Homeຂ່າວຕ່າງປະເທດຣັດເຊຍໄຫວ້ອາໄລເຮືອບິນຕົກດັບຍົກລໍາ ເລັ່ງຫາສາເຫດ

ຣັດເຊຍໄຫວ້ອາໄລເຮືອບິນຕົກດັບຍົກລໍາ ເລັ່ງຫາສາເຫດ

Published on

ທາງການຣັດເຊຍໄຫວ້ອາໄລເຮືອບິນຕົກດັບຍົກລໍາ ຕັ້ງ 2 ປະເດັນສາເຫດ ລັດຖະມົນຕີຄົມມະນາຄົມປັດກໍ່ການຮ້າຍ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 26 ທັນວາ ທີ່ຜ່ານມາວ່າ: ຣັດເຊຍຈັດໄຫວ້ອາໄລເຫດເຮືອບິນຕົກ 1 ວັນ ຫຼັງເຮືອບິນທະຫານຣັດເຊຍຕົກໃນທະເລດໍາ ຂະນະເດີນທາງໄປຍັງຊີເຣຍ ເປັນເຫດໃຫ້ຜູ້ໂດຍສານ ແລະລູກເຮືອລວມ 92 ຄົນ ເສຍຊີວິດຍົກລໍາ ແລະເຈົ້າໜ້າທີ່ກໍາລັງເລັ່ງຂະຫຍາຍການຄົ້ນຫາຮ່າງຜູ້ເສຍຊີວິດ ກູ້ຊາກເຮືອບິນ ລວມເຖິງຄົ້ນຫາກ໋ອງດໍາພ້ອມກັນ ທີ່ສະໜາມບິນນານາຊາດໂຊຊິ ສະໜາມບິນທາງຕອນໃຕ້ ທີ່ເຮືອບິນຖ້ຽວບິນ TU-154 ທະຍານອອກກ່ອນປະສົບອຸບັດຕິເຫດ ມີການຫຼຸດທຸງຊາດເຄິ່ງເສົາ ເພື່ອໄຫວ້ອາໄລຕໍ່ຜູ້ເສຍຊີວິດທັງໝົດ.

ແມັກຊິມ ໂຊໂຄໂລຟ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງຣັດເຊຍ ກ່າວວ່າ ນັກບິນເກີດການຜິດພາດ ຫຼືລະບົບເຄື່ອງຂັດຂ້ອງ ຊຶ່ງພໍຈະຊີ້ແຈງໂຄສະນາກໍາຄັ້ງນີ້ໄດ້ຫຼາຍທີ່ສຸດ ແຕ່ຍັງບໍ່ມີຄວາມເຫັນກ່ຽວກັບການກໍ່ການຮ້າຍ ດັງນັ້ນ ການເຮັດວຽກຢູ່ເທິງການສັນນິຖານວ່າ ເປັນຄວາມຜິດພາດຂອງນັກບິນ ຫຼືລະບົບເຄື່ອງຍົນຂັດຂ້ອງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...