Homeນານາສາລະ16 ສັບພະຄຸນ ແລະປະໂຫຍດຂອງສາລີ ຕໍ່ຕ້ານອະນຸມຸນອິດສະລະ ແລະປ້ອງກັນມະເຮັງ

16 ສັບພະຄຸນ ແລະປະໂຫຍດຂອງສາລີ ຕໍ່ຕ້ານອະນຸມຸນອິດສະລະ ແລະປ້ອງກັນມະເຮັງ

Published on

 

  1. ສາລີອຸດົມໄປດ້ວຍສານຕ້ານອະນຸມຸນອິດສະລະ ຊ່ວຍເບິ່ງແຍງຜິວພັນບໍ່ໃຫ້ຫ່ຽວແຫ້ງກ່ອນໄວ
  2. ມີລິດຊ່ວຍຕໍ່ຕ້ານມະເຮັງໄດ້ຢ່າງມີປະສິດທິພາບ ສາລີມີຄວາມສາມາດໃນການສ້າງສານໂຣດອະຊິນ ຊຶ່ງມີບົດບາດສໍາຄັນທີ່ຈະຊ່ວຍຕໍ່ຕ້ານອະນຸມຸນອິດສະລະໄດ້ດີ ຈຶ່ງຫຼຸດຄວາມສ່ຽງຈະເກີດເປັນມະເຮັງໄດ້ເຊັ່ນ: ມະເຮັງປອດ, ມະເຮັງໃນກະເພາະອາຫານ ຫຼືມະເຮັງລໍາໄສ້ໃຫຍ່
  3. ມີສັບພະຄຸນຊ່ວຍໃຫ້ລະບົບຍ່ອຍອາຫານທໍາງານດີຂຶ້ນ ເນື່ອງສາລີມີເສັ້ນໃຍອາຫານໃນປະລິມານຫຼາຍ ຊຶ່ງເປັນຊະນິດທີ່ບໍ່ລະລາຍໃນນໍ້າ ເຮັດໃຫ້ດູດຊຶມນໍ້າໄດ້ດີສົ່ງຜົນໃຫ້ບໍ່ມີປັນຫາໃນການຂັບຖ່າຍ
  4. ມີປະໂຫຍດຊ່ວຍບໍາລຸງຮ່າງກາຍ ເຮັດໃຫ້ຈະເລີນອາຫານ, ຊ່ວຍລຸດຄວາມເສື່ອມສະພາບຂອງຮ່າງກາຍ ທັງພາບໃນ ແລະພາຍນອກ
  5. ມີສັບພະຄຸນຊ່ວຍບໍາລຸງຫົວໃຈ ແລະປອດ ຫຼຸດຄວາມສ່ຽງຈະເກີດພະຍາດຫົວໃຈ ປ້ອງກັນເສັ້ນເລືອດຖືກທໍາລາຍຈົນອາດນໍາໄປສູ່ອາການຫົວໃຈ ແລະພະຍາດຫຼອດເລືອດສະໝອງ ເຮັດໃຫ້ລະບົບການໄຫຼວຽນຂອງເລືອດເປັນປົກກະຕິ
  6. ມີສັບພະຄຸນ ຊ່ວຍລະລາຍຄໍເລດເຕີລອຍ ເຮັດໃຫ້ລະດັບຂອງເລດເຕີລອຍໃນຮ່າງກາຍຫຼຸດລົງ ແລະຍັງຫຼຸດໄຂມັນໃນເລືອດ ສາມາດປ້ອງກັນການຕີບຂອງເສັ້ນເລືອດໄດ້
  7. ມີສັບພະຄຸນຊ່ວຍບໍາລຸງ ແລະປິ່ນປົວສາຍຕາ
  8. ມີສານໂຄລີນ ຊຶ່ງມີປະໂຫຍດໃນການຊ່ວຍປ້ອງກັນການເກີດພະຍາດສະໝອງເສື່ອມ ແກ້ອາການຂີ້ລືມ ຫຼືຄວາມຈໍາເສື່ອມ
  9. ມີລິດໃນການຫຼຸດນໍ້າຕານໃນເລືອດ ຊ່ວຍປ້ອງກັນການເກີດພະຍາດເບົາຫວານ ແລະຫຼຸດຄວາມດັນໂລິດໄດ້
  10. ມີສັບພະຄຸນທາງຢາທີ່ຊ່ວຍບໍາລຸງນໍ້າບີ ເຮັດໃຫ້ນໍ້າບີຂັບເຄື່ອນໄດ້ດີ ແລະສາມາດຂັບນິ້ວ ແລະຕ້ານມະເຮັງໃນຖົງນໍ້າບີ ແລະແກ້ອາການອັກເສບຂອງຖົງນໍ້າບີ
  11. ຊ່ວຍແກ້ອາການຂອງພະຍາເເຍື້ອຫຸ້ມປອດອັກເສບໃຫ້ມີອາການດີຂຶ້ນ
  12. ມີສັບພະຄຸນ ຊ່ວຍຂັບປັດສະວະ ແລະແກ້ພະຍາດກະເພາະປັດສະວະອັກເສບຊໍາເຮື້ອ ພະຍາດທາງເດີນປັດສະວະອັກເສບ ແລະນິ້ວໃນກະເພາະປັດສະວະ
  13. ມີປະໂຫຍດຊ່ວຍແກ້ອາການຫິວນໍ້າ ຊ່ວຍບັນເທົາອາການຂຶ້ນໄສ້ ແລະປວດຮາກ
  14. ສາມາດຊ່ວຍການທໍາງານຂອງຕັບ ແລະໝາກໄຂ່ຫຼັງເປັນໄປຢ່າງມີປະສິດທິພາບ
  15. ຊ່ວຍປິ່ນປົວອາການບວມນໍ້າຕາມສ່ວນຕ່າງໆຂອງຮ່າງກາຍ
  16. ອຸດົມໄປດ້ວຍວິຕາມິນບີ 1 ທີ່ຈະຊ່ວຍປ້ອງກັນອາການກ້າມຊີ້ນອ່ອນແຮງ ແລະຊ່ວຍບໍາບັດອາການເຈັບກ້າມຊີ້ນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...