spot_img
Homeໜັງໃໝ່ງານບຸນມະໂຫລານຮູບເງົາຍີ່ປຸ່ນຄັ້ງທໍາອິດທີ່ວຽງຈັນ

ງານບຸນມະໂຫລານຮູບເງົາຍີ່ປຸ່ນຄັ້ງທໍາອິດທີ່ວຽງຈັນ

Published on

ສຳລັບຄົນທີ່ມັກເບິ່ງຮູບທາງຝັ່ງຂອງຍີ່ປຸ່ນ ກຽມພົບກັບຮູບເງົາດັງໃນຢູ່ປຸ່ນທີ່ຈະເຂົ້າມາສາຍໃນບ້ານເຮົາໃນງານບຸນມະໂຫລານຮູບເງົາຍີ່ປຸ່ນຄັ້ງທໍາອິດທີ່ວຽງຈັນ ທີ່ໂຮງຮູບເງົາໄອເຕັກມໍ ນັບຕັ້ງແຕ່ວັນທີ 21 ເຖິງ 28 ມັງກອນ 2017 ( ວັນເສົາ ແລະ ວັນອາທິດ). ເຊິ່ງຮູບເງົາທີ່ນຳເຂົ້າມາສາຍໃນບ້ານເຮົາຄັ້ງນີ້ຈະມີເລື່ອງ:
©2016 “Chihayafuru” Film Partners c Yuki Suetsugu / KODANSHA LTD.
©An – Copyright 2015 AN FILM PARTNERS, COMME DES CINEMAS,TWENTY.
©2015 THE BOY AND THE BEAST FILM PARTNERS.
©2016″The Mohican Comes home” Production Partners, LCC.

ສໍາລັບລາຍລະອຽດຂອງຕາຕະລາງທີ່ຈະອອກສາຍແມ່ນຈະແຈ້ງຕາມພາຍຫຼັງ, ແຕ່ຕອນນີ້ເຮົາມາອຸ່ນເຄື່ອງດ້ວຍການອ່ານເລື່ອງຫຍໍ້ ແລະ ເບິ່ງຕົວຢ່າງຮູບເງົາ ກັນກ່ອນດີກວ່າ

ເລື່ອງຫຍໍ້ຂອງຮູບເງົາ: “Chihayafuru” Film Partners c Yuki Suetsugu / KODANSHA LTD.

1455

Chihaya ນັກຮຽນປະຖົມປໍ 6 ໄດ້ພົບກັບ Arata ນັກຮຽນໃຫມ່ທີ່ຍ້າຍມາຈາກແຂວງ Fukui ເຖິງແມ່ນວ່າ Arata ຈະເປັນຄົນເບິ່ງຄືສະຫງົບສະງຽບ ແຕ່ລາວກັບມີທັກສະການຫຼີ້ນເກມ Karuta ທີ່ຄາດບໍ່ເຖິງ ເຊິ່ງເຮັດໃຫ້ Chihaya ນັ້ນປະທັບໃຈໃນທ່າທາງການປັດແຜ່ນ Karuta ທີ່ເຕັ້ມໄປດ້ວຍຄວາມມຸ່ງໝັ້ນ ແລະ ໄວກວ່າໃຜ. Taichi ແລະ Chihaya ເປັນຫມູ່ກັນມາແຕ່ສະໄຫມເປັນເດັກນ້ອຍ. ທັງສາມ Arata, Chihaya ແລະ Taichi ໄດ້ສະນິດສະຫນົມກັນ ຜ່ານການຫຼີ້ນເກມ Karuta.

4 ປີຕໍ່ມາ Chihaya ກໍ່ໄດ້ເຂົ້າເປັນນັກຮຽນມໍປາຍ ແລະ ໄດ້ຮູ້ວ່າ Arata ຜູ້ທີ່ໄດ້ກັບໄປແຂວງ Fukui ນັ້ນ ບໍ່ໄດ້ຫຼີ້ນເກມ Karuta ແລ້ວ, ແຕ່ວ່າ Chihaya ແລະ Taichi ເຊື່ອວ່າພວກເຂົາຈະໄດ້ພົບກັບ Arata ອີກຄັ້ງ. ດັ່ງນັ້ນ, ພວກເຂົາຈິ່ງໄດ້ເລີ່ມຈັດຕັ້ງສະໂມສອນ Karuta Club ຂື້ນຢູ່ທີ່ໂຮງຮຽນມໍປາຍ Mizukawa ຂອງພວກເຂົາ ແລະ ໄດ້ຮ່ວມງານແຂ່ງຂັນໃນລະດັບໂຮງຮຽນໃນທົ່ວໂຕກຽວ ພວກເຂົາຕ້ອງໄດ້ພົບກັບອຸປະສັກຫຼາຍໆຢ່າງ ໃນການຈັດຕັ້ງສະໂມສອນ, ການຝຶກຊ້ອມ ແລະ ການແຂ່ງຂັນ.

ເລື່ອງຫຍໍ້ຂອງຮູບເງົາ: 2015 THE BOY AND THE BEAST FILM PARTNERS.

2281

ໃນໂລກແຫ່ງນີ້ນອກຈາກມີໂລກມະນຸດແລ້ວ ແຕ່ຍັງມີອີກໂລກຫນຶ່ງທີ່ແຍກອອກຈາກໂລກມະນຸດເຮົານັ້ນກໍ່ຄື ໂລກມະຫັດສະຈັນຂອງສັດປະຫລາດ, ໂລກມະນຸດ (Shibuya) ແລະ ໂລກສັດປະຫລາດ (Jutengai).
ມື້ຫນື່ງ ເດັກຊາຍທີ່ບັງເອີນໄດ້ພົບກັບສັດປະຫລາດ Kumatetsu ນັ້ນ, ໄດ້ຕັດສິນໃຈເຂົ້າໄປໃນໂລກຂອງສັດປະຫລາດກັບ Kumatetsu ແລະ ໄດ້ຖືກຕັ້ງຊື່ ໃຫມ່ໃຫ້ວ່າ Kyuta, Kumatetsu ໄດ້ສອນວິຊາການຕໍ່ສູ້ໃຫ້ Kyuta ແລະ ຕັ້ງຕົວເອງວ່າເປັນຜູ້ຝຶກສອນສີລະປະການຕໍ່ສູ້ ເຊິ່ງຕອນທຳອິດ Kyuta ນັ້ນບໍ່ຍອມຮັບ Kumatetsu ເປັນອາຈານ.
ທັງສອງໃຊ້ຊີວິດຮ່ວມກັນ ຝຶກຊ້ອມການຕໍ່ສູ້ຮ່ວມກັນ ໂດຍມີ Hyokushubo ແລະ Tatara ຄອຍເປັນກຳລັງໃຈ ແລະ ທີ່ປຶກສາໃຫ້ຢູ່ຂ້າງໆ ເລີຍເຮັດໃຫ້ທັງສອງຕ່າງຝ່າຍຕ່າງກໍເຕີບໂຕເປັນຜູ້ໃຫຍ່ຮ່ວມກັນ ແລະ ເກີດມີຄວາມຜູກພັນແບບພໍ່ລູກກໍ່ໄດ້ກຳເນີດເກີດຂື້ນ.

ເລື່ອງຫຍໍ້ຂອງຮູບເງົາ: An – Copyright 2015 AN FILM PARTNERS, COMME DES CINEMAS,TWENTY.

6-2

ໃນມື້ທີ່ມີດອກສະກຸຣະເບັ່ງບານຢ່າງສວຍງາມນັ້ນ, ມີຮ້ານເຂົ້າໝົມ Dorayaki (ເປັນເຂົ້າໝົມຊະນິດໜຶ່ງຂອງປະເທດຍີ່ປຸ່ນ) ແຫ່ງໜຶ່ງ ທີ່ຕັ້ງຢູ່ລຽບຕາມທາງຍ່າງຂອງຖະໜົນໃຕ້ຕົ້ນດອກສະກຸຣະ ໃນຄະນະທີ່ເປີດຮ້ານຢູ່ນັ້ນ ແມ່ເຖົ້າ Tokue ໄດ້ມາຂໍສະໝັກວຽກນໍາຮ້ານດັ່ງກ່າວ ເຊິ່ງເຈົ້າຂອງຮ້ານ Sentaro ເຫັນວ່າການເຮັດຂະຫນົມນີ້ແມ່ນຕ້ອງໃຊ້ແຮງງານ ຈິ່ງຕອບປະຕິເສດລາວໄປ, ແຕ່ວ່າແມ່ເຖົ້າກໍ່ບໍ່ໄດ້ລະຄວາມພະຍາຍາມທີ່ຈະມາຂໍເຮັດວຽກຢູ່ຮ້ານນີ້, ໃນຕອນເຊົ້າມື້ໜຶ່ງແມ່ເຖົ້າ Tokue ກໍ່ໄດ້ເຮັດໄສ້ຖົ່ວແດງກວນທີ່ຫອມຫວານມາວາງໄວ້ໃຫ້ Sentaro ຊິມລອງເບິ່ງ ເມື່ອລາວໄດ້ຊິມເບິ່ງແລ້ວ ກໍ່ປະທັບໃຈກັບລົດຊາດທີ່ແຊບທີ່ບໍ່ເຄີຍກິນມາກ່ອນ.

ດັ່ງນັ້ນ, ລາວຈິ່ງຮັບແມ່ເຖົ້າ Tokue ເຂົ້າເຮັດວຽກຢູ່ທີ່ຮ້ານຂອງລາວ. ແມ່ເຖົ້າ Tokue ໄດ້ສອນວິທີເຮັດໄສ້ຖົ່ວແດງກວນໃຫ້ກັບ Sentaro ເພື່ອໄປໃສ່ເປັນໄສ້ຂອງເຂົ້າໝົມ Dorayaki ຂອງລາວ ແລະ ຮ້ານລາວກໍ່ໄດ້ຜົນຕອບຮັບທີ່ດີຈາກລູກຄ້າ. ມື້ໜຶ່ງໃນຄະນະທີ່ລາວເປີດຮ້ານຢູ່ນັ້ນເອງ ເຈົ້າຂອງທຸລະກິດທີ່ລາວເຮັດໃຫ້ນັ້ນ ໄດ້ມາບອກລາວວ່າ ແມ່ເຖົ້າ Tokue ທີ່ເຈົ້າຮັບມາເຮັດວຽກນຳນັ້ນ ລາວໄດ້ມີເຊື້ອພະຍາດຂີ້ທູດ.

ເລື່ອງຫຍໍ້ຂອງຮູບເງົາ: 2016″The Mohican Comes home” Production Partners, LCC.

ຮູບເງົາເລື່ອງນີ້ເວົ້າເຖິງຄວາມຮັກຂອງຄອບຄົວລະຫວ່າງພໍ່ກັບລູກຊາຍທີ່ມີນິດໄສຄ້າຍຄືກັນ ແລະ ຄວາມຫ່າງເຫິງຈາກຄອບຄົວເປັນເວລາຫລາຍປີ ສະນັ້ນເມື່ອໄດ້ພົບກັນເລື່ອງຕະຫລົກໆເຮຮາ ຈິ່ງເກີດຂື້ນ…

9025

ອ່ານແຕ່ເລື່ອງຫຍໍ້ຂອງຮູບເງົາແຕ່ລະເລື່ອງທີ່ຈະນຳມາສາຍໃນບ້ານເຮົາຄັ້ງນີ້ ບອກເລີຍວ່າມີແຕ່ເລື່ອງເປັນຕາເບິ່ງທັງນັ້ນ ສຳລັບຄໍຮູບເງົາບໍ່ຄວນພາດ

 

ແຫລ່ງຂ່າວຈາກ: Japan Foundation Asia Center, Vientiane
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...