spot_img
Homeຍ້ອງຍໍຄົນດີເດັ່ນຊາຍອັດສະລິຍະໄວອາຍຸ 32 ປີ ເວົ້າໄດ້ 56 ພາສາ ແລະ ຟັງເຂົ້າໃຈກວ່າ 70 ພາສາທົ່ວໂລກ

ຊາຍອັດສະລິຍະໄວອາຍຸ 32 ປີ ເວົ້າໄດ້ 56 ພາສາ ແລະ ຟັງເຂົ້າໃຈກວ່າ 70 ພາສາທົ່ວໂລກ

Published on

ມູຮຳເໝັດ ເມຊິກ ທະນາຍຄວາມຊາວບັອສເນຍ ອາຍຸ 32ປີ ເປັນຜູ້ໜຶ່ງທີ່ມີຄວາມອັດສະລິະທາງພາສາກາຍເປັນທີ່ສົນໃຈຂອງນັກວິທະຍາສາດທົ່ວໂລກ ສາມາດເວົ້າໄດ້ຢ່າງໜ້ອຍ 56ພາສາ ແລະຟັງເຂົ້າໃຈກວ່າ 70 ພາສາທົ່ວໂລກ ຕັ້ງແຕ່ອາຍຸ 26ປີ. ເມຊິກກ່າວວ່າ ຄວາມສາມາດຂອງລາວສ່ອງແວວຂຶ້ນເມື່ອ ອາຍຸ 5ປີ ເມື່ອຄອບຄົວພາໄປທ່ຽວເກຣັກ ແລະ ເລີ່ມຊຶມຊັບພາສາເກຣັກຜ່ານຊາວເກຣັກທີ່ໂອ້ລົມກັນ ຈົນສາມາດເຂົ້າໃຈພາສາເກຣັກໄດ້ຕັ້ງແຕ່ຕອນນັ້ນ ຊ້ຳຍັງຊ່ວຍພໍ່ແມ່ສື່ສານກັບຊາວທ້ອງຖິ່ນໃຫ້ແປງລົດຊ່ວຍຄອບຄົວ ຈົນພໍ່ແມ່ລາວເອງກໍຕົກໃຈ. ເມື່ອອາຍຸ 9ປີ ລາວເລີ່ມຮຽນຮູ້ພາສາສະວີເດັນຈາກທະຫານທີ່ເຂົ້າມາປະຈຳການຢູ່ທີ່ເມືອງຂອງລາວອາໄສຢູ່ໃນໄລຍະສົງຄາມກາງເມືອງ ແລະພາສາອື່ນໆລາວກໍສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ. ພໍ່ແມ່ຂອງເມຊິກເປັນກັງວົນກ່ຽວກັບຄວາມຜິດປົກກະຕິຂອງລູກຊາຍຈົນໄດ້ພາໄປພົບແພດຈິ່ງໄດ້ຮູ້ວ່າ ລາວເປັນໂລກອໍທິສຕິກອີກປະເພດໜຶ່ງ ເອີ້ນວ່າ Asperager’s Syndrome ຫຼືພາສາຊາວບ້ານເອີ້ນວ່າໂລກນັກປາດ, ໂລກອັດສະລິຍະນັ້ນເອງ. ປັດຈຸບັນ ມູຮຳເໝັດ ເມຊິກ ໃຊ້ຊີວິດຫຼາຍກວ່າ 200ວັນຕໍ່ປີໃນເຮືອບິນ ເພື່ອເດີນທາງໄປບັນຍາຍ ແລະຈັດສຳມະນາໂດຍການໃຊ້ພາສາທີ່ລາວເວົ້າໄດ້ ບໍ່ພຽງແຕ່ພາສາຫຼັກຂອງໂລກ ເຊັ່ນ ອັງກິດ, ປັອກຕຸຍການ, ຍີ່ປຸ່ນ, ຈໍເຈຍ ແຕ່ຍັງສາມາດໃຊ້ພາສາພື້ນເມືອງຂອງຄົນຊົນເຜົ່າໄດ້ອີກ. ນີ້ຄືຄວາມອັດສະລິຍະທາງພາສາ ເປັນອີກໜຶ່ງເລື່ອງລາວທີ່ຢືນຢັນໄດ້ວ່າມະນຸດມີພະລັງແຝງຢູ່ໃນຕົວໄດ້ຫຼາຍກວ່າທີ່ຄິດ.

ທີ່ມາຈາກ: http://www.catdumb.com/ ແລະ https://unader.com

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...