Homeຄວາມຮູ້ກ່ຽວກັບ AECຍ່າງ​ເພື່ອ​ສຸຂະພາບ​ສະຫລອງ​ວັນ​ລາວເຂົ້າ​ອາ​ຊຽນ

ຍ່າງ​ເພື່ອ​ສຸຂະພາບ​ສະຫລອງ​ວັນ​ລາວເຂົ້າ​ອາ​ຊຽນ

Published on

walking marathon

 

ສປປ ລາວ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ໂດຍເລີ່ມຈາກປະຕູໄຊຫາຫໍຄຳ ແລະ ກັບ ຄືນຫາປະຕູໄຊ

ນະຄອນຫລວງວຽງຈັນ ລວມມີໄລຍະທາງປະມານ 4 ກິໂລແມັດ ເພື່ອສະເຫລີມສະຫລອງວັນສ້າງຕັ້ງອາຊຽນ

ຄົບຮອບ 47 ປີ ແລະ ຄົບ ຮອບ 17 ປີທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໂດຍການເຂົ້າຮ່ວມຂອງ

ທ່ານ ທອງ ລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີບັນດາ

ການນຳຂັ້ນສູງພັກ-ລັດ, ທູຕານຸທູດ, ອົງການຈັດຕັ້ງສາກົນ, ພະນັກງານລັດຖະກອນອ້ອມຂ້າງ, ອົງການຈັດ

ຕັ້ງພັກ- ລັດ ແລະ ມວນຊົນ ເຂົ້າຮ່ວມເປັນຈຳນວນຫລາຍ.

 

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານຮອງນາຍົກ ທອງລຸນ ສີສຸລິດ ໄດ້ກ່າວໃນພິທີວ່າ: ອາຊຽນໄດ້ຮັບ

ການສ້າງ ຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ເພື່ອຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມ

ໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມອາຊຽນ, ໃນນັ້ນສຳລັບແຜນວຽກການເຊື່ອມໂຍງໄລຍະ 2

ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນດ້ານໂຄງລ່າງພື້ນຖານ, ລະບຽບການ ແລະ ການໄປມາຫາ

ສູ່ກັນ ຂອງປະຊາຊົນເພື່ອກ້າວໄປສູ່ການບັນລຸການສ້າງປະຊາຄົມອາຊຽນ ແມ່ນຈະໃຫ້ສຳເລັດໃນປີ 2015

ເພື່ອໃຫ້ອາຊຽນເປັນພາກພື້ນທີ່ມີສັນຕິພາບ ແລະ ຄວາມສົມບູນພູນສຸກ.

 

ສຳລັບປີນີ້ ສປປ ລາວໄດ້ປະກອບສ່ວນເຂົ້າໃນຂະບວນການສະເຫລີມສະຫລອງວັນອາຊຽນຢ່າງຟົດຟື່ນໂດຍ

ໄດ້ມີກິດຈະກຳຕ່າງໆເຊັ່ນ: ການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງກະຊວງການຕ່າງປະເທດກັບທູ

ຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ, ການຍ່າງເພື່ອສຸຂະພາບ ແລະ ກິດຈະກຳຖາມ-ຕອບຄວາມ

ຮູ້ກ່ຽວກັບອາຊຽນເພື່ອໂຄສະນາເຜີຍ ແຜ່ກ່ຽວກັບອາຊຽນເຮັດໃຫ້ປະຊາຊົນ ແລະພາກສ່ວນຕ່າງໆ ຂອງສັງ

ຄົມ ເຂົ້າໃຈກ່ຽວກັບວຽກງານອາຊຽນກໍຄືເຂົ້າຮ່ວມໃນ ຂະບວນການສ້າງປະຊາຄົມອາຊຽນໃຫ້ບັນລຸໃນປີ 2015.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_95.html

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...