ສາວຊາວອະເມຣິກາເຮັດຕຸກກະຕາແບບຜີດິບຊອມບີ້ ແຂ້ວຍາວ, ເລືອດຢາດ ແລະຜິວຊໍ້າ ວາງຈໍາໜ່າຍ ຂາຍດີລາຄາສູງເຖິງໂຕລະ 5,000 ປອນດ໌.
ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 22 ທັນວາ ນີ້ວ່າ: ເມື່ອບໍ່ດົນມານີ້ ສາວຊາວອະເມຣິກາຄົນໜຶ່ງ “Bean Shaine” ອາຍຸ 36 ປີ ໄດ້ປະດິດຕຸກກະຕາທີ່ມີລັກນະໂດດເດັ່ນບໍ່ຄ່ອຍຄືຂອງໃຜອອກາແບບໜຶ່ງ ຊຶ່ງສ້າງລາຍໄດ້ ແລະຜົນກໍາໄລບໍ່ແມ່ນໜ້ອຍ ໂດຍຜົນງານຕຸກກະຕາທີ່ສາວຄົນດັງກ່າວເຮັດນັ້ນບໍ່ຄ່ອຍໃກ້ຄຽງກັບຄວາມວ່າໜ້າຮັກພໍປານໃດ ເພາະເປັນຕຸກກະຕາແນວຜີດູດເລືອດ ຫຼືແວມພາຍ, ຜີດິບຊອມບີ້ ແຂ້ວຍາວ ແລະຜິວຊໍ້າ ຫຼາຍກວ່າ.
ຕາມການລາຍງານລະບຸວ່າ ສາວຄົນນີ້ເຄີຍເຮັດຕຸກກະຕາລັກສະນະຜີດິບຊອມບີ້ທີ່ຄ້າຍກັນນີ້ອອກມາແລ້ວ ມອບເປັນຂອງຂວັນໃຫ້ກັບໝູ່ເພື່ອນ ຈາກນັ້ນກໍເລີ່ມລົງມືເຮັດຢ່າງເອົາຈິງເອົາຈັງຈົນເປັນທຸລະກິດຂອງໂຕເອງ ຊຶ່ງຕອນນີ້ຕຸກກະຕາທີ່ເຮັດອອກມາມີລາຄາສູງເຖິງໂຕລະ 5,000 ປອນດ໌