Homeຂ່າວທ້ອງຖິ່ນແຂວງສາລະວັນ ສາມາດມ້າງຄະດີຢາບ້າ, ຈັບຜູ້ປອມລາຍເຊັນ ແລະ ຄ້າອາວຸດ

ແຂວງສາລະວັນ ສາມາດມ້າງຄະດີຢາບ້າ, ຈັບຜູ້ປອມລາຍເຊັນ ແລະ ຄ້າອາວຸດ

Published on

ຂປລ. ຫວ່າງບໍ່ດົນມານີ້ ທ່ານ ພັອ ພູວັນ ນາຊຽງຄໍາ ຫົວໜ້າກອງບັນຊາປ້ອງກັນຄວາມ ແຂວງສາລະວັນ ກ່າວໃນກອງປະຊຸມ 4 ແຂວງພາກໃຕ້ 1 ກອງພົນວ່າ: 1 ປີຜ່ານມາ ສາມາດແກ້ໄຂ ແລະ ມ້າງລາຍຄະດີຢາເສບຕິດ ໄດ້ທັງໜົດ 125 ລາຍ, ມີຜູ້ຖືກຫາ 167 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 31.407 ເມັດ, ເດັ່ນກວ່າໜູ່ໃນຮອບປີ ແມ່ນການມ້າງຄະດີລາຍໃຫຍ່ 3 ປະເພດເຊັ່ນ: ຄະດີມີການ ປອມແປງລາຍເຊັ່ນ ແລະ ເອກະສານ, ການຄ້າອາວຸດຢູ່ເມືອງລະຄອນເພັງ,  ການແກ້ໄຂ ແລະ ມ້າງຄະດີຢາເສບຕິດ ທີ່ກ່ຽວພັນກັບພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດຂອງແຂວງ ແລະ ບັນດາລາຍຄະ ດີຕ່າງໆ ຂອງກຸ່ມຄົນບໍ່ດີ ສ້າງຂຶ້ນກໍຖືກເຈົ້າໜ້າ ຂອງປະຊາຊົນທັບມ້າງຢ່າງທັນເວລາ ເພື່ອແນໃສ່ເຮັດໃຫ້ ແຂວງສາລະວັນ ມີຄວາມ ສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມດີຂື້ນ ກວ່າເກົ່າ, ສໍາລັບທິດ ທາງແຜນການຕໍ່ໜ້າ ຄະນະພັກຄະນະບັນຊາກອງ ບັນຊາການປ້ອງກັນ ຄວາມສະຫງົບ ແຂວງສາລະວັນ ຈະໄດ້ເອົາໃຈໃສ່ເຮັດໜ້າທີ່ ວຽກງານວິຊາສະເພາະ, ຊີ້ນໍາ-ນໍາພາພະນັກງານ ໃຫ້ມີຄວາມສາມັກຄີ ຢ່າງແໜ້ນແຟ້ນ, ຍົກສູງຄວາມຮັບຜິດຊອບຕໍ່ວຽກງານ, ການຫັນເອົາພະນັກງານຂອງຕົນ ລົງສູ່ຮາກຖານຕາມ 4 ເນື້ອໃນ 4 ຄາດໜາຍ ຂອງກົມການເມືອງສູນກາງພັກ ແລະ ຕາມທິດຊີ້ນໍາຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ທ້ອງຖິ່ນວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງກໍາລັງປ້ອງກັນຄວາມສະຫງົບ ບໍລິການປະຊາຊົນ, ປ້ອງກັນຄວາມສະຫງົບບ້ານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການເມືອງ-ການຈັດ ຕັ້ງ, ຕັ້ງໜ້າປັບປຸງຕາໜ່າງ ວິຊາສະເພາະ ເພື່ອເຮັດໃຫ້ວຽກງານ ປ້ອງກັນຄວາມສະຫງົບເຂົ້າສູ່ລະບົບລະບຽບ, ສ້າງໃຫ້ແຂວງມີຄວາມສະຫງົບ ປອດໄພ, ປະຊາຊົນ ມີຄວາມ ສະດວກ ໃນການທໍາມາຫາກິນ ເຮັດໃຫ້ຊີວິດການເປັນຢູ່ ຂອງເຂົາເຈົ້າມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວຈາກ: http://kpl.gov.la/detail.aspx?id=20619

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...