ຄົນດີ…ທີ່ຮັກ ຕອນທີ 8

ອ່ານຕໍ່ຈາກສະບັບກ່ອນ

ຫຼັງຈາກທີ່ຊຽງໄດ້ເກັບເຄື່ອງໃສ່ກະເປົາຍ້າຍເຂົ້າມາຢູ່ເປັນເພື່ອນນ້ຳ ໃນຊ່ວງໄລຍະໜຶ່ງອາທິດຫຼັງຈາກທີ່ ເກດ ກັບເມືອຍາມບ້ານທີ່ ໂພນໂຮງ ຕອນພັກພາກຮຽນໜຶ່ງ  ທັງສອງໄດ້ໃຊ້ຊີວິດຢູ່ຮ່ວມກັນ ແລະ ໄດ້ຮຽນຮູ້ນິໃສໃຈຄໍຂອງກັນ ແລະ ກັນ ຫຼາຍຂຶ້ນ ທຸກເຊົ້າທີ່ມືນຕາຂຶ້ນມາສິ່ງທຳອິດທີ່ເຫັນແມ່ນໃບໜ້າຂອງຄົນທີ່ຕົນຮັກ,​ ໄດ້ກິນເຂົ້າຮ່ວມກັນມື້ລະ 3 ຄາບ, ໄດ້ໄປຂີ່ລົດຈັກຫຼິ້ນ, ໄປຍ່າງອອກກຳລັງກາຍ, ເລາະຊື້ເຄື່ອງນຳກັນທີ່ສວນເຈົ້າອານຸວົງ ແລະ ບາງມື້ກໍ່ໄດ້ໄປເລາະຊື້ອາຫານຢູ່ຕະຫຼາດກັບມາເຮັດຂອງກິນນຳກັນທີ່ເຮືອນ ຫຼັງກິນເຂົ້າແລ້ວ ໄດ້ເບິ່ງໜັງ,ຟັງເພງຮ່ວມກັນ ແລ້ວກ່ອນຈະຫຼັບຕານອນໄດ້ຈັບມືກັນ ແລະ ບອກຝັນດີກັນທຸກຄືນ ສິ່ງທັງໝົດນີ້ເປັນຄວາມຊົງຈຳແສນງົດງາມທີ່ໄດ້ເກີດຂຶ້ນຕະຫຼອດ ໜຶ່ງອາທິດ ໃນຂະນະທີ່ຊຽງນອນໜູນຕັກນ້ຳເບິ່ງໂທລະທັດທີ່ໂຊພາ ຊຽງກໍ່ເວົ້າເຖິງເກດດ້ວຍນ້ຳສຽງຊື່ນຊົມ

ຊຽງ: ຂ້ອຍຕ້ອງຕອບແທນໝູ່ເຈົ້າຄົນນີ້ໃຫ້ຫຼາຍ ເພາະຖ້າບໍ່ແມ່ນລາວທີ່ຕັດສິນໃຈກັບບ້ານ ຂ້ອຍກໍ່ຄົງບໍ່ໄດ້ມີໂອກາດໄດ້ຢູ່ໃກ້ຊິດກັບເຈົ້າພຽງນີ້! ຕ້ອງຂອບໃຈແທ້!

ນ້ຳ (ຍິ້ມຂຳໆ): ອື້ ແມ່ນລະ ເຮົາຕ້ອງຂອບໃຈເກດໃຫ້ຫຼາຍໆ! ເອີ້ຊຽງ! ມື້ອື່ນເກດຈະກັບມາລະໃດ ຕອນປະມານ 11:00 ໂມງລາວໃຫ້ຂ້ອຍໄປຮັບທີ່ຄິວລົດເມຕະຫຼາດຂົວດິນ

ຊຽງ (ຖອນຫາຍໃຈ): ເຮີ້ຍ! ບໍ່ຢາກຈາກໄປກໍ່ຕ້ອງຈຳເປັນລະເນາະເມື່ອຕົວຈິງຂອງຫ້ອງກັບມາແລ້ວ ຕົວປອມຄືຂ້ອຍຄົງຕ້ອງຈາກໄປຕາມລະບຽບ! ຊັ້ນຕອນເຊົ້າຂ້ອຍສິເອົາເຄື່ອງກັບໄປໄວ້ເຮືອນກ່ອນ ແລ້ວບາດນັ້ນຈະກັບມາຮັບເຈົ້າທີ່ຫ້ອງ ແລ້ວ ເຮົາກໍ່ໄປຮັບ ເກດ ພ້ອມກັນເນາະ! ຂ້ອຍຄິດວ່າຖ້າເຈົ້າເອົາລົດຈັກໄປຮັບເກດທີ່ຄິວລົດ ທັງຄົນທັງເຄື່ອງ ພວກເຈົ້າຄົງລຳບາກ ແລະ ອັນຕະລາຍໃນເວລາຂັບລົດ ເອົາລົດຂ້ອຍໄປຮັບດີກວ່າ

ນ້ຳ: ກະໄດ້

ເຊົ້າມື້ຕໍ່ມາ ຫຼັງຈາກຊຽງເອົາກະເປົາໄປໄວ້ເຮືອນແລ້ວ ຊຽງກໍ່ກັບມາຮັບເອົານ້ຳ ແລ້ວອອກໄປຮັບ ເກດ ທີ່ຄິວລົດຂົວດິນ ເມື່ອທັງສອງໄປຮອດກໍ່ເຫັນ ເກດ ລົງລົດເມມາພໍດີ ດັ່ງນັ້ນຊຽງ ກັບ ນ້ຳ ຈິ່ງຟ້າວຍ່າງໄປຮັບ ເກດ ແລະ ຊຽງກໍ່ຖືເອົາກະເປົາເຄື່ອງຂອງເກດ ມາໃສ່ທີ່ກົ້ນລົດລາວທັນທີ. ໃນລະຫວ່າງພວກເຂົາຂີ່ລົດກັບຫ້ອງພັກ ເກດ ນັ່ງຢູ່ເບາະລົດທາງຫຼັງ ເມື່ອແນມເຫັນ ນ້ຳ ກັບ ຊຽງ ຄົບກັນຢ່າງມີຄວາມສຸກ ເຊິ່ງເປັນຄູ່ທີ່ເໝາະສົມກັນຈົນໜ້າອິດສາ ຢູ່ດີໆ ເກດ ກໍ່ຮູ້ສຶກ ຫງອຍເຫງົາອ້າງວ້າງຢາກມີຄົນຮັກຄືກັບນ້ຳຂຶ້ນມາທັນທີ ເກດ ນັ່ງມິດບໍ່ປາກບໍ່ຈາ ນ້ຳຖາມຫຼາຍເທື່ອກວ່າ ເກດຈະຕອບ ນ້ຳເຫັນເກດ ສີເມື່ອຍໆ ນ້ຳເລີຍຢຸດຖາມ ປ່ອຍໃຫ້ເກດນອນພັກຜ່ອນໃນລົດກ່ອນຈະຂັບລົດຮອດຫ້ອງ ຫຼັງຈາກສົ່ງເກດແລ້ວ ຊຽງກໍ່ຄອບນ້ຳ ແລະ ເກດ ກັບເມືອເຮືອນກ່ອນເພາະມີວຽກ.

ນ້ຳ (ດີໃຈທີ່ເກດກັບມາລາວໄດ້ກອດເກດໄວ້): ດີໃຈເດ້ທີ່ເພິ່ນກັບມາແລ້ວ! ເຂົາລະຄິດຮອດເພິ່ນທຸກມື້

ເກດ: ແມ່ນບໍ້! ບໍ່ແມ່ນຢູ່ກັບແຟນຈົນລືມໝູ່ໄປເລີຍບໍ່ນໍ້

ນ້ຳ (ເຮັດຕາຂຶງປະຕິເສດ): ບໍ່!ບໍ່! ເຖິງເຂົາຈະມີຊຽງແຕ່ໃຈເຂົາກໍ່ຍັງມີເພິ່ນໃດ໋! ເພາະເພິ່ນເປັນເພື່ອນຮັກຂອງເຂົາ

ເກດ (ເອົາມືສອງເບື້ອງບີບແກ້ມນ້ຳເບົາ) ຮື້…! ຈັ່່ງແມ່ນປາກຫວານ ຍ້ອນເພິ່ນເປັນແບບນີ້ລະ ເພິ່ນຈິ່ງເປັນເພື່ອນຄົນດຽວທີ່ເຂົາຮັກທີ່ສຸດ

ຍ້ອນຫ່າງກັນໄປຫຼາຍມື້ ທັງສອງຈິ່ງມີຄວາມລົມຫຼາຍ ເກດ ໄດ້ເອົາອາຫານ, ຂອງຕ້ອນມາແຕ່ບ້ານສູ່ນ້ຳກິນ ພວກເຂົາທັງສອງໄດ້ກິນຂະໜົມກັນໃນຫ້ອງຢ່າງມີຄວາມສຸກ

ເວລາໄດ້ລ່ວງເລີຍຜ່ານພົ້ນໄປຈາກວັນກາຍເປັນເດືອນ ແລ້ວໃນທີ່ສຸດວັນຮັບໃບປະກາດສະນີຍະບັດ ຂອງ 3 ໜຸ່ມ ກັບ ນັກສຶກສາຄົນອື່ນໆກໍ່ມາຮອດ ໃນມື້ຮັບໃບປະກາດສະນີຍະບັດ ມີຄອບຄົວ, ໝູ່ເພື່ອນ, ຍາດຕິພີ່ນ້ອງ, ຄົນຮັກມາຢືນລໍຖ້າມອບດອກໄມ້, ຕຸກກະຕາ…ຂອງຂັວນ ໃຫ້ເຫລົ່ານັກສຶກສາບັນດິດໃໝ່ ເປັນຈຳນວນຫຼາຍ, ຫຼັງຈາກພິທີທາງການໄດ້ສຳເລັດເຊັດສິ້ນແລ້ວ ບັນດິດໃໝ່ທັງຫຼາຍກໍ່ທະຍອຍອອກມາຈາກຫ້ອງປະຊຸມເພື່ອມາຫາມິດສະຫາຍຂອງຕົນເອງທີ່ຢືນລໍຖ້າຢູ່ທາງນອກ ໃນມື້ນັ້ນ ຄອບຄົວຂອງໄຊ, ສິດ ແລະ ຊຽງ ກໍ່ມາສະແດງຄວາມຍິນດີນຳ ຮ່ວເຖິງນ້ຳ ກັບ ເກດ ກໍ່ມາສະແດງຄວາມຍິນດີກັບພວກເຂົາເຊັ່ນດຽວກັນ ແລ້ວນັ້ນກໍ່ເຮັດໃຫ້ນ້ຳໄດ້ຮູ້ຈັກຄອບຄົວຂອງທັງສາມໜຸ່ມ

ທັງສາມຄອບຄົວໄດ້ພາກັນໄປສະຫຼອງວັນຮັບປະລິນຍາຂອງສາມໜຸ່ມ ຊຽງ, ສິດ ແລະ ໄຊ ຮ້ານອາຫານແຫ່ງໜຶ່ງ ເປັນຫ້ອງພິເສດ ມີຄາລາໂອເກະພ້ອມ, ຊຽງ ໄດ້ແນະນຳນ້ຳໃນຖານະຄົນຮັກຂອງລາວກັບຄອບຄົວຢ່າງເປັນທາງການ ວັນນັ້ນພວກເຂົາໄດ້ມີການລົມກັນຢ່າງມ່ວນຊື່ນ ເຫັນໄດ້ວ່າ ຄອບຄົວຂອງຊຽງກໍ່ພໍໃຈໃນຕົວຂອງນ້ຳເຊັ່ນດຽວກັນ ຖຶວ່າທາງຄວາມຮັກຝ່າຍຊາຍແມ່ນຜ່ານໄຟຂຽວ ເປັນທີ່ຮຽບຮ້ອຍ

ຫຼັງຈາກງານລ້ຽງວັນຮັບໃບປະລິຍາໄດ້ຜ່ານພົ້ນໄປ 3 ມື້ຕໍ່ມາ ຊຽງໄດ້ພານ້ຳໄປເບິ່ງບໍລິສັດທີ່ລາວ ກັບ ເພື່ອນຮັກ 2 ຄົນລົງເງິນ, ລົງແຮງຊ່ວຍກັນສ້າງມັນຂຶ້ນມາ ຈົນມີ ບໍລິສັດ 3SN development ຈຳກັດ

ທີ່ໜ້າປະຕູຫ້ອງການ ຊຽງໄດ້ໄຂປະຕູໃຫ້ນ້ຳຍ່າງເຂົ້າໄປໃນ ນ້ຳແນມເບິ່ງຫ້ອງການດ້ວຍຄວາມສະອອນໃຈ ຫ້ອງການເປັນໂທນສີຂາວເທົາ ທັງໂຊຟາ, ໂຕະຕັ່ງ, ຕູ້ໃສ່ເອກະສານ ທຸກຢ່າງມັນເປັນຊຸດສີທີ່ລົງຕົວ ເບິ່ງແລ້ວງາມ ແລະ ທັນສະໃໝສົມກັບເປັນຫ້ອງການໄວລຸ້ນສ້າງແທ້ໆ

ນ້ຳ: ຫູ…! ນີ້ເປັນຫ້ອງການເຈົ້າຮ່ວມມືເຮັດກັບສິດ ແລະ ໄຊຫວະນິ

ຊຽງ: ແມ່ນລະ! ເປັນຈັ່ງໃດສະໄຕລການຕົບແຕ່ງງານບໍ່! ຄິດວ່າອີກ 3 ອາທິດກໍ່ຄົງຈະສາມາດເປີດຫ້ອງການໄດ້

ນ້ຳ: ງາມໆ ເບິ່ງແລ້ວຫຼູຫຼາທັນສະໃໝ ສີສັນສະບາຍຕາດີ

ຊຽງ (ຍິ້ມ): ບໍລິສັດນີ້ພວກຂ້ອຍຈະສ້າງເປັນບໍລິສັດທີ່ໃຫ້ບໍລິການດ້ານການອອກແບບ ແລະ ພັດທະນາເວັບໄຊ, ນອກຈາກນີ້ພວກຂ້ອຍຍັງຈະຮັບຈັດງານ ອີເວັນຕ່າງ ແລ້ວຍັງຮັບອອກແບບ ແລະ ຕັດຕໍ່ງານຕ່າງໆອີກດ້ວຍ, ພະນັກງານບໍລິຫານຫຼັກໆຈະມີຢູ່ 3 ຄົນ ຂ້ອຍຈະຖືຫຸ້ນບໍລິສັດຢູ່ 50%, ສ່ວນ ສິດ ກັບ ໄຊ ແມ່ນຖື ຄົນລະ 25% ພວກເຮົາມີການແບ່ງໜ້າທີ່ຮັບຜິດຊອບໜ້າວຽກກັນຢ່າງລະອຽດ ຂ້ອຍຈະຮັບຜິດຊອບລວມ ແລະ ຄວບຄຸມໜ້າວຽກທີ່ກ່ຽວກັບການອອກແບບ ແລະ ພັດທະນາເວັບໄຊ໌, ສິດແມ່ນເຮັດໜ້າທີ່ກ່ຽວກັບ ອອກແບບ, ຕັດຕໍ່ ແລະ ອື່ນໆສ່ວນໄຊ ແມ່ນຮັບຜິດຊອບການຈັດງານ ອີເວັນ.

ນ້ຳ: ຫູ້… ຟັງແລ້ວເປັນງານໜັກງານໃຫຍ່ພໍສົມຄວນ! ຂ້ອຍນັບຖືຄວາມຝັນຂອງພວກເຈົ້າແທ້ໆ ພວກເຈົ້າມີຄວາມຝັນ, ມີຄວາມຮູ້ຄວາມສາມາດ ແລະ ຄວາມຕັ້ງໃຈສ້າງ ແລ້ວກໍ່ເຮັດໄດ້ແທ້ ພວກເຈົ້າສົມເປັນໄວລຸ້ນຕົ້ນແບບຂອງສັງຄົມ

ຊຽງ (ຍິ້ມເບົາໆ) ຂອບໃຈສຳລັບຄຳຊົມ! ໃນໄລຍະທຳອິດພວກເຮົາທັງສາມຄົນແມ່ນຕ້ອງເມື່ອຍຫຼາຍເມື່ອຍສຸດໆ ເພາະມັນຍັງເປັນຊ່ວງເລີ່ມຕົ້ນ ຍັງບໍ່ມີໃຜຮູ້ ດັ່ງນັ້ນພວກເຮົາແມ່ນເລັ່ງດ້ານການຕະຫຼາດຫາລູກຄ້າກ່ອນ! ແຕ່ພະນັກງານກໍ່ບໍ່ແມ່ນມີແຕ່ພວກຂ້ອຍພຽງ 3 ຄົນ ພວກຂ້ອຍໄດ້ເລືອກເອົານັກຮຽນທີ່ຮຽນຈົບພ້ອມດຽວກັນກັບຂ້ອຍ ເລືອກເອົາຄົນທີ່ມີສີມືເກັ່ງທີ່ສຸດເຂົ້າມາເຮັດວຽກນຳ ປະມານ 10 ຄົນ.

ນ້ຳ: ໂຫ… ທີ່ຮັກຂອງຄົງເມື່ອຍສຸດໆ! ຂ້ອຍຢາກຊ່ວຍແບ່ງເບົາວຽກງານທີ່ໜັກອຶ້ງຂອງເຈົ້າໄດ້ເດ້ ພຽງ 10% ກໍ່ຍັງດີ ແຕ່ນີ້ຂ້ອຍຍັງຮຽນບໍ່ທັນຈົບ ເລີຍບໍ່ຮູ້ຈະຊ່ວຍເຈົ້າໄດ້ແນວໃດດີ

ຊຽງ (ເອົາແຂນໂອບບ່ານ້ຳໄວ້): ຄວາມຮັກຈາກເຈົ້າທີ່ມີໃຫ້ຂ້ອຍແຕ່ລະມື້ ກໍ່ປຽບດັ່ງຢາເສີມກຳລັງກາຍ,​ກຳລັງໃຈໃຫ້ຂ້ອຍແລ້ວ

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!