Homeຂ່າວຕ່າງປະເທດຕໍາຫຼວດເຢຍລະມັນຄຸມຕົວ 2 ຊາຍຊາວໂຄໂຊໂວວາງແຜນໂຈມຕີຮ້ານສັບພະສິນຄ້າ

ຕໍາຫຼວດເຢຍລະມັນຄຸມຕົວ 2 ຊາຍຊາວໂຄໂຊໂວວາງແຜນໂຈມຕີຮ້ານສັບພະສິນຄ້າ

Published on

ເຈົ້າໜ້າທີ່ຕໍາຫຼວດເຢຍລະມັນ ກໍາລັງເຂັ້ມງວດໃນຮ້ານສັບພະສິນຄ້າໃຫຍ່ສຸດໃນປະເທດ ຫຼັງຈັບກຸມຊາຍ 2 ພີ່ນ້ອງຊາວໂຄໂຊໂວວາງແຜນໂຈມຕີຊ່ວງທ້າຍປີ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງາຍວັນທີ 23 ທັນວາ ນີ້ວ່າ: ມີຕ້ອງສົງໄສວາງແຜນໂຈມຕີຮ້ານສັບພະສິນຄ້າໃຫຍ່ສຸດຂອງເຢຍລະມັນ ຖືກຄຸມຕົວ 2 ຄົນ ໂດຍຜູ້ຕ້ອງສົງໄສດັງກ່າວເປັນ 2 ພີ່ນ້ອງຊາວໂຄໂຊໂວ ຖືກເຈົ້າໜ້າທີ່ຕໍາຫຼວດເຢຍລະມັນຄວບຄຸມຕົວ ໃນຂໍ້ຫາຕ້ອງສົງໄສກຽມແຜນໂຈມຕີຮ້ານສັບພະສິນຄ້າເຊນໂທຣ ຊຶ່ງເປັນຮ້ານສັບພະສິນຄ້າໃຫຍ່ສຸດຂອງປະເທດເຢຍລະມັນ ໃນເມືອງໂອເບີຣຮູເຊນ ໃກ້ກັບຊາຍແດນເນເຮີແລນ ຜູ້ຕ້ອງສົງໄສ ເປັນຊາຍອາຍຸ 28 ແລະ 31 ປີ ຖືກຄວບຄຸມຕົວທີ່ດູອິສເບີຣ໌ ພື້ນທີ່ທີ່ມີປະກາດເຕືອນການກໍ່ການຮ້າຍລະດັບສູງສຸດຫຼັງເກີດເຫດໂຈມຕີໃນເມືອງເບີຣ໌ລິນ.

ແນວໃດກໍຕາມ ທາງການເຢຍລະມັນໄດ້ລະດົມກໍາລັງຕໍາຫຼວດທັງໃນ ແລະນອກເຄື່ອງແບບ ເບິ່ງແຍງຮ້ານສັບພະສິນຄ້າດັງກ່າວ ທີ່ມີຮ້ານຄ້າຍ່ອຍຫຼາຍເຖິງ 250 ຮ້ານແລ້ວ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...