ຄົນດີ…ທີ່ຮັກ ຕອນທີ 9

ອ່ານຕໍ່ຈາກສະບັບກ່ອນ…

ຊຽງ ກັບ ເພື່ອນຮັກຂອງລາວທັງສອງຄົນຫຼັງຈາກຮຽນຈົບແລ້ວກໍ່ພາກັນເຮັດຕາມຄວາມຝັນ ຄືການຮ່ວມເງິນກັນຕັ້ງບໍລິສັດທີ່ມີ ຊື່ວ່າ 3SN development ຈຳກັດ ງານລ້ຽງເປີດບໍລິສັດຂອງທັງສາມ ໄດ້ຈັດຢ່າງອົບອຸ່ນ ທີ່ຫ້ອງການຂອງພວກເຂົາເອງ ແຂກທີ່ຖືກເຊີນເຂົ້າຮ່ວມງານ ກໍ່ແມ່ນແຂກຄົນພິເສດ ຄົນສະໜິດ ເພື່ອນ, ພະນັກງານ, ຄອບຄົວ, ຄົນຮັກ ແລະ ແຂກນັກທຸລະກິດທີ່ພວກເຂົາຮູ້ຈັກປະມານ 5-6 ຄົນ.

ການເລີ່ມຕົ້ນເຮັດທຸລະກິດຂອງສາມຄົນ ໃນໄລຍະ 2 ເດືອນທຳອິດຍັງບໍ່ມີງານເຂົ້າມາຫຼາຍ ແລະ ງານທີ່ເຂົ້າມາກໍ່ເປັນພຽງງານເລັກໆນ້ອຍໆ ບາງເດືອນມີລາຍຮັບ ບໍ່ພໍລາຍຈ່າຍຂອງບໍລິສັດຊ້ຳ ແຕ່ທັງສາມຄົນກໍ່ເຂົ້າໃຈກັບບັນຫາທີ່ເກີດຂຶ້ນ ແລະ ສູ້ໄປນຳກັນ ເພາະນີ້ມັນເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ  ຄົນຍັງບໍ່ທັນໄດ້ຮູ້ຈັກບໍລິສັດຂອງພວກເຂົາໃນວົງກ້ວາງເທື່ອ ຕົ້ນເດືອນພະຈິກແລ້ວ ທັງສາມຄົນ ຊຽງ, ສິດ ແລະ ໄຊ ໄດ້ມານັ່ງປຶກສາກັນເພື່ອແກ້ໄຂບັນຫາທີ່ພົບ ກ່ຽວກັບຕົວເລກລາຍຮັບທີ່ບໍ່ໄດ້ເປັນໄປຕາມເປົ້າທີ່ກຳນົດໄວ້ ເຊິ່ງເລື່ອງນີ້ມັນເຮັດໃຫ້ທຸກຄົນປວດຫົວເຕີບ

ສິດ: ເຮົາຈະປ່ອຍໃຫ້ບໍລິສັດເຮົາເປັນແບບນີ້ຕໍ່ໄປບໍ່ໄດ້ແລ້ວ! ເຮົາຕ້ອງໄດ້ເຮັດແຜນກະຕຸ້ນການຕະຫຼາດ

ໄຊ: ເຫັນດີ! ໃກ້ຈະຮອດປີໃໝ່ແລ້ວ! ເຮົາຄວນສ້າງໂປຣຊັ່ນໃດໜຶ່ງຂຶ້ນມາ ເຊິ່ງອາດຈະເປັນຫຼຸດລາຄາ ຫຼື ມີໂປຣໂມຊັ່ນແຈກແຖມຕ່າງໆດີບໍ່ ເຊັ່ນ: ຫາກໃຜລົງໂຄສະນາທາງເວັບໄຊເຮົາໄລຍະນີ້ ຫາກເຊັນສັນຍາໜຶ່ງປີ ຈະແຖມລົງຟີຣໃຫ້ອີກ 3 ເດືອນ ແລະ ອື່ນໆ ຄື: ຫຼຸດລາຄາພິເສດໃນການຈັດງານອີເວັນ,​ຖ່າຍໂຄສະນາ ….ປະມານນີ້

ຊຽງ: ອື້! ເຫັນດີ! ເພາະມັນກໍ່ບໍ່ມີຫຍັງຈະເສຍແລ້ວນິ! ຂ້ອຍຂໍສະເໜີວ່າ ເມື່ອເຮົາມາຕົກລົງກັນເລື່ອງ ແຜນ ໂປຣໂມຊັ່ນທ້າຍປີໄດ້ສຳເລັດ ແລ້ວ ເຮົາສ້າງແຜນເຮັດໂຄສະນາ ນຳທາງ ໂທລະພາບ, ວິທະຍຸ ແລະ ໜັງສືພິມ ພ້ອມອັບລົງທີ່ໂລກໂຊຊຽວພ້ອມ

ທັງສາມຄົນໄດ້ຈັບມືກັນ: ລຸຍ

ເມື່ອຕົກລົງກັນແລ້ວກໍ່ພາກັນ ແຍກໄປເຮັດໜ້າທີ່ຂອງໃຜມັນ ຊຽງ ແມ່ນຄິດຮູບແບບການເຮັດໂຄສະນາ ແລະ ພາກສຽງສະປອດໂຄສະນາ, ທີມຂອງ ໄຊ ແມ່ນເລີ່ມຖ່າຍທຳໂຄສະນາໃນບໍລິສັດ, ສິດເປັນຝ່າຍຕັດຕໍ່, ທັງສາມຄົນ ພ້ອມດ້ວຍພະນັກງານ ໃນຫ້ອງການຜູ້ທີ່ມີສ່ວນກ່ຽວຂ້ອງໄດ້ພາກັນເຮັດດ້ວຍຄວາມຕັ້ງໃຈ ແລະ ມີແຜນງານທີ່ລະອຽດກະທັດຫັນ, ແຕ່ພາກສ່ວນເຮັດວຽກເປັນຂັ້ນຕອນໄປຕາມແຜນທີ່ກຳນົດໄວ້ ດັ່ງນັ້ນພຽງເວລາໜຶ່ງອາທິດ ຂອດວຽກງານທຸກຢ່າງກໍ່ສຳເລັດໄປໄດ້ດ້ວຍດີ.

ໃນທີ່ສຸດ ກາງເດືອນ ພະຈິກ ໂຄສະນາຂອງບໍລິສັດ 3SN  ກໍ່ໄດ້ຖືກເຜີຍແຜ່ສູ່ສັງຄົມໃນວົງກ້ວາງ, ໂຄສະນາບໍລິສັດຂອງພວກເຂົາຖືວ່າໄດ້ຮັບຄວາມສຳເລັດໃນລະດັບທີ່ໜ້າພໍໃຈ ເພາະຕັ້ງແຕ່ມີໂຄສະນາອອກໄປ ກໍ່ມີຫຼາຍບໍລິສັດຕິດຕໍ່ເຂົ້າມາຫາໃຫ້ພວກເຂົາໄປເຮັດງານໃຫ້ ແລະ ຍັງມີບໍລິສັດ ນຳເຂົ້າລົດຍົນລາຍໃຫຍ່ຂອງປະເທດ ບໍລິສັດໜຶ່ງໄດ້ທົດລອງໃຫ້ 3SN development ຈັດງານ ອີເວັນ ແລະ ເຮັດໂຄສະນາໃຫ້ ປະກົດວ່າ ຜົນງານອອກມາດີ ໄດ້ຕາມມາດຕະຖານທີ່ທາງບໍລິສັດກຳນົດໄວ້ ຜູ້ອຳນວຍການໃຫຍ່ຈິ່ງຂອງບໍລິສັດນຳເຂົ້າລົດຍົນ ຈິ່ງໄດ້ມອບງານໃຫຍ່ໃຫ້ 3 ໜຸ່ມໄດ້ເຮັດຄືທາງບໍລິສັດນຳເຂົ້າລົດຍົນເຊັນສັນຍາ ໃຫ້ທາງບໍລິສັດ 3SN ຈັດງານອີເວັນແຈກໂຊກໃຫ້ເປັນເວລາ 1 ປີ ມີ 12 ຄັ້ງຈັດເດືອນລະເທື່ອ, ເຮັດໂຄສະນາ 3 ງວດ (ຍາມຮ້ອນ, ຍາມຝົນ ແລະ ຍາມໜາວ), ນອກຈາກນີ້ຍັງໃຫ້ສ້າງເວັບໄຊ ແລະ ພັດທະນາເວັບໄຊ ນຳອີກຕ່າງຫາກ.

ໃນໄລຍະທ້າຍເດືອນ 12- ທ້າຍເດືອນ 1 ວຽກເຂົ້າບໍລິສັດຫຼາຍ ທັງງານໃຫຍ່ ແລະ ງານຍ່ອຍ ພວກງານຍ່ອຍພວກເຂົາກໍ່ຮັບໄດ້ສະບາຍ ເພາະມີທີມງານມືອາຊີບຫຼາຍຄົນທີ່ແບ່ງກັນເຮັດ

ພະນັກງານຫຼັກ ຢ່າງ ສິດ, ໄຊ , ຊຽງ ແລະ ພະນັກງານບາງຄົນ ບາງມື້ກໍ່ເຮັດວຽກຈົນເດິກ ແລະ ຕ້ອງໄດ້ນອນຢູ່ຫ້ອງການກໍ່ມີ ດັ່ງນັ້ນໃນໄລຍະນີ້ ເລື່ອງລາວຄວາມຮັກຂອງຊຽງ ກັບ ນ້ຳ ຈິ່ງບໍ່ມີການເຄື່ອນໄຫວ ຄືເມືອກ່ອນ ແຕ່ທັງສອງກໍ່ໄດ້ລົມກັນທຸກມື້ ເຖິງຈະລົມກັນ ມື້ລະ 10-15 ນາທີກໍ່ຕາມ ແຕ່ນ້ຳກໍ່ບໍ່ເຄີຍຮູ້ສຶກວ່າຄວາມຮັກທີ່ຊຽງມີຕໍ່ນາງຫຼຸດໜ້ອຍຖອຍລົງເລີຍ ເພາະນ້ຳເຂົ້າໃຈ ສ່ວນນ້ຳເອງ ເມື່ອໃຫ້ຮອດຍາມເສັງພາກຮຽນໜຶ່ງ ນາງກໍ່ຕັ້ງໃຈເບິ່ງບົດຮຽນກຽມເສັງ ບໍ່ມີເວລາໄປນ້ອຍໃຈໃຫ້ຊຽງອີກ

ໃນໄລຍະພັກພາກຮຽນ1 ໜຶ່ງອາທິດ ນ້ຳ ກັບ ເກດ ອາສາມາຊ່ວຍວຽກທີ່ບໍລິສັດຂອງ 3 ໜຸ່ມ ວຽກທີ່ນ້ຳ ກັບ ເກດ ພໍຊ່ວຍໄດ້ກໍ່ແມ່ນ ຊ່ວຍຮັບໂທລະສັບ, ກອັບປີ້ເອກະສານ, ຈັດເອກະສານ,​ເສີບນ້ຳເມືອມີແຂກມາພົວພັນວຽກ ແລະ ດູແລເລື່ອງອາຫານການກິນໃຫ້ພະນັກງານໃນຊ່ວງເວລາພວກເຂົາເລັ່ງວຽກ ຈົນບາງມື້ ເກດ ກັບ ນ້ຳ ກໍ່ຕ້ອງໄດ້ນອນຫ້ອງການ ຄືກັບພະນັກງານຄົນອື່ນໆ

21: 00 ໂມງ ເກດ ກັບ ນ້ຳ ນັ່ງພັກທີ່ຕັ່ງໃນຫ້ອງການ ເກດໄດ້ແນມໄປຮອບໆຫ້ອງການ ເຫັນພະນັກງານ 6 ຄົນ ລວມທັງ 3 ໜຸ່ມກຳລັງຈິ່ງຈັງ ຕັ້ງໃຈໃນການເຮັດວຽກ ເກດຈິ່ງເວົ້າອອກໄປວ່າ

ເກດ: ທ່າມກາງຄວາມອິດເມື່ອຍຈາກການເຮັດວຽກ ແຕ່ກໍ່ບໍ່ສາມາດເຮັດໃຫ້ຄວາມເທ້ຂອງເຈົ້າຊາຍທັງສາມຫຼຸດລົງໄປໄດ້ເລີຍ ໂດຍສະເພາະ ຜົວໂຕ

ນ້ຳ (ຫັ້ນມາເບິ່ງໜ້າເກດ ແລ້ວເອົາມືຟາດບ່າເກດເບົາໆດ້ວຍຄວາມອາຍ): ບ້າ! ລາວສິທັນໄດ້ເປັນຜົວຂ້ອຍ! ຂ້ອຍກັບລາວຍັງບໍ່ໄດ້ມີຫຍັງກັນ

ເກດ (ເຮັດສາຍຕາບໍ່ເຊື່ອ): ແທ້ນິ

ນ້ຳ (ແກວ່ງຫົວ): ເຮີ້ຍ! ບໍ່ເວົ້າກັບເພິ່ນ ໄປກຽມອາຫານຫວ່າງຍາມເດິກໃຫ້ພວກກະເຈົ້າດີກ່ວາ (ນ້ຳລຸກຍ່າງໄປທີ່ຫ້ອງຄົວຂອງຫ້ອງການ ເພື່ອກຽມອາຫານວ່າງ ແລ້ວເກດກໍ່ຍ່າງນຳໄປ)

ນ້ຳ ໄດ້ເອົາ ກາເຟ ເຂົາໄປໃຫ້ ຊຽງດື່ມທີ່ຫ້ອງເຮັດວຽກສ່ວນຕົວ ນ້ຳໄດ້ວາງຈອກກາເຟລົງທີ່ໂຕະ ແລ້ວຈັບເອົາຈອກກາເຟເກົ່າຂຶ້ນມາໃສ່ຖາດແທນເພື່ອຈະໄປເກັບມ້ຽນ ນ້ຳ ໄດ້ຢືນເບິ່ງຊຽງດ້ວຍຄວາມຊື່ນຊົມໃນຄວາມພະຍາຍາມຂອງຊຽງ ດ້ວຍຄວາມມິດງຽບບໍ່ໄດ້ລົມຫຍັງ ເພາະຢ້ານຊຽງເສຍສະມາທິໃນການເຮັດວຽກ ກ່ອນທີ່ນ້ຳຈະຄ່ອຍຫັນຫຼັງໃຫ້ຊຽງ ແລ້ວຄ່ອຍຍ່າງ ໃນຂະນະທີ່ນ້ຳກຳລັງຍ່າງໄປໃກ້ຮອດປະຕູ

ຊຽງ (ໄດ້ເອີ້ນໃຫ້ນ້ຳຢຸດ): ນ້ຳ! ຢ່າຟ້າວອອກ

ນ້ຳ (ຢຸດຍ່າງທັນທີ ນາງຮູ້ສຶກດີໃຈທີ່ໄດ້ຍິນຊຽງບອກໃຫ້ນາງຢຸດກ່ອນ ນາງຟ້າວຫັນກັບມາເບິ່ງໜ້າຊຽງດ້ວຍໃບໜ້າຍິ້ມແຍ້ມ ແລ້ວຟ້າວຖືຖາດກາເຟຍ່າງກັບມາຫາຊຽງທັນທີ ນ້ຳຢືນຢູ່ເຊິ່ງໜ້າໂຕະເຮັດວຽກຂອງຊຽງ): ຕ້ອງການຫຍັງເພີ່ມ ບອກໄດ້ 24 ຊົ່ວໂມງ

ຊຽງ (ຍີ້ມໃສ່ນ້ຳ): ມາທາງຂ້າງຂ້ອຍພີ້

ນ້ຳກໍ່ຟ້າວ ເອົາຖາດກາເຟໄປວາງໄວ້ທີ່ໂຕະຮັບແຂກໃນຫ້ອງຂອງຊຽງ ແລ້ວຍ່າງມາຢືນຢູ່ທາງຂ້າງຊຽງທັນທີ ຊຽງໄດ້ລຸກຂຶ້ນຈາກຕັ່ງ ແລ້ວໃຫ້ນ້ຳນັ່ງລົງຕັ່ງຂອງລາວແທນ ຊຽງໄດ້ຢືນຢູ່ຂ້າງໆນ້ຳ ແລະ ໄດ້ເປີດ ຮູບແບບເວັບໄຊທີ່ລາວຂຽນໃກ້ແລ້ວສົມບູນ ທີ່ພ້ອມສົ່ງໃຫ້ລູກຄ້າພາຍໃນອາທິດໜ້າ, ນ້ຳກໍ່ກົດເບິ່ງແບບເວັບໄຊທີ່ຊຽງສ້າງ ດ້ວຍຄວາມຊື່ນຊົມ ນ້ຳໄດ້ຈ້ອງເບິ່ງ ແລະ ເລື່ອນເມົ້າເບິ່ງທຸກລາຍລະອຽດ.

ຊຽງ: ເປັນຈັ່ງໃດ ເຈົ້າມັກບໍ່

ນ້ຳ (ເວົ້າດ້ວຍສີໜ້າຍິ້ມແຍ້ມ): ມັກຫຼາຍ! ທຸກຢ່າງມັນແມັດກັນໄດ້ດີ ທັງສີສັນ, ການເລືອກໂຕໜັງສືປະກອບໃສ່. ການຈັດວາງໝວດໝູ່ກໍ່ຊອກໄດ້ງ່າຍ ການອອກແບບແຕກຕ່າງສະດຸດຕາເມື່ອໄດ້ເປີດເບິ່ງ

ຊຽງ (ຍິ້ມດ້ວຍຄວາມຮູ້ສຶກດີໃຈທີ່ໄດ້ຍິນນ້ຳເວົ້າແບບນັ້ນ): ບໍ່ແມ່ນງາມແຕ່ຢ່າງດຽວໃດ! ແຕ່ເວັບນີ້ຈະເຂົ້າເບິ່ງງ່າຍອີກດ້ວຍ ແລະ ໄວອີກດ້ວຍ.

ນ້ຳ: ວ້າວ! ສຸດຢອດໄປເລີຍ (ຍົກໂປ້ໃຫ້ຊຽງທັງສອງເບື້ອງ)

ຈາກນັ້ນທັງສອງກໍ່ໄດ້ຍ້າຍໄປນັ່ງທີ່ໂຊຟາໃນຫ້ອງ

ຊຽງ (ເອົາມືໄປລູບຫົວ ແລະ ຈັບຜົມນ້ຳເບົາ): ຮູ້ສຶກນ້ອຍໃຈໃຫ້ຂ້ອຍບໍ່ ທີ່ໄລຍະນີ້ຂ້ອຍບໍ່ມີເວລາໃສ່ໃຈເຈົ້າຄືເມື່ອກ່ອນ! ຂ້ອຍຫວັງວ່າເຈົ້າຄົງຈະເຂົ້າໃຈ! ໃນຊ່ວງນີ້ບໍ່ວ່າງານນ້ອຍ ຫຼື ງານໃຫຍ່ ພວກຂ້ອຍຕ້ອງໄດ້ຮັບໝົດ ເພື່ອຫາລາຍຮັບ ແລະ ລູກຄ້າເຂົ້າຫ້ອງການໃຫ້ໄດ້ຫຼາຍທີ່ສຸດ ພວກຂ້ອຍຈິ່ງທຸ້ມເທ ທັງແຮງກາຍ, ແຮງໃຈ, ໄອເດຍ ເຂົ້າກັບງານທຸກອັນ ເພື່ອການສ້າງຄວາມເພິ່ງພໍໃຈ, ຄວາມປະທັບໃຈ ແລະ ຄວາມເຊື່ອໝັ້ນໃຫ້ລູກຄ້າ ເພື່ອໃຫ້ບໍລິສັດຂອງພວກເຮົາຕິດຕະຫຼາດທຸລະກິດໄດ້ຄືກັບ ບໍລິສັດອື່ນທີ່ເຂົາສ້າງມາດົນ ແລະ ສະແດງໃຫ້ຄົນໄດ້ເຫັນວ່າ ໄວລຸ້ນຍຸກໃໝ່ກໍ່ສ້າງຄວາມສຳເລັດໄດ້ຄືກັນ.

ນ້ຳ (ຍີ້ມໃຫ້ຊຽງດ້ວຍຄວາມພູມໃຈ): ຂ້ອຍເຂົ້າໃຈເຈົ້າດີ! ຕອນນີ້ເຈົ້າບໍ່ແມ່ນນັກສຶກສາທີ່ມີເວລາຫວ່າງຄືເມື່ອກ່ອນແລ້ວ! ເຈົ້າເປັນເຈົ້າຂອງທຸລະກິດ ຍາມມີວຽກກໍ່ຕ້ອງເຮັດວຽກ! ແລ້ວຂ້ອຍກໍ່ແມ່ນຄົນຮັກຂອງເຈົ້າຂ້ອຍຮູ້ດີວ່າຂ້ອຍຕ້ອງວາງຕົວແນວໃດຄື: 1. ບໍ່ເຮັດຕົວງໍແງຄືເດັກນ້ອຍຄອຍຫາເລື່ອງໃຫ້ເຈົ້າປວດຫົວເພີ່ມ, 2. ຄືຊ່ວຍເຈົ້າໃນສິ່ງທີ່ຂ້ອຍຊ່ວຍໄດ້ ແລະ ເປັນສິ່ງທີ່ເຈົ້າຕ້ອງການໃຫ້ເຮັດ.

ຊຽງ ໄດ້ໃຊ້ແຂນຂ້າງໜຶ່ງໂອບຕົວຂອງນ້ຳແລ້ວດຶງມາໃກ້ກັບຕົນເອງ ແລ້ວນ້ຳໄດ້ໃຊ້ຫົວໝູນບ່າໄຫລ່ອັນອົບອຸ່ນຂອງຊຽງດ້ວຍຄວາມສຸກໃຈ

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!