ຄົນດີ…ທີ່ຮັກ ຕອນທີ 10

ອ່ານຕໍ່ຈາກສະບັບກ່ອນ

ໃນຂະນະທີ່ກຳລັງຢູ່ໃນອ້ອມກອດຂອງຊຽງ ເພືອນຮັກຂອງນ້ຳ ຢ່າງ ເກດ ໄດ້ແຕ່ນັ່ງຫຼັບຢູ່ຄົນດຽວທີ່ ໂຕະພະນັກງານຕ້ອນຮັບ ດ້ວຍທ່ານັ່ງອີງຕັ່ງແລ້ວຫຼັບຕາ

ສິດທີ່ນັ່ງຈ້ອງເບິ່ງຄອມເປັນເວລາດົນຮູ້ສຶກເມື່ອຍຕາ ລາວຈິ່ງລຸກຂຶ້ນມາຈາກບ່ອນນັ່ງ ເພື່ອພັກສາຍຕາ ແລະ ຊອກຫາຫຍັງດື່ມແກ້ອາການງ້ວງນອນ ສິດໄດ້ຍ່າງໄປທີ່ເຮືອນຄົວໃນ ພໍດີທາງຍ່າງຜ່ານໄປເຮືອນຄົວຂອງຫ້ອງການນັ້ນ ຜ່ານໂຕະພະແນກຕ້ອນຮັບ ສິດຈິ່ງໄດ້ເຫັນພາບທີ່ ເກດກຳລັງນອນຫຼັບສະໜິດຕົວຂອງນາງຄ່ອຍໄຫລລົງຈາກຕັ່ງນັ່ງຈົນໝູບລົງໄປກອງທີ່ພື້ນ ສິດວ່າຈະເຂົ້າໄປຊ່ວຍຈັບໄວ້ແຕ່ກໍ່ຊ່ວຍບໍ່ທັນ ເພາະເກດລົງໄປນອນຢູ່ພື້ນຮຽບຮ້ອຍແລ້ວ ສະນັ້ນສິດໄດ້ແຕ່ຢືນເບິ່ງ ເກດເມື່ອລົງຮອດພື້ນກໍ່ຮູ້ເມື່ອຕື່ນຂຶ້ນມາດ້ວຍຄວາມຟ້າວຟັ່ງເມື່ອເງີຍໜ້າຂຶ້ນມາກໍ່ເຫັນສິດກຳລັງຢືນເບິ່ງຕົນເອງຢູ່ດ້ວຍສີໜ້າຍິ້ມຢຸ້ມໆ (ອົດຫົວ)

ເກດຮູ້ສຶກອາຍແຮງ ນາງຟ້າວລຸກຂຶ້ນມາຢືນຕໍ່ໜ້າສິດ ແລ້ວຍົກນິ້ວມືຂຶ້ນສອງນິ້ວ (ນິ້ວຊີ້ ກັບນີ້ວກາງ ແລ້ວເວົ້າກັບສິດດ້ວຍນ້ຳສຽງ ພ້ອມສີໜ້າທີ່ຈິງຈັງວ່າ): ເຮົາຮູ້ກັນ 2 ຄົນ ok ຈັບມື (ເອົາມືໄປຈັບມືສິດ)

ຫຼັງຈາກນັ້ນເກດກໍ່ຟ້າວ ໄປເຄາະປະຕູຫ້ອງນ້ຳອອກມາຈາກຫ້ອງການຂອງຊຽງ ເມື່ອນ້ຳໄດ້ຍິນກໍ່ຟ້າວລຸກຈາກໂຊຟາ ຈັບຖາດກາເຟແລ້ວຍ່າງອອກມາຫາເກດທັນທີ ເມື່ອນ້ຳໄຂປະຕູອອກກໍ່ເຫັນເກດເຮັດສີໜ້າແຕກຕື່ນ ນ້ຳຈິ່ງໄດ້ຖາມເກດດ້ວຍຄວາມປະຫຼາດໃຈ

ນ້ຳ: ມີຫຍັງເກດ ຄືສີໜ້າແຕກຕື່ນແທະ

ເກດ: ນີ້ກໍ່ເດິກແລ້ວເຮົາພາກັນເມືອເນາະ (ຈັບຜາຖາດຈອກກາເຟຈາກມືນ້ຳ ແລ້ວຟ້າວເອົາໄປໄວ້ທີ່ອ່າງລ້າງມືຈາກນັ້ນນາງກໍ່ຟ້າວຈັບແຂນນ້ຳເພື່ອຈະແລ່ນອອກຈາກຫ້ອງການ

ນ້ຳ: ດຽວ! ບອກລາຊຽງກ່ອນ

ເກດ: ຊຽງກັບກ່ອນເດີ້! (ເກດຈັບແຂນນ້ຳຍ່າງອອກຈາກຫ້ອງການໂດຍໄວ)

ຊຽງທີ່ນັ່ງຢູ່ທາງໃນຮູ້ສຶກວ່າສອງສາວມີອາການແປກໆລາວຈິ່ງຍ່າງອອກມາເບິ່ງ ແຕ່ກໍ່ເຫັນເກດກັບນ້ຳຂັບລົດຊ້ອນກັນອອກໄປແລ້ວ ຊຽງເລີຍໄດ້ແຕ່ງົງວ່າມີເລື່ອງຫຍັງເກີດຂຶ້ນກັບສອງສາວນັ້ນ

ສິດໄດ້ກັບມານັ່ງຢູ່ທີ່ໂຕະເຮັດວຽກຂອງຕົນແລ້ວກໍ່ຄິດເຫັນພາບທີ່ເກດຄ່ອຍໄຫລລົງຈາກຕັ່ງແລ້ວຕົກຕັ່ງລົງໄປນອນກອງກັບພື້ນ ຊ້ຳຕື່ນຂຶ້ນມາເຮັດສີໜ້າຕົກໃຈແບບສຸດຂີດທີ່ເຮັດໜ້າຕົນ ເມື່ອຄິດເຫັນທ່າທາງທີ່ເກດເຮັດກັບຕົນເອງແລ້ວ ສິດກໍ່ຮູ້ສຶກວ່າມັນເປັນເລື່ອງຕະລົກ ສິດໄດ້ຫົວ ອິກໆອັກໆຄົນດຽວຢູ່ໂຕະເຮັດວຽກ

ສ່ວນທາງເກດເມືອຄິດເຖິງເລື່ອງທີ່ເກີດຂຶ້ນກັບຕົນເອງຢູ່ຫ້ອງການຕໍ່ໜ້າສິດ ກໍ່ຮູ້ສຶກອັບອາຍຈົນນອນບໍ່ຫຼັບເກືອບທັງຄືນ

ເກດ (ຄິດໃນໃຈ): ໂອ້ຍຢາກຈະບ້າຕາຍ! ເຮົາເຮັດຫຍັງລົງໄປນິ! ໂອ້ອອອ ເປັນຕາອາຍແທ້ເດ້ (ເອົາມືປິດໜ້າກິ້ງໄປມາເຖິງບ່ອນນອນ)

ເຖິງວ່າເກດຈະຮູ້ສຶກອາຍສິດໃນເຫດການທີ່ເກີດຂຶ້ນຄືນນັ້ນ ແຕ່ກໍ່ຍັງຈຳໃຈມາຊ່ວຍວຽກທີ່ຫ້ອງການຄືເກົ່າເພາະມາເປັນເພື່ອນນ້ຳ ເມື່ອມາຮອດຫ້ອງການເກດຈະບໍ່ກ້າຍ່າງຜ່ານບໍລິເວນແຖວໂຕະເຮັດວຽກຂອງສິດ ແລະ ບໍ່ກ້າເບິ່ງໜ້າສິດໄດ້ແບບໜ້າເຊິ່ງໜ້າ ສ່ວນສິດເອງກໍ່ຮູ້ສຶກຕະລົກທຸກຄັ້ງທີ່ເຫັນໜ້າ ເກດ ແຕ່ກໍ່ເຮັດໄດ້ພຽງລັກຫົວເບົາໆ ໃນທີ່ສຸດພາລະກິດຊ່ວຍວຽກທີ່ຫ້ອງການຊຽງກໍ່ສິ້ນສຸດລົງ ເມື່ອໂຮງຮຽນເປີດອີກຄັ້ງ ເລີ່ມຕົ້ນວັນທຳອິດຂອງການໄປໂຮງຮຽນພາກຮຽນສອງ ເກດ ມີຊີວິດຊີວາຜິດປົກກະຕິ ເພາະນາງຈະບໍ່ໄດ້ໄປຊ່ວຍວຽກທີ່ຫ້ອງການຊຽງ ແລະ ຈະບໍ່ໄດ້ເຫັນໜ້າສິດອີກ.

ເກດ: ດີໃຈເວີ້ຍ! ໄດ້ກັບມາໂຮງຮຽນແລ້ວ! ສົດຊື່ນ!ສົດຊື່ນ

ນ້ຳ (ເບິ່ງໜ້າເກດ ແລ້ວຮູ້ສຶກງົງກັບເພື່ອນຄົນນີ້ ເພາະທີ່ຜ່ານມາບໍ່ເຄີຍເຫັນເກດດີໃຈທີ່ໄດ້ມາຮຽນຈັກເທື່ອ): ດີໃຈແຮງປານນັ້ນພຸ້ນນະ!

ເກດ: ດີໃຈລະບໍ້ ເພາະວ່າ…(ມິດ ແລ້ວຄິດໃນໃຈ “ຮື່! ຖ້າສິເວົ້າວ່າດີໃຈເພາະບໍ່ໄດ້ໄປທີ່ຫ້ອງການຊຽງແລ້ວນ້ຳຄົງຮູ້ສຶກບໍ່ດີ ດັ່ງນັ້ນເຮົາບໍ່ຄວນເວົ້າເດັດຂາດ”)… ເອີ… ບໍ່ມີຫຍັງ! ໄປຮຽນດີກວ່າ

ຫຼັງເລີກຮຽນ ນ້ຳ ກັບ ເກດ ໄດ້ໄປນັ່ງກິ່ນຕຳສົ້ມ ແລະ ຈີນລູກຊີ້ນທີ່ຮ້ານອາຫານຂ້າງໂຮງຮຽນ ກິນໄປກິນມາ ເກດກໍ່ເວົ້າເຖິງເລື່ອງວັນວາເລັນທາຍ

ເກດ (ມືເບື້ອງໜຶ່ງຄ້ຳແກ້ມ ມືອີກເບື້ອງຈີ້ມລູກຊີ້ນເຂົ້າປາກ): ເຮີ້ຍ! ອີກ 1 ອາທິດກໍ່ຮອດວັນວາເລັນທາຍແລ້ວ ເສົ້າໃຈເດ້ເຮົາ! ຂ້ອຍບໍ່ມັກເລີຍວັນວາເລັນທາຍ

ນ້ຳ: ອ້າວ! ວັນວາເລັນທາຍເປັນວັນທີ່ດີ ເປັນຫຍັງເພິ່ນຕ້ອງບໍ່ມັກວັນນັ້ນ

ເກດ: ເຮິ! ວາເລັນທາຍມັນເປັນວັນທີ່ດີຂອງຄົນມີຄູ່ ແຕ່ມັນເປັນວັນທີ່ໂຫດຮ້າຍທີ່ສຸດຂອງຄົນໂສດ ຄິດມາລະ ຮືຮືຮື! ເສົ້າໃຈ

ນ້ຳ: ໂຖໆໆໆ! ນາງຟ້າຂອງຂ້ອຍ! ເຈົ້າບໍ່ຕ້ອງນ້ອຍໃຈເລີຍ! ຄົນງາມ ແລະ ໜ້າຮັກຢ່າງເຈົ້າອີກບໍ່ດົນກໍ່ຈະມີພະຣາຊາຂີ່ມ້າຂາວມາຮັບເອົາເຈົ້າລົງຈາກຄານທອງ ແລ້ວ! ເຊື່ອຂ້ອຍ

ເກດ: ເຮີ…ຟັງເບິ່ງແລ້ວຍິ່ງໃຫຍ່ເນາະ! ແຕ່ເຂົາບໍ່ມັກຄົນເຖົ້າ! ເອົາລະດັບເຈົ້າຊາຍຂີ່ມ້າຂາວມາກໍ່ພໍ່ລະ! ຫຸຫຸ

ທີ່ຫ້ອງການ 3SN ທັງສາມໜຸ່ມໄດ້ຮັບບັດເຊີນໄປຮ່ວມງານກິນລ້ຽງສະຫຼອງວັນສ້າງຕັ້ງບໍລິສັດ ນຳເຂົ້າລົດຍົນ ແຫ່ງປະເທດລາວ ຄົບຮອບ 10 ປີ

ໃນຂະນະທີ່ສິດ ກັບ ຊຽງ ກຳລັງນັ່ງດື່ມກາເຟນຳກັນທີ່ຫ້ອງເຮັດວຽກຂອງຊຽງ ໄຊໄດ້ຈັບບັດເຊີນເຂົ້າມາ

ໄຊ: ບັດເຊີນໄປຮ່ວມງານກິນລ້ຽງສະຫຼອງວັນສ້າງຕັ້ງບໍລິສັດ ນຳເຂົ້າລົດຍົນ ແຫ່ງປະເທດລາວ ຄົບ ຮອບ 10 ປີ ເຮົາສາມຄົນຕ້ອງໄດ້ໄປໃດ໋ນິ ເພາະນີ້ເປັນລູກຄ້າໃຫຍ່ຂອງພວກເຮົາ ປະຕິເສດບໍ່ໄດ້

ສິດ (ຈັບຊອງມາເບິ່ງ): ກົງກັບວັນທີ 14 ກຸມພາ ວາເລັນທາຍພໍດີ! ດີເລີຍເຮົາສິໄດ້ໄປຫາໄກ່ຫຼົງກິນໃນງານ

ໄຊ (ຢົກໂປ້) ສຸດຍອດ! ເປັນຄວາມຄິດທີ່ດີ

ຊຽງ: ຊັ້ນສອງຄົນພວກເຈົ້າໄປງານນີ້ເດີ້! ຕອນນີ້ຂ້ອຍບໍ່ໂສດແລ້ວ! ຄົງບໍ່ຈຳເປັນຈະຕ້ອງໄປຊອກກິນໄກ່ທາງໃດ

ສິດ: ເຮີ້ຍ! ລອງປ່ຽນຣົດຊາດແນ່ກໍ່ດີໃດ໋!

ຊຽງເຮັດຕາຂຶງໃສ່ສິດ ຈົນເຮັດໃຫ້ສິດຮູ້ສຶກຂົນລຸກທັນທີ

ສິດ: ເອີ້ໆ ຮູ້ແລ້ວວ່າຮັກດຽວໃຈດຽວຫັ້ນນ່ະ! ແຕ່ໂຕບໍ່ໄປບໍ່ໄດ້ໃດ໋ໃນນາມໂຕເປັນຜູ້ອຳນວຍການໂຕນັ້ນລະສຳຄັນຫຼາຍນະ! ເພາະຖ້າອຳນວຍການບໍ່ໄປ ອຳນວຍການບໍລິສັດນັ້ນພວກເຂົາຈະຄິດແນວໃດ

ຊຽງ: ເອີ້ ເຂົ້າໃຈລະ! ມື້ນັ້ນເອົາລົດໄປຄົນລະຄັນເດີ້ ເພາະບາງເທື່ອເຮົາອາດກັບກ່ອນໂມງ

ເຊົ້າຂອງວັນທີ 14 ກຸມພາ ຊຽງໄດ້ໂທຫານ້ຳແຕ່ເຊົ້າ

ນ້ຳ (ຮັບສາຍ): ສຸກສັນວັນວາເລັນທາຍ

ຊຽງ (ລົມສາຍ): ສຸກສັນວັນວາເລັນທາຍ! ເອີ້ນ້ຳ ມື້ນີ້ເຮົາອາດໄດ້ຈະສະຫຼອງວັນວາເລັນທາຍກັນເດິກແນ່ເດີ້! ເຈົ້າຖ້າຂ້ອຍໄດ້ບໍ່

ນ້ຳ (ຮູ້ສຶກໃຈຫວິວໆ): ອຶມມມ! ເປັນຫຍັງລະ

ຊຽງ: ຄື… ຂ້ອຍຕ້ອງໄດ້ໄປຮ່ວມງານກິນລ້ຽງກັບລູກຄ້າຄົນສຳຄັນ ໄປກັບ ສິດ ແລະ ໄຊ ແຕ່ຂ້ອຍສັນຍາຈະພະຍາຍາມມາສະຫຼອງວັນວາເລັນທາຍກັບເຈົ້າໃຫ້ທັນ

ນ້ຳ (ເຊັງເປັດ ຫາຍໃຈໃຫຍ່ເຫືອກໜຶ່ງເບົາໆ ແຕ່ກໍ່ເຂົ້າໃຈ): ໄດ້! ແລ້ວຂ້ອຍຈະຖ້າ

ເວລາ 19:15ໂມງ ທີ່ງານກິນລ້ຽງ ທັງສາມໜຸ່ມໄດ້ໄປຮອດງານ ພວກເຂົາໄດ້ກະຕ່າຂອງຂັວນໃຫຍ່ໄປມອບໃຫ້ ທ່ານ ບຸນມີ ຜູ້ອຳນວຍການບໍລິສັດ ນຳເຂົ້າລົດຍົນ. ໃນງານລ້ຽງຄືນນີ້ມີກຸ່ມນັກທຸລະກິດລາຍໃຫຍ່ຫຼາຍຄົນເຂົ້າມາຮ່ວມໃນງານ ເຊິ່ງ ທັງສາມໜຸ່ມກໍ່ບໍ່ພາດທີ່ຈະໄດ້ໂອ້ລົມ ແລະ ແລກນາມບັດໃຫ້ກັບ ນັກທຸກລະກິດບາງຄົນທີ່ພວກເຂົາໝາຍຕາເອົາໄວ້ ໃນຂະນະທີ່ພວກເຂົານັ່ງດື່ມວາຍ ແລະ ກິນອາຫານທີ່ໂຕະ ພວກເຂົາກໍ່ໄດ້ເບິ່ງໄປຮອບໆງານ

ໄຊ: ງານນີ້ຈັດໄດ້ໃຫຍ່ສົມກຽດເຈົ້າຂອງບໍລິສັດນຳເຂົ້າລົດຍົນລາຍໃຫຍ່ຂອງປະເທດແທ້ໆ

ສິດ: ແມ່ນ! ທີ່ສຳຄັນມີສາວງາມພຽງ (ບອກໄຊເບິ່ງ) ໂຕເຫັນສາວໆກຸ່ມນັ້ນບໍ່ມີແຕ່ຜູ້ຂາວໆງາມໆ ເຫັນແລ້ວຂ້ອຍຢາກເຂົ້າໄປຢ້ຳ ແລ້ວກິນແກ້ມວາຍໄປມັນຮູ້ແລ້ວຮູ້ລອດໄປເລີຍ

ຊຽງ ໄດ້ແນ່ນັ່ງມາດນິ້ງໆ ດື່ມເບຍຕຳຈອກກັບຄົນໃນໂຕະອາຫານ ໂດຍບໍ່ໄດ້ສົນໃຈເບິ່ງສາວງາມຄົນໃດເລີຍ

ມີຍິງສາວ 3-4 ຄົນ ນັ່ງຢູ່ໂຕະຂ້າງໆກັບໂຕະທີ່ 3 ໜຸ່ມນັ້ນນັ່ງຢູ່ ສາວງາມທັງສີ່ຄົນໄດ້ແນມມາທີ່ໂຕະຂອງສາມໜຸ່ມນັ່ງຢູ່ດ້ວຍທ່າທາງສົນໃຈທັງສາມໜຸ່ມເຊັ່ນດຽວກັນ ສາວງາມພວກນັ້ນໄດ້ຍົກຈອກວາຍຕອບກັບ ສິດ ແລະ ໄຊ,​ ໜຶ່ງໃນສີ່ສາວງາມທີ່ນັ່ງຢູ່ໂຕະນັ້ນຄົນໄດ້ຈັບຈ້ອງເບິ່ງຊຽງດ້ວຍສາຍຕາພິເສດ (ສາຍຕາສົນໃຈ) ນາງສັງເກດຄວາມນິ້ງທີ່ເຕັມໄປດ້ວຍຄວາມເທ້ທີ່ແອບແຝງຢູ່ໃນຕົວຊຽງ ຄວາມຈິງແລ້ວຊຽງກໍ່ຮູ້ວ່າມີຄົນກຳລັງແນມເບິ່ງລາວຢູ່ແຕ່ລາວກໍ່ບໍ່ສົນໃຈ ຊຽງໄດ້ຈົກໂທລະສັບຈາກຖົງໃນເສື້ອສູດອອກມາເບິ່ງ ເຫັນເປັນເວລາ 21:30ໂມງແລ້ວ ສະນັ້ນລາວຈິ່ງຄອບສິດ ກັບ ໄຊ ເມື່ອກ່ອນ

ນ້ຳໄດ້ນັ່ງຖ້າຊຽງທີ່ຕັ່ງໂຊຝາໜ້າໂທລະທັດ ມືຂອງນາງຈັບກັບຂອງຂັວນເປັນກ່ອງສີ່ຫລ່ຽມ ເຊິ່ງຂອງຂັວນນັ້ນກໍ່ຄືໂມງຢີ່ຫໍ້ດັງສີເງິນ ເຊິ່ງນ້ຳໄດ້ໃຊ້ເງິນຈຳນວນຫຼາຍເພື່ອຊື້ໂມງໜ່ວຍນັ້ນມາ ຈົນເງິນຂອງນາງເກືອບໝົດ ເຖິງໂມງໜ່ວຍນີ້ຈະແພງແຕ່ກໍ່ເປັນຂອງດີ ແລະ ເໝາະສົມກັບຊຽງຫຼາຍ ນ້ຳກໍ່ນັ່ງຖ້າດ້ວຍໃຈຈົດຈໍ່ ນ້ຳໄດ້ແນມເບິ່ງໂມງທີ່ຕິດໄວ້ທີ່ຝາຫ້ອງ ຕອນນີ້ເປັນເວລາ 22:00 ໂມງແລ້ວ ນ້ຳຖອນຫາຍໃຈເຫືອກໃຫຍ່ ແຕ່ກໍ່ໝັ້ນໃຈວ່າຊຽງຈະມາສະຫຼອງວັນວາເລັນທາຍຄັ້ງທຳອິດຂອງນາງ ໃນຂະນະທີ່ນ້ຳກຳລັງນັ່ງລໍຖ້າດ້ວຍຄວາມສຶມເສົ້າ ຄອງຄອຍ ແລ້ວໃນທີ່ສຸດນາງກໍ່ໄດ້ຍິນສຽງລົດໃຫຍ່ຂີ່ເຂົ້າມາຈອດ ຕາມດ້ວຍສຽງຄົນຍ່າງມາເຄາະປະຕູ ນ້ຳກໍ່ຟ້າວໄປໄຂປະຕູຫ້ອງທັນທີ ເມື່ອໄຂປະຕູອອກໄປນ້ຳກໍ່ໄດ້ພົບກັບ

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!