Home​ຂ່າວບັນເທິງອາຍຸເປັນພຽງຕົວເລກ "ພານ ອິ໋ງຈື" ອະດີດນາງເອກມັງກອນຢົກ ໄວອາຍຸ 71 ປີ ຍັງງາມປານສາວນ້ອຍ

ອາຍຸເປັນພຽງຕົວເລກ “ພານ ອິ໋ງຈື” ອະດີດນາງເອກມັງກອນຢົກ ໄວອາຍຸ 71 ປີ ຍັງງາມປານສາວນ້ອຍ

Published on

ຂ່າວບັນເທີງຕ່າງປະເທດ ກັບ ລາວໂພສຕ໌ ມື້ນີ້ແອັດມິນຈະພາທຸກຄົນມາຮູ້ຈັກສາວງາມ ສາວສາຍາ 2,000 ປີ ຈາກແດນມັງກອນ ດາລາສາວຮຸ້ນໃຫຍ່ ຢ່າງ “ພານ ອິ໋ງຈື” ທີ່ປັດຈຸບັນ ນາງມີອາຍຸຫຼາຍເຖິງ 71 ປີແລ້ວ (ທຽບຮຸ້ນແມ່ເຖົ້າ) ແຕ່ລາວຍັງມີໃບໜ້າຍັງໜຸ່ມກວ່າອາຍຸແທ້ຫຼາຍສິບປີ ຮູບຮ່າງຂອງລາວຍັງເປ໊ະປານສາວນ້ອຍ

ໂດຍຫຼ້າສຸດ (20 ທັນວາ 2016) ເກີດເປັນກະແສຮືຮາໃນໂລກອອນໄລນ ທີ່ປະເທດຈີນ ເມື່ອ ພານ ອິ໋ງຈື ນາງໄດ້ຕອບຮັບງານຖ່າຍແຟຊັ່ນ ໂຄສະນາ ດ້ວຍການອອກມາໂຊລີລາທ່າເຕັ້ນໃນງານສຸດອ່ອນຊ້ອຍໃນຊຸດກະໂປ່ງສັ້ນສີຂາວ, ໃສ່ເກີບສົ້ນສູງ ຈົນຫຼາຍຄົນພາກັນຕົກຕະລຶງໃນຄວາມສາວຄວາມງາມຂອງນາງ ຖ້າທຽບໃສ່ອາຍຸແລ້ວ

ປະຫວັດ ພານ ອິ໋ງຈື ເກີດເມື່ອວັນທີ 5 ມິຖຸນາ 1945 ໃນເມືອງ ຊູໂຈ ມົນທົນ ຈຽງຊູ ປະເທດຈີນ ນາງໄດ້ເຂົ້າວົງການບັນເທີງຕັ້ງແຕ່ອາຍຸ 17 ປີ ແຕ່ຜົນງານທີ່ສ້າງຊື່ສຽງ ແລະ ເຮັດໃຫ້ລາວເປັນທີ່ຮູ້ຈັກໄປທົ່ວບ້ານທົ່ວເມືອງກໍ່ຄືນາງໄດ້ຮັບບົດສະແດງເປັນ “ຊຽງເຫລ່ງນຶ່ງ” ໃນເລື່ອງ ມັງກອນຢົກ ເວີຊັ່ນປີ 1984 ເຊິ່ງໃນຕອນນັ້ນນາງກໍ່ມີອາຍຸກ້າວເຂົ້າໄວ 40 ປີແລ້ວ ແລະ ມາໂດ່ງດັງອີກຄັ້ງເມື່ອນາງມາຮັບບົດເປັນ ບູເຊັກທຽນ ໃນປີ 1985

ຕ້ອງບອກເລີຍວ່າ ການເວລາບໍ່ສາມາດເຮັດຫຍັງແມ່ເຖົ້າຄົນນີ້ໄດ້ແທ້ໆ ເພາະອາຍຸເປັນພຽງຕົວເລກເທົ່ານັ້ນ (ແອັດມິນຢາກໄດ້ສູດຮັກສາຄວາມໜຸ່ມ-ສາວຕະຫຼອດການຂອງແມ່ເຖົ້າຄົນນີ້ເດ້…ຢາກຮູ້ວ່າລາວມີເຄັດລັບໃນການຮັກສາຄວາມສາວຂອງລາວໄວ້ແນວໃດ) ເອົາເປັນວ່າເຮົາມາເບິ່ງຮູບພາບຂອງນາງກັນເລີຍດີກວ່າ

pan0 pan3 pan4 pan1

ແຫລ່ງຂ່າວຈາກ: http://women.kapook.com/view162997.html

ພາບຈາກ: http://www.zhangzishi.cc/20161220xl.html, http://www.wenxuecity.com/news/2016/12/19/5856460.html
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...