spot_img
Home​ຂ່າວທ່ອງທ່ຽວໄປນອນເອົາຄວາມຄິດ ຢູ່ຄຸກເກົ່າ

ໄປນອນເອົາຄວາມຄິດ ຢູ່ຄຸກເກົ່າ

Published on

07012014292912   

ຖ້າໃຫ້ຊື້ປີ້ຍົນໄປນອນໂຮງແຮມຫຼູຫລາຄິດວ່າຄົນລາວຫຼາຍຄົນຄືຈະບໍ່ມັກເຮັດແຕ່ຂ້າພະເຈົ້າລອງເຮັດມາແລ້ວ ແລະຮູ້ສຶກວ່າມັນກຸ້ມຄ່າ ເພາະມັນໄດ້ຄວາມຄິດທີ່ລໍ້າເລີດໃຫ້ກັບຕົນເອງ. ຂ້າພະເຈົ້າຊື້ປີ້ຍົນແລ້ວເດີນທາງໄປນອນທີ່ໂຮງແຮມຫຼູຫຼາພຽງຄືນດຽວທີ່ຫຼວງພະບາງ ແລ້ວບິນກັບວຽງຈັນ. ຂ້າພະເຈົ້າ ເລືອກນອນໂຮງແຮມDe La Paixຊຶ່ງເປັນຫນຶ່ງໂຮງແຮມລະດັບຫຼູ ໃນຫຼວງພະບາງ.ທີ່ຕັດສິນໃຈນອນໂຮງແຮມນີ້ກໍ່ເພາະຮູ້ມາວ່າມັນຖືກດັດແປງມາຈາກຄຸກ.

20140701291229

ສິ່ງທີ່ຂ້າພະເຈົ້າຢາກບອກວ່າ“ກຸ້ມຄ່າ”ກໍ່ເພາະວ່າຕົນເອງຮູ້ສຶກວ່າໄດ້ຮັບຄວາມຄິດໃຫມ່ຫຼາຍໆຢ່າງຈາກໂຮງແຮມຫຼັງນີ້ໂດຍສະເພາະແມ່ນຄວາມຄິດເຮັດໃຫ້ທຸກຢ່າງຫຼູຫຼາໃນຂະນະທີ່ຍັງຮັກສາຮູບແບບເດີມທຸກຢ່າງຂອງຄຸກໄວ້ໄດ້. ຂ້າພະເຈົ້າບໍ່ຢາກເຊື່ອເລີຍວ່າຄຸກເກົ່າໆຈະມີຄົນນຳມາເຮັດໃຫ້ເປັນໂຮງແຮມຫຼູຫຼາໄດ້ ໂດຍທີ່ບໍ່ມີການມ້າງເພໂຄງສ້າງເດີມຂອງມັນເລີຍ. ອາຄານທຸກຫຼັງຍັງຮັກສາຮູບໂສມເດີມຂອງມັນ, ຫນອງປາທີ່ນັກໂທດເຄີຍໃຊ້ເປັນບ່ອນລ້ຽງປາກໍ່ກາຍເປັນໜອງປາຂອງໂຮງແຮມ, ຊ່ອງລົມທີ່ເປັນຮູນ້ອຍໆຢູ່ຝາຫ້ອງຂັງກໍ່ກາຍເປັນປ່ອງແກ້ວຮັບແສງສະຫວ່າງຈາກພາຍນອກຂອງໂຮງແຮມ, ດ້ານຫຼັງຂອງອາຄານທີ່ເຄີຍເປັນຄອກເປັດຄອກໄກ່ກໍ່ກາຍເປັນສວນຫຍ້າແລະສະນຳ້ຂອງຫ້ອງນອນແຕ່ລະຫ້ອງ.

20140107292912

ຫ້ອງອາຫານຖືກປະດັບເອ້ດ້ວຍປຶ້ມຫຼາກຫຼາຍຮູບແບບ ໂດຍທີ່ຝາ 3 ດ້ານຂອງຫ້ອງອາຫານ ແມ່ນອ້ອມຮອບດ້ວຍຕູ້ປຶ້ມ. ຂ້າພະເຈົ້າໃຊ້ເວລາດົນໃນການສັງເກດເບິ່ງລາຍລະອຽດຂອງຫ້ອງນອນ ແລະກໍ່ເວົ້າໄດ້ເລີຍວ່າມີຫຼາຍຢ່າງທີ່ໜ້າຄົ້ນຫາ ແລະໜ້າສັນລະເສີນຜູ້ທີ່ອອກຫົວຄິດປັບປຸງສິ່ງຕ່າງໆທີ່ບໍ່ໜ້າເບິ່ງໃນເວລາທີ່ເປັນຄຸກຈົນກາຍເປັນສິ່ງທີ່ໜ້າສະອອນ ໃນເວລາທີ່ມັນເປັນໂຮງແຮມ.

20140701122929

ຄວາມສູງໂລ່ງຂອງຫ້ອງຂັງນັກໂທດກາຍເປັນຫ້ອງນອນທີ່ໂລ່ງຫູໂລ່ງຕາອາບເອື້ອດ້ວຍຜ້າສີຂາວທີ່ໃຊ້ປູຕຽງນອນ ແລະມ່ານມຸ້ງ. ລະຫວ່າງຫ້ອງນອນ ແລະຫ້ອງນໍ້າຖືກຂັ້ນດ້ວຍຝາທີ່ຫຸ້ມດ້ວຍຜ້າໄຫມທີ່ເອີ້ນເປັນພາສາອັງກິດວ່າ: “Feature Wall-Silk Stripes” ໂດຍທີ່ຜູ້ຈັດການໂຮງແຮມທ່ານນາງKirstyDanks-Brown ບອກວ່າ “ຝາແບບນີ້ບໍ່ຄືໃຜ ແລະ ເປັນໜຶ່ງດຽວໃນຫຼວງພະບາງ”. ເມື່ອກ່າວເຖິງຄວາມຄິດຂອງຜູ້ອອກແບບດັດແປງຄຸກມາເປັນໂຮງແຮມທີ່ເປັນເອກະລັກແບບນີ້, ທ່ານນາງKirstyບອກວ່າ ເປັນໂຮງແຮມທີ່ຂ້ອຍມັກຫຼາຍເທົ່າທີ່ຂ້ອຍເຄີຍເປັນຜູ້ຈັດການໂຮງແຮມຜ່ານມາ. ລາວບອກວ່າ ແມ່ນແຕ່ລູກສາວຂອງລາວທີ່ມາຈາກປະເທດອົດສະຕາລີກໍ່ຍັງຫຼົງໄຫຼໃນສະເໜ່ຂອງໂຮງແຮມນີ້ ແລະບອກວ່າ: “ຢາກຢູ່ດົນໆເທົ່າທີ່ຢູ່ໄດ້”. ຊາວຕ່າງຊາດທີ່ພັກຢູ່ໂຮງແຮມນີ້ລ້ວນແລ້ວແຕ່ຊຶ້ງໃຈກັບການອອກແບບໂຮງແຮມຊັ້ນຫຼູລະດັບຫ້າດາວ ແຕ່ຍັງຮັກສາຮູບໂສມທຸກຢ່າງຂອງຄຸກເກົ່າໄວ້ໄດ້. ການພັກຜ່ອນຢູ່ໂຮງແຮມຄຸກເກົ່ານີ້ ເຮັດໃຫ້ຂ້າພະເຈົ້າຕື່ນ 8 ໂມງເຊົ້າ ໂດຍທີ່ເຂົ້ານອນຕັ້ງແຕ່ 10 ໂມງກາງຄືນຊຶ່ງປົກກະຕິແລ້ວຂ້າພະເຈົ້າບໍ່ເຄີຍນອນຕື່ນສວາຍແບບນີ້ເປັນເວລາເກືອບ 20 ປີແລ້ວ. ມື້ນັ້ນຊົ່ວຊິອາບນໍ້ແລ້ວກໍ່ເກືອບກິນເຂົ້າເຊົ້າບໍ່ທັນ.

20140701292912

ຍ້ອນມັນເຄີຍເປັນຄຸກມັນຈຶ່ງຖືກຕັ້ງຢູ່ບ່ອນທີ່ຫ່າງໄກຈາກເສັ້ນທາງໃຫຍ່ແລະທີ່ຕັ້ງນີ້ກາຍເປັນບ່ອນພັກຜ່ອນທີ່ມິດງຽບຊຶ່ງຜູ້ທີ່ຕ້ອງການພັກຜ່ອນແທ້ໆຝັນຫາ. ຂ້າພະເຈົ້າເຊື່ອວ່າຊາວຕ່າງຊາດທີ່ມີເງິນຫຼາຍຄົນເລືອກພັກໂຮງແຮມນີ້ບໍ່ແມ່ນພຽງເພື່ອພັກຜ່ອນຢ່າງດຽວແຕ່ເຂົາເຈົ້າເລືອກພັກຢູ່ບ່ອນນີ້ກໍ່ເພາະຢາກໄດ້ຮັບຄວາມຄິດໃຫມ່ໆເຊັ່ນກັນ. ຂ້າພະເຈົ້າຄິດວ່າຄົນລາວທີ່ກຳລັງສ້າງເຮືອນງາມໆໃຫ້ກັບຕົນເອງໜ້າຈະໄປເກັບກ່ຽວເອົາບາງຄວາມຄິດຢູ່ໃນໂຮງແຮມນີ້ ເພື່ອມາປະກອບໃສ່ເຮືອນຂອງຕົນ ເຮັດໃຫ້ເຮືອນຂອງທ່ານມີຄວາມງາມແລະຄົງຄຸນຄ່າແບບບໍ່ຮູ້ເບື່ອ. ຖ້າຄິດຈະລອງໄປພັກທ່ານສາມາດໂທໄປສອບຖາມລາຍລະອຽດໄດ້ທີ່ເບີ 856 71 260 777.

ຂອບໃຈບົດຄວາມດີໆ ທີ່ ຂຽນໂດຍ: ອະນຸລັກຄຳມະລາວົງ ຈາກ: ວາລະສານອັບເດດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...