ​ບໍ​ລະ​ກົດ ນັກ​ກິລາ​ສະ​ໂມ​ສອນຈ້ອງ​ເວີນ​ລາວ ຄວ້າ​ຂັນລາງ​ວັນ​ຊະນະ​ເລີດ ປະ​ເພດ​ແຂ່ງບິນ​ລົງ​ເປົ້າ​ແມ້ນ​ ​ໃນ​ການ​ແຂ່ງຂັນ​ຈ້ອງ​ເວີນ ຊີງ​ແຊ໋ມນາໆ​ຊາດ ຕາດ​ໝອກ ປະຈຳ​ປີ 2016 ຫຼື ພາຣາລິ​ດິງອິນ​ເຕີ​ເນ​ຊັນ​ນອລ 2016

ທີ່​ແຂວງ​ເພັດ​ສະບູ​ນ ຣາຊະ​ອານາຈັກ​ໄທ ລະຫວ່າງ​ວັນ​ທີ 23-25 ທັນວາ ຜ່ານ​ມາ.ຕາມ​ການ​ລາຍງານ​ຂອງທ່ານ ສຸລິ​ສັກວິ​ໄລອະດີດ​ນັກ​ກິລາ​ແລ່ນ-ລານ​ທີ​ມຊາດ​ລາວ ທັງ​ເປັນ​ນັກ​ກິລາ​ສະ​ໂມ​ສອນຈ້ອງ​ເວີນ​ລາວ ​ໃນ​ຕອນ​ເຊົ້າ​ວັນທີ 27 ທັນວາ ຜ່ານ​ມາ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ທີ່​ໄດ້​​ເອົາ​ໃຈ​ໃສ່​ໃນ​ການເຝິກ​ແອບ​​ກິລາ​ດັ່ງກ່າວຢ່າງ​ເປັນ​ປົກ​ກະຕິ ​ໂດຍພວກ​ເຮົາ 4 ຄົນ ​ໄດ້​ມີ​ການ ເດີນທາງ​ໄປ​ທົດ​ສອບ​ຄວາມ​ສາມາດ​ຢູ່​ປະ​ເທດ​ໄທ ​ແລະ ​ເຝິກຊ້ອມພາຍ​ໃນ​ນະຄອນຫຼວງ​ວຽງ​ຈັນເພື່ອ​ສ້າງ​ປະສົບ​ການໃຫ້ຕົນ​ເອງ​ມີ​ຄວາມ​ຊຳນິ​ຊຳນານ​​ຂຶ້ນ​ກວ່າ​ເກົ່າ ​​​​ພ້ອມ​ທັງໃຊ້​ງົບປະມານສ່ວນ​ຕົວ​ທີ່​ສູງ ​ເພື່ອ​ທຸ້ມ​ເທສຸມ​ໃສ່​ການ​ພັດທະນາ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍແນ​ໃສ່​ປະກອບສ່ວນສ້າງ​ຜົນງານ ​ແລະ ກຽດ​ຊື່​ສຽງ​ໃຫ້​ແກ່​ປະ​ເທດ​ຊາດ ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາຈ້ອງ​ເວີຍຊີງ​ແຊ໋ມນາໆ​ຊາດ ຕາດ​ໝອກ ປະຈຳ​ປີ 2016​ທີ່​​ແຂວງ​ເພັດ​ສະບູ​ນ ປະ​ເທດ​ໄທ ລະຫວ່າງ​ວັນ​ທີ 23-25 ທັນວາ 2016.

​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ດັ່ງ​ກ່າວ, ກໍ່​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້, ​ໂດຍມີ​ບັນດາ​ປະ​ເທດ​​ໃນ​ຂົງ​ເຂ​ດ​ເອ​ເຊຍ ​ແລະ ຢູ​ໂຣບ​ເຂົ້າ​ຮ່ວມ ປະກອບ​ມີ ລາວ​, ຍີ່ປຸ່ນ, ​ເຢຍລະ​ມັນ, ​ເບ​ວຢຽມ, ນອກ​​ແວ, ອັງກິດ, ສະ​ວີ​ເດັນ, ​ຝຣັ່ງ ​ແລະ ​​ໄທເຈົ້າພາບ ລວມ70 ກວ່າ​ຄົນ. ​ໃນ​ນັ້ນ, ມີ​ການ​ຊີງ​ໄຊ​ກັນ​ທັງ​ໝົດ 6 ລາຍການ ຈາກ 3 ຮຸ່ນ ຄື: ​ແຂ່ງ​ບິນ​ເດີນທາງ​ໄລຍະ​ໄກ ຮຸ່ນ​ທົ່ວ​ໄປ, ​ແຂ່ງຂັນ​ບິນ​ລົງເປົ້າ​ແມ້ນ ຮຸ່ນ​ທົ່ວ​ໄປ ​ແລະ ​ແຂ່ງ​ບິນ​ເປົ້າ​​ແມ້ນ ຮຸ່ນ​ເຍົາວະ​ຊົນ ທັງ​ຊາຍ ​ແລະ ຍິງ ສະ​ເພາະສະ​ໂມ​ສອນກິລາຈ້ອງ​ເວີນ​ລາວສົ່ງ​​ນັກ​ກິລາເຂົ້າຮ່ວມ​ແຂ່ງຂັນ 4 ຄົນ ຊາຍ 2 ຄົນ, ຍິງ 2 ຄົນ ປະກອບ​ມີ ທ້າວ ສຸລະ​ສັກ ວິ​ໄລ, ທ້າວ​ ວິນ​ລີ້ ພູນ​ສະຫວັດ ນາງສົມ​ພູ ​ແກ້ວ​ບໍ​ລະ​ກົດ ​ແລະ ນາງ ​ເຟືອງ.

ສຳລັບ​ ສຸລະ​ສັກ ວິ​ໄລ ລົງ​ແຂ່ງຂັນ​ລາຍການ ບິນເດີນທາງ​ໄກ ​ໂດຍມີ​ນັກ​ກິລາ​ເຂົ້າ​ຮ່ວມທັງໝົດ 20 ກວ່າ​ຄົນ, ບິນ​ລີ້ ພູນ​ສະຫວັດ ລົງ​ແຂ່ງຂັນ ລາຍການ ​ບິນລົງ​ເປົ້າ​ແມ້ນ ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ 28 ຄົນ ​ແລະ ລາຍການທີ່ນັກ​ກິລາ​ຍິງລາວ 2 ຄົນ ລົງ​ແຂ່ງຂັນລາຍການ ​ບິນ​ລົງເປົ້າ​ແມ້ນ ມີ​ນັກ​ກິລາ​ເຂົ້າ​ຮ່ວມ 22 ຄົນ.

ຜ່ານ​ການ​ແຂ່ງຂັນ​ໃນ​ໄລຍະ 3 ວັນ ປາກົດ​ວ່າ​ ນັກ​ກິລາ​ຈ້ອງ​ເວີນ​ລາວ ສາມາດ​ກວາດ​ແຊ໋ມໄດ້ 1 ລາຍການ ຈາກນາງ ສົມ​ພູ ​ແກ້ວ​ບໍ​ລະ​ກົດ, ທ້າວ ສຸລະ​ສັກ ວິ​ໄລ ແລະ ນາງ ​ເຟືອງ ​ຄວ້າອັນ​ດັບ​ທີ 2 ​ແລະ ທ້າວ ບິນ​ລີ້ ພູນ​ສະຫວັດ ຄວ້າອັນ​ດັບ​ທີ 3.

ຂ່າວຈາກ: http://www.moe.gov.la/index.php/lang-la/news/2079—–2016
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...