Homeຂ່າວຍົນຕົກເຮືອບິນກອງທັບລັດເຊຍຕົກ 91 ຊີວິດດິ່ງທະເລ

ເຮືອບິນກອງທັບລັດເຊຍຕົກ 91 ຊີວິດດິ່ງທະເລ

Published on

ເຮືອບິນກອງທັບລັດເຊຍຫາຍໄປຈາກຈໍເລດ້າ ຫຼັງຈາກບິນຂຶ້ນຈາກເຂດອັດເລີ ໃນເມືອງໂຊຊີ ຂອງລັດເຊຍ ເມື່ອເວລາ 5:40 ຂອງວັນທີ 25 ທັນວາ 2016 ຕາມເວລາທ້ອງຖິ່ນ ໂດຍເທິງເຮືອບິນລຳດັ່ງກ່າວ ເຊິ່ງເປັນເຄື່ອງ ຕູ-154 ມີຜູ້ໂດຍສານຢູ່ 83 ຄົນ ແລະຈຸບິນອີກ 8 ຄົນ.

ຫຼ້າສຸດສຳນັກຂ່າວ ເອພີລາຍງານວ່າ ກະຊວງປ້ອງກັນປະເທດລັດເຊຍ ແຈ້ງເມື່ອວັນທີ 25 ທັນວາ 2016 ມື້ນີ້ວ່າ ພົບຊາກເຮືອບິນຂອງກອງທັບລັດເຊຍທີ່ຫາຍໄປຈາກຈໍເລດ້າມື້ເຊົ້ານີ້ແລ້ວ ໂດຍພົບຢູ່ໃນທະເລດຳ ໄກຈາກຝັ່ງເມືອງໂຊຊີຂອງລັດເຊຍປະມານ 1.5 ກິໂລແມັດ.

ສ່ວນສຳນັກຂ່າວອາໄອເອຂອງລັດເຊຍ ອ້າງເຖິງການເປີດເຜີຍຂອງແຫຼ່ງຂ່າວດ້ານຄວາມໝັ້ນຄົງຜູ້ໜຶ່ງເປີດເຜີຍວ່າ ຈາກຂໍ້ມູນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ເຮືອບິນປະສົບອຸບັດເຫດຕົກ ເນື່ອງຈາກເກີດການຂັດຂ້ອງທາງເທັກນິກ ແຕ່ຍັງບໍ່ມີການຢືນຢັນໃນລາຍງານດັ່ງກ່າວ.

ນອກຈາກນີ້ ອາໄອເອຍັງອ້າງກະຊວງປ້ອງກັນປະເທດລັດເຊຍວ່າ ເທິງເຮືອບິນລຳດັ່ງກ່າວອອກຈາກອັດເລີ ມີທະຫານແລະສະມາຊິກວົງດຸລິຍາງທະຫານ ຢູ່ເທິງເຮືອບິນ ເຊິ່ງຢູ່ລະຫວ່າງການບິນໄປຍັງຖານທັບອາກາດຂອງລັດເຊຍ ທີ່ເມືອງລາຕາເກຍ ປະເທດຊີເລຍ ເພື່ອໄປຈັດການສະແດງເນື່ອງໃນເທສະການປີໃໝ່ທີ່ກຳລັງຈະມາເຖິງ ນອກຈາກນີ້ຍັງມີນັກຂ່າວລັດເຊຍລວມຢູ່ 9 ຄົນພ້ອມ.

ທ່ານ ດະມິທຣີ ເປສຄອຟ ໂຄສົກທຳນຽບປະທານາທິບໍດີລັດເຊຍແຈ້ງວ່າ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີລັດເຊຍ ໄດ້ຮັບແຈ້ງສະຖານະການທີ່ເກີດຂຶ້ນແລ້ວ ແລະຄອຍຕິດຕາມຂໍ້ມູນການຄົ້ນຫາຢ່າງໃກ້ຊິດ.

eywwb5wu57mynkottrk1mcxt4ofobqrjc71cfcbylzzgerjyrwanb0

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...