Homeຂ່າວຕ່າງປະເທດຈີນປະສົບບັນຫາໝອກຄວັນພິດຢ່າງແຮງ ເປັນມື້ທີ 5 ແລ້ວ

ຈີນປະສົບບັນຫາໝອກຄວັນພິດຢ່າງແຮງ ເປັນມື້ທີ 5 ແລ້ວ

Published on

ຕາມການລາຍງານຂອງສຳນັກຂ່າວເອເອຟພີ ເມື່ອວັນທີ 20 ທັນວາ 2016 ຜ່ານມາວ່າ ສະຖານະການເຕືອນໄພຂັ້ນສູງສຸດຈາກໝອກຄວັນພິດທີ່ປົກຄຸມນະຄອນຫຼວງປັກກິ່ງ ແລະພື້ນທີ່ດັ່ງກ່າວອີກ 20 ເມືອງຂອງພາກຕາເວັນອອກສ່ຽງເໜືອຂອງຈີນ, ສະະຖານະການຍັງບໍ່ດີຂຶ້ນ ເຖິງແມ່ນຈະເຂົ້າວັນທີ 5 ແລ້ວ, ຍັງສົ່ງຜົນກະທົບຕໍ່ຖ້ຽວບິນລະຫວ່າງປະເທດຍົກເລີກກວ່າ 217 ຖ້ຽວບິນ, ລວມເຖິງການສັນຈອນດ້ວຍລົດ ແລະລະບົບຂົນສົ່ງທາງລາງ ຕ້ອງຢຸດພັກ ເພາະຄວັນພິດໜາ ຈົນບໍ່ສາມາດເບິ່ງເຫັນເສັ້ນທາງໄດ້

ນະຄອນເຈຍຈວງ ເມືອງເອກມົນທົນເຫີເປ່ຍ ເປັນໜຶ່ງພື້ນທີ່ ທີ່ສະຖານະການຄວັນພິດຮ້າຍແຮງທີ່ສຸດ ເຊິ່ງທ່າອາກາດຍານ ຕ້ອງປິດບໍລິການຊົ່ວຄາວ ເພາະເຄື່ອງບິນບໍ່ສາມາດຂຶ້ນລົງໄດ້, ຂະນະທີ່ປະລິມານຝຸ່ນລະອອງປະເພດ ພີເອັມ 2.5 ທີ່ເປັນອັນຕະລາຍຕໍ່ມະນຸດ ຂຶ້ນເຖິງລະດັບ 844 ເຊິ່ງສູງກວ່າປະລິມານສູງສຸດ ທີ່ທາງອົງການອະນາໄມໂລກ ກຳນົດໄວ້ເຖິງ 34 ເທົ່າ.

ສະຖານະການນະຄອນຫຼວງປັກກິ່ງ ບັນດາຕຶກສູງຕ່າງໆ ປາກົດຢູ່ທ່າມກາງໝອກສີເຫຼືອງນໍ້າຕານ ເຮັດໃຫ້ທາງການຈີນຕ້ອງປິດຖະໜົນມໍເຕີເວ ເພື່ອຄວາມປອດໄພ ທາງສະຖານເອກອັກລາຊະທູດສະຫະລັດອາເມລິກາໃນພື້ນທີ່ເປີດເຜີຍວ່າ ປະລິມານຝຸ່ນລະອອງປະເພດ ພີເອັມ 2.5 ໃນນະຄອນປັກກິ່ງຢູ່ທີ່ 400 ເຊິ່ງທາງລົດໄຟຖືກຈຳກັດຄວາມໄວ ແລະ 34 ຂະບວນຕ້ອງຢຸດແລ່ນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...