spot_img
Homeຂ່າວຕ່າງປະເທດຊິລີແຜ່ນດິນໄຫວ 7.6 ຖະໜົນເປ່ເພ

ຊິລີແຜ່ນດິນໄຫວ 7.6 ຖະໜົນເປ່ເພ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 26 ທັນວາ ນີ້ວ່າ: ວັນທີ 25 ທັນວາ ທີ່ຜ່ານມາ ເມື່ອເວລາປະມານ 21:22 ນາທີ ເກີດເຫດແຜ່ນດິນໄຫວຂະໜາດ 7.7 ກ່ອນຈະຫຼຸດລົງເປັນ 7.6 ໃນພາຍຫຼັງ.

ແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນທີ່ບໍລິເວນຫ່າງຈາກເມືອງ ເປີຣ໌ໂຕ ມອນຕ໌ ທາງພາກໃຕ້ຂອງຊິລີ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 225 ກິໂລແມັດ ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນເກືອບ 15 ກິໂລແມັດ.

ດ້ານສໍານັກງານເຫດການສຸກເສີນແຫ່ງຊາດຊິລີ ໄດ້ອອກມາເຕືອນໄພ ແລະສັ່ງໃຫ້ອົບພະຍົບປະຊາຊົນຈາກພື້ນທີ່ແຄມຝັ່ງຂອງພູມພາກລອສລາກອສ ໄປຍັງທີ່ຫຼົບໄພ ຫຼັງມີປະກາດເຕືອນຄື່ນສຶນາມິຄວາມສູງ 1-3 ແມັດ ໃນພື້ນທີ່ລັດສະໝີ 1,000 ກມ ຈາກຈຸດສູນການແຜ່ນດິນໄຫວ ໂດຍຫຼັງຈາກເວລາຜ່ານໄປຫຼາຍຊົ່ວໂມງກໍມີປະກາດຍົກເລີກ.

ທັງນີ້ ຫຼັງເກີດເຫດຍັງບໍ່ມີລາຍງານຜູ້ບາດເຈັບ ຫຼືເສຍຊີວິດ ຂະນະທີ່ AFP ເຜີຍຮູບພາບຖະໜົນໃນເມືອງແຊດໂມ ຊຶ່ງຍຸບລົງໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວດັ່ງກ່າວ.

%e0%bb%80%e0%ba%9b%e0%bb%88%e0%bb%80%e0%ba%9e%e0%bb%80%e0%ba%9b%e0%bb%88%e0%bb%80%e0%ba%9e%e0%bb%9c%e0%ba%b1%e0%ba%81

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...