Homeຊີວິດແລະຄວາມຮັກ5 ສິ່ງທີ່ຜູ້ຍິງຄວນເຮັດ ຖ້າຢາກ “ສະລະໂສດ”

5 ສິ່ງທີ່ຜູ້ຍິງຄວນເຮັດ ຖ້າຢາກ “ສະລະໂສດ”

Published on

ເມື່ອໃດທີ່ສາວໆ ມີອາຍຸກ້າວເຂົ້າເລກ 3 ແຕ່ສະຖານະຍັງໂສດ ເຊິ່ງໃນປັດຈຸບັນມີຈຳນວນສາວໂສດຈຳນວນຫຼາຍເພີ່ມຂຶ້ນ ເຮັດໃຫ້ມີເປີເຊັນທີ່ຈະຕ້ອງຢູ່ຄົນດຽວຫຼາຍຂຶ້ນ, ເຊິ່ງມື້ນີ້ ແອັດມິນ ຈະມາບອກສິ່ງທີ່ຄວນເຮັດ ຖ້າຫາກ ຢາກສະລະໂສດ

  1. ໃຫ້ອະໄພອະດີດ: ຄົນໂສດສ່ວນຫຼາຍ ບໍ່ສາມາດມີຮັກຄັ້ງໃໝ່ໄດ້ ຍ້ອນບໍ່ລືມແຟນເກົ່າ, ຍັງຮັກ ຍັງຄິດຮອດ ຫຼືບາງຄົນກໍຍັງເຈັບ ກັບຄວາມຮັກຄັ້ງເກົ່າ ເຮັດໃຫ້ເສຍໃຈຈົນບໍ່ໃຫ້ອະໄພ ເຖິງແມ່ນເວລາຈະຜ່ານໄປດົນພຽງໃດ. ວີທີແກ້ຄື ໃຫ້ອະໄພຕົວເອງ ໃຫ້ອະໄພຄົນຮັກເກົ່າ ເຊົາຄິດ ເຊົາແຄ້ນ ເພາະເຈົ້າບໍ່ສາມາດກັບໄປແກ້ໄຂຫຍັງໄດ້ ແຕ່ເຈົ້າສາມາດສ້າງໃໝ່ໄດ້
  2. ເຊົາເວົ້າວ່າ ໂສດດີແລ້ວ: ຕ້ອງຍອມຮັບວ່າ ຢາກມີແຟນ, ຢາກມີຄົນມາເບິ່ງແຍງດູແລ, ຢາກມີລູກ, ຢາກມີຄອບຄົວທີ່ອົບອຸ່ນ ຢ່າປາກແຂງວ່າ “ໂສດດີແລ້ວ” ເພາະຖ້າເຈົ້າຄິດແບບນັ້ນ ເຈົ້າຈະບໍ່ມີວັນທີ່ຈະມີຮັກຄັ້ງໃໝ່
  3. ຢູ່ໃນໂລກແຫ່ງຄວາມເປັນຈິງ: ທຸກຄົນຢາກມີແຟນທີ່ສົມບູນທຸກຢ່າງ ແຕ່ກໍມີໜ້ອຍທີ່ສຸດທີ່ສົມບູນປະເພດຫຼໍ່, ມີນິໄສດີ, ເຮັດໃຫ້ເຈົ້າຍິ້ມໄດ້ ຖ້າຫາກເຂົາຍັງບໍ່ມີແຟນເປັນຕາສົງໄສ ເພາະໃນໂລກແຫ່ງຄວາມເປັນຈິງຜູ້ຊາຍທີ່ສົມບູນທຸກຢ່າງນັ້ນມີໜ້ອຍທີ່ສຸດ ແລະຍາກທີ່ຈະພົບເຫັນ, ເຈົ້າຕ້ອງກັບມາສູ່ໂລກຂອງຄວາມເປັນຈິງຈະດີທີ່ສຸດ
  4. ເຊົາປະຕິເສດຄຳຊວນ: ການປະຕິເສດທຸກງານທີ່ມີຄົນຊວນໄປບໍ່ແມ່ນເລື່ອງດີ ເພາະນີ້ຄືໂອກາດທີ່ຈະລົງຈາກຄານ ບໍ່ວ່າຈະເປັນງານປະເພດໃດກໍຢ່າປະຕິເສດ ເພາະການອອກໄປງານຕ່າງໆເຮັດໃຫ້ເຮົາຮູ້ຈັກຫຼາຍຢ່າງ ແລະຮູ້ຈັກຄົນຫຼາຍຂຶ້ນ ມັນຈະດີກວ່າການຢູ່ເຮືອນ ແລະອາດຈະພົບຮັກຄັ້ງໃໝ່ໄດ້
  5. ອອກຊອກຫາຄົນຮັກໃຫ້ຖືກທີ່: ເພາະຜູ້ຍິງຊ່ວງອາຍຸ 30-35 ປີ ມັກຊອກຫາຄົນຮັກບໍ່ຖືກບ່ອນ ໄປຊອກໃນບ່ອນທີ່ຜູ້ຊາຍໃນຊ່ວງນີ້ບໍ່ມັກໄປ, ເຊິ່ງຜູ້ຊາຍໃນຊ່ວງອາຍຸ 30-35 ປີຈະສ້າງເຮັດວຽກ ເພື່ອເກັບເງິນ, ຊື້ຊັບສິນ ເພາະພວກເຂົາຮູ້ດີວ່າ ຖ້າບໍ່ມີຊັບວິນເງິນຄຳ ຈະຈີບສາວຄົນໃດກໍບໍ່ຕິດ ແລະເມື່ອເຂົາມີທຸກຢ່າງທີ່ຕ້ອງການແລ້ວ ເຂົາຈະເລືອກຜູ້ຍິງເອງ, ຖ້າຜູ້ຍິງຈະຊອກຫາຜູ້ຊາຍໃນຊ່ວງອາຍຸນີ້ຈະຕ້ອງໄປທີ່ ສະຖານທີ່ອອກກຳລັງກາຍ, ບໍລິສັດເຮັດທຸລະກິດ…

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...