Homeຂ່າວທ້ອງຖິ່ນແຂວງຈຳປາສັກ ແລະ ສາລະວັນປະສົບໄພນ້ຳຖ້ວມຮ້າຍແຮງ

ແຂວງຈຳປາສັກ ແລະ ສາລະວັນປະສົບໄພນ້ຳຖ້ວມຮ້າຍແຮງ

Published on

floot

 

ຕາມການລາຍງານຂອງພະນັກງານທ້ອງຖິ່ນ ໃຫ້ຮູ້ວ່າ: ປັດຈຸບັນເນື້ອທີ່ນາປະມານ 6900 ເຮັກຕາຢູ່ແຂວງ

ຈຳປາສັກ ຖືກນ້ຳຖ້ວມ, ຊຶ່ງອາດຈະເຮັດໃຫ້ເຂົ້າຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ຢ່າງໜ້ອຍ 1.500 ເຮັກ

ຕາ, ເນື້ອທີ່ພືດເສຍຫາຍກວ່າ 700 ກວ່າ ເຮັກຕາ, ໃນນັ້ນເມືອງທີ່ຖືກຖ້ວມຫຼາຍກວ່າໝູ່ແມ່ນເມືອງສຸຂຸມາ

ມີ 2.100 ກວ່າເຮັກຕາ, ໃນ 37 ບ້ານທີ່ມີປະຊາຊົນອາໄສຢູ່ປະມານ 2000 ກວ່າຄອບຄົວ ໄດ້ຮັບຜົນກະທົບໜັກ,

ຖັດລົງມາແມ່ນເມືອງຊະນະສົມບູນ ມີເນື້ອທີ່ຖືກນ້ຳຖ້ວມຫຼາຍກວ່າ 1.600 ເຮັກຕາ, ສ່ວນເມືອງປະທຸມພອນ

ແລະ ເມືອງຈຳປາສັກ ມີ 1.400 ກວ່າເຮັກຕາ, ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ນ້ຳໄດ້ເລີ່ມໄຫຼເຂົ້າຖ້ວມແຕ່ວັນທີ

29 ກໍ ລະກົດຜ່ານມານີ້, ລະດັບນ້ຳໄດ້ເລີ່ມກາຍເຂດລະວັງໄພຈາກຈຸດເຕືອນ 11 ແມັດ ແລະ ມາຮອດວັນທີ 30

​-31 ແມ່ນນ້ຳເລີ່ມ ໄຫຼຖ້ວມຮຸນແຮງ. ຮ້າຍແຮງກວ່ານັ້ນເຫດການນ້ຳຖ້ວມນີ້ ຍັງເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ

ເປັນເດັກນ້ອຍອາຍຸ 2 ປີ ຢູ່ເມືອງສຸຂຸມາ.

 

ທ່ານ ດຣ ຄຳໂພ ຫົວໜ້າ ພະແນກສາທາລະນະສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທາງພະແນກສາທາລະນະສຸກ

ແຂວງ ສົມທົບກັບເມືອງທີ່ຖືກຜົນກະທົບ ເລັ່ງຊ່ວຍເຫຼືອປະຊາຊົນ ໂດຍສະເພາະແມ່ນໄດ້ແຈກຢາຍຢາປ້ອງ

ກັນພະຍາດ, ທີ່ມັກເກີດຂຶ້ນໃນໄລຍະນ້ຳຖ້ວມເຊັ່ນ: ພະຍາດຜິວໜັງ, ເກີດຕຸ່ມເປື່ອຍ ແລະ ອື່ນໆ ແລະ ມາຮອດ

ປັດຈຸບັນຍັງບໍ່ພົບການລະບາດຂອງພະຍາດໃນເຂດທີ່ຖືກນ້ຳຖ້ວມ.

 

ທ່ານ ສົມບູນ ເຮືອງວົງສາ ຮັກສາການເຈົ້າເມືອງຊະນະສົມບູນ ແຂວງຈຳປາສັກ ໃຫ້ຮູ້ວ່າ: ມາຮອດປັດຈຸບັນທາງ

ເມືອງ ເລັ່ງຍົກຍ້າຍປະຊາຊົນ ແລະ ສັດ ອອກຈາກພື້ນທີ່ຖືກຜົນກະທົບ ລວມມີ 7 ບ້ານ ແລະ 3000 ກວ່າ ຄອບ

ຄົວ ແລະ ໄດ້ປຸກລະດົມມວນຊົນຊ່ວຍເຫຼືອນ້ຳດື່ມ, ອາຫານແຫ້ງຕ່າງໆ ເພື່ອບັນເທົາໃຫ້ແກ່ປະຊາຊົນຜູ້ປະສົບໄພ.

 

ຂ່າວໃຫ້ຮູ້ອີກວ່າ: ຕາມການລາຍງານຂອງທ່ານ ຄຳພູ ທຳມະວົງ ເຈົ້າເມືອງຄົງເຊໂດນ ແຂວງສາລະວັນ ໃຫ້ຮູ້ວ່າ:

ປັດຈຸບັນລະດັບນ້ຳເຊໂດນຍຶ່ງສູງຂຶ້ນເກືອບຮອດ 12 ແມັດ ກາຍເຂດເຕືອນໄພແລ້ວອັນໄດ້ເຮັດ ໃຫ້ນ້ຳໄຫຼເຂົ້າ

ຖ້ວມເຮືອນຊານຂອງປະຊາຊົນສອງບ້ານຄື: ບ້ານຫາດ ແລະ ບ້ານທວງ ແລະ ມີເນື້ອທີ່ນາປີຫຼາຍກວ່າ 7 ພັນເຮັກ

ຕາ ຖືກນ້ຳຖ້ວມເຊັ່ນກັນ ແລະ ເພື່ອຮັບມືກັບສະພາບດັ່ງກ່າວ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ

ທຸກຂັ້ນໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ແລະ ລາຍງານໃຫ້ອຳນາດການປົກຄອງແຂວງຮັບຊາບ ເປັນໄລຍະເພື່ອ

ມີວິທີການປ້ອງກັນ ແລະ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ໂດຍໃນວັນທີ 1 ສິງຫາຜ່ານມານີ້, ຄະນະນຳຂັ້ນແຂວງ

ໄດ້ນຳເອົາເຂົ້າສານຈຳນວນ 100 ໂຕນ ມອບໃຫ້ອຳ ນາດການປົກຄອງເມືອງຄົງເຊໂດນ ເພື່ອນຳໄປແຈກຢາຍ

ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຕາມຄວາມເໝາະສົມ.

 

ທ່ານ ເຈົ້າເມືອງຄົງເຊໂດນ ກ່າວວ່າ: ສາເຫດຂອງນ້ຳຖ້ວມຢ່າງໄວວາໃນຄັ້ງນີ້ແມ່ນຍ້ອນມີຝົນຕົກໜັກຕິດຕໍ່

ກັນຫຼາຍວັນເປັນບໍລິເວນກວ້າງ ອັນໄດ້ເຮັດໃຫ້ນ້ຳເຊໂດນຍື່ງຂຶ້ນລົ້ນຝັ່ງໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ ແລະ

ເນື້ອທີ່ກະສິກຳເປັນບໍລິເວນກວ້າງ ທີ່ຢູ່ໃນເຂດພື້ນທີ່ຕ່ຳເປັນຕົ້ນ: ເຂດເມືອງທ່າແຕງ ແຂວງ ເຊກອງ, ເມືອງເລົ່າ

ງາມ, ຄົງເຊ ໂດນ, ວາປີ ແຂວງ ສາລະວັນ ແລະ ສະພາບນ້ຳຖ້ວມຄັ້ງນີ້ ຖືວ່າຍັງບໍ່ຮ້າຍແຮງເທົ່າກັບປີຜ່ານມາຄືລະ

ດັບນ້ຳເຊໂດນໄດ້ຍຶ່ງຂຶ້ນສູງເຖິງ 14 ແມັດ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_75.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...